Breaking News

ເລື່ອງມັນເສົ້າ ເພາະຮັກເຂົາຂ້າງດຽວ (ໂອ່ຍ! ເຈັບເດ້!!!)

ແບ່ງປັນ

7 ສັນຍານທີ່ບົ່ງບອກວ່າເຈົ້າເປັນຝ່າຍຮັກເຂົາຂ້າງດຽວ

ຄວາມຮັກເປັນເລື່ອງຂອງອາລົມ ແລະ ເຫດຜົນ!! ແຕ່ຄົນສ່ວນຫຼາຍມັກເບິ່ງຄວາມຮັກໃນຮູບແບບຂອງອາລົມຫຼາຍກວ່າ ເຊິ່ງອາລົມຂອງເຮົານັ້ນມັກຂຶ້ນໆລົງໆປ່ຽນໄປມາໄດ້ຕະຫຼອດເວລາ ຍາກຕໍ່ການຄວບຄຸມ ເຖິງວ່າເຈົ້າຈະຮັກລາວມາດົນປານໃດ ເຮັດທຸກສິ່ງທຸກຢ່າງໃຫ້ເຂົາຫັນມາສົນໃຈເຈົ້າ ແຕ່ຖ້າເຂົາບໍ່ຕອບສະໜອງຫຍັງກັບມາເລີຍ ກາຍເປັນວ່າຕ້ອງເມື່ອຍຢູ່ຝ່າຍດຽວ ແລະ ມັນກໍເປັນສັນຍານທີ່ບົ່ງບອກວ່າເຈົ້າກໍາລັງຮັກລາວຢູ່ຝ່າຍດຽວ ເຮົາລອງມາ Check ກັນເບິ່ງບໍ່ວ່າຄົນທີ່ເຈົ້າກໍາລັງຄົບຢູ່ນີ້ເປັນແບບນີ້ ຫຼືບໍ່ ຖ້າແມ່ນ! ນັ້ນແຫຼະໝາຍຄວາມວ່າເຈົ້າກໍາລັງຮັກເຂົາຢູ່ຝ່າຍດຽວ.

  1. ເຈົ້າ! ມີເວລາໃຫ້ເຂົາ ແຕ່ເຂົາບໍ່ເຄີຍມີເວລາໃຫ້ເຈົ້າ

ຖ້າເຈົ້າເປັນຝ່າຍດຽວທີ່ມີເວລາໃຫ້ເຂົາຄົນນັ້ນສະເໝີ ບໍ່ໍວ່າຈະຊວນເຈົ້າໄປເຮັດຫຍັງ, ໄປໃສ ຫຼືແມ່ນແຕ່ຍາມທີ່ເຂົາມີບັນຫາ ຢາກໃຫ້ເຈົ້າມາຢູ່ຄຽງຂ້າງ ເຈົ້າກໍສາມາດແບ່ງເວລາໄປຢູ່ຄຽງຂ້າງໄດ້ສະເໝີ ແຕ່ຖ້າເມື່ອໃດກໍຕາມທີ່ເຈົ້າຂໍໃຫ້ເຂົາເຮັດແບບນັ້ນກັບເຈົ້າແດ່ ພັດບໍ່ເຫັນແມ່ນແຕ່ເງົາຂອງເຂົາເລີຍ! (ເຈັບຈີີີ໊ດ)

  1. ເຈົ້າ! ເປັນທີ່ເພິ່ງໃຫ້ເຂົາໄດ້ ແລ້ວເຂົາເດ?

ເມື່ອເຂົາເປັນຝ່າຍຂໍຄວາມຊ່ວຍເຫຼືອມາ ເຈົ້າບໍ່ເຄີຍປະຕິເສດ ແຕ່ເມື່ອໃດກໍຕາມທີ່ເຈົ້າມີບັນຫາ ຄິດວ່າເຂົາຈະຍິນດີຊ່ວຍເຈົ້າບໍ່? ເປັນທີ່ເພິ່ງໃຫ້ເຈົ້າໄດ້ແນ່ບໍ່? ອ່ານມາຮອດນີ້ຖ້າຫົວໃຈຕອບວ່າບໍ່! ກໍແມ່ນແລ້ວ.

  1. ເຈົ້າ! ເປັນຝ່າຍທີ່ກະຕືລືລົ້ນໃນການວາງແຜນທຸກເລື່ອງຝ່າຍດຽວ

ເຖິງວ່າພວກເຈົ້າຈະຄົບກັນແລ້ວ ແຕ່ເບິ່ງຄືວ່າເຈົ້າຈະຕ້ອງເປັນຄົນວາງແຜນທຸກເລື່ອງຝ່າຍດຽວ ບໍ່ວ່າຈະເປັນເລື່ອງການໄປທ່ອງທ່ຽວ, ໄປກິນເຂົ້າ ຫຼືແມ່ນແຕ່ເລື່ອງເລັກໆນ້ອຍໆ ກໍເປັນເຈົ້າຄົນດຽວທີ່ກະຕືລືລົ້ນຊອກຫາຝ່າຍດຽວ ຂໍຄວາມເຫັນນໍາເຂົາຄົນນັ້ນເພື່ອໃຫ້ຊ່ວຍສະເໜີຄວາມຄິດແດ່ ແຕ່ເຂົາກໍມັກບອກສະເໝີວ່າ ແລ້ວແຕ່ເຈົ້າ ບໍ່ຢາກມີການຕັດສິນໃຈຮ່ວມກັນ.

  1. ເຈົ້າ! ມັກຈະຖ້າເຂົາໄດ້ສະເໝີ ແຕ່ເຂົາບໍ່ເຄີຍຖ້າເຈົ້າຈັກເທື່ອເລີຍ

ການລໍຖ້າດົນໆບາງເທື່ອມັນກໍເມື່ອຍໃດ໋! ແຕ່ເຈົ້າກໍຖ້າເຂົາໄດ້ສະເໝີບໍ່ວ່າດົນປານໃດ ແຕ່ສຳລັບເຂົາແລ້ວ ພັດບໍ່ເຄີຍເລີຍທີ່ຈະຖ້າເຈົ້າ ເຈົ້າຈະໄປໃສ, ເຮັດຫຍັງ, ກັບມື້ໃດ, ດົນປານໃດ ເຂົາກໍບໍ່ເຄີຍຖາມ ຫຼືສົນໃຈເລີຍ ເມື່ອຍຫົວໃຈບໍ່?.

  1. ເຈົ້າ! ເປັນເປັນຝ່າຍທີ່ຕ້ອງໂທ, ແຊດ ຕິດຕໍ່ໄປຫາເຂົາກ່ອນສະເໝີ

ການສື່ສານກໍເປັນສັນຍານທີ່ບົ່ງບອກວ່າເຈົ້າກໍາລັງຮັກລາວຂ້າງດຽວໄດ້ຄືກັນເຊັ່ນ: ເມື່ອໃດກໍຕາມທີ່ເຈົ້າແຊດໄປແລ້ວລາວບໍ່ອ່ານ ຫຼືອ່ານແລ້ວບໍ່ຕອບ ປ່ອຍໃຫ້ຜ່ານໄປມື້ໜຶ່ງຄ່ອຍຕອບ ຫຼືຄ່ອຍອ່ານ ແລະ ທີ່ໜັກກໍອີກຄືຂຶ້ນມາວ່າອ່ານແລ້ວແຕ່ບໍ່ຕອບ (ທຸກໆເທື່ອເຈົ້າຕ້ອງເປັນຄົນແຊດໄປຫາກ່ອນສະເໝີ)

  1. ເຈົ້າ! ຊວນເຂົາບໍ່ໄປ ແຕ່ຄົນອື່ນຊວນພັດໄປ

ເມື່ອໃດກໍຕາມທີ່ເຈົ້າຢາກຊວນເຂົາໄປຫຼິ້ນ ຫຼືທ່ອງທ່ຽວ, ໄປກິນເຂົ້ານໍາກັນ ແຕ່ເຂົາກໍມັກເວົ້າວ່າຄາວຽກ, ບໍ່ວ່າງຕະຫຼອດ ແຕ່ເມື່ອເຂົ້າໄປ Facebook ພັດເຫັນ Check In ກັບໝູ່ ເຫັນແບບນີ້! ທໍາໃຈໄວ້ເລີຍເດີ້.

  1. ເຈົ້າ! ເປັນຝ່າຍທີ່ຈື່ເລື່ອງລາວຂອງເຂົາໄດ້ທຸກເລື່ອງ ແຕ່ເຂົາບໍ່ເຄີຍຈື່ແມ່ນແຕ່ເລື່ອງນ້ອຍໆຂອງເຈົ້າ

ເລື່ອງລາວຕ່າງໆຂອງເຂົາ ເຈົ້າສາມາດຈື່ໄດ້ຢ່າງຊັດເຈນເຊັ່ນ: ເກີດມື້ໃດ, ມັກສີຫຍັງ, ເລືອດກຣຸບຫຍັງ, ມັກກິນຫຍັງ, ມັກນຸ່ງເຄື່ອງສີຫຍັງ, ຕາຕາລາງຊີວິດປະຈໍາວັນຂອງເຂົາ ເຈົ້າກໍຈື່ໄດ້ໝົດ ແຕ່ເຂົາຄົນນັ້ນພັດລືມເລື່ອງຂອງເຈົ້າທັງໝົດ ຫຼືແມ່ນແຕ່ສິ່ງທີ່ເຄີຍຮັບປາກ ແລະ ສັນຍາໄວ້ຍັງລືມ ນັ້ນກໍແປວ່າເຂົາບໍ່ໄດ້ໃສ່ໃຈເຈົ້າເລີຍ ມີແຕ່ເຈົ້າທີ່ຄອຍໃສ່ໃຈເຂົາຢູ່ຝ່າຍດຽວ.

ຂໍ້ມູນຈາກ: ວາລະສານ ຂວັນໃຈ 

ແບ່ງປັນ