Breaking News

ແຟນຄລັບມີກຣີດໆໆໆ! The Toys ນັກຮ້ອງສຸດແນວ ໂຊພະລັງສຽງທີ່ປະເທດລາວ

ແບ່ງປັນ

ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆໆໆ…ກັນແນ່ນອນ ໃນມື້ນີ້ ຊະນີIndy ຈະມາເລົ່າຂ່າວທີ່ແບບວ່າຮູ້ແລ້ວຕ້ອງຮ້ອງ ວ້າວວວ ເພາະວ່າ ໃນວັນທີ 13 ສິງຫາ 2018 ທີ່ຜ່ານມາ The Toys ນັກຮ້ອງທີ່ກຳລັງ Hot and Hit ມາແຮງທີ່ສຸດໃນເວລານີ້ຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ເດີນທາງມາໂຊພະລັງສຽງ ມ່ວນໆ ຫວານໆ ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ.

ສຳລັບ  The Toys ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບຂອງໜຸ່ມຄົນນີ້ເຊັ່ນດຽວກັນ ນອກຈາກຄວາມສາມາດທາງດ້ານການຫຼິ້ນດົນຕີຫຼາຍຊະນິດ Toy ກໍ່ຍັງມີຜົນງານເພງທີ່ມ່ວນ ຮິດຕິດຫູຫຼາຍເພງເຊັ່ນ: ໜ້າໜາວທີ່ແລ້ວ, 04:00, ກ່ອນລະດູຝົນ, ຂໍໂທດທີ່ເປັນແບບນີ້, ນອນໄດ້ແລ້ວ ແລະ ຍັງມີອີກຫຼາຍຫຼາຍເພງທີ່ຮິດຕິດກະແສ ແລະ ນອກຈາກນັ້ນໜຸ່ມຄົນນີ້ກໍ່ຍັງມີ style ທີ່ບໍ່ຄືໃຜ ເປັນຕົວຂອງຕົວເອງ ບອກເລີຍວ່າມີຄວາມແນວສຸດໆ ຈົນເຮັດໃຫ້ມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ.

ມີພາບມິນິຄອນເສີດຂອງ The Toys ມາຝາກແຟນໆນຳເດີ້!!!

4:00 ?? #thetoys #1819 #eighteennineteenvientiane

A post shared by Siwat Chotchaicharin (@siwat_c) on

ຟັງແລ້ວມ່ວນ…ລະລາຍໄປເລີຍວ່າບໍ່ (555)

ຮູບພາບຈາກ: IG/ thetoysthetoysthetoys, siwat_c, amy_klinpratoom ,21midnights#thetoys

ແບ່ງປັນ