Breaking News

ຕິດເປັນນິດໃສ! ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok)

ແບ່ງປັນ

ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາ ຂຶ້ນຊື່ວ່າ “ຄວາມຮັກ” ກໍ່ຕ້ອງມີທັງຄວາມຮັກທີ່ “ສົມຫວັງ ແລະ ຜິດຫວັງ” ສຳລັບຄົນທີ່ມີຄວາມຮັກທີ່ສົມຫວັງ ໝັ້ນຄົງ ຄອງຄູ່ກັນໄປຈົນແກ່ຈົນເຖົ້າ ກໍຖືວ່າເປັນຄົນທີ່ປະສົບຜົນສຳເລັດໃນຄວາມຮັກໄປ ແຕ່ສຳລັບຄົນທີ່ ບໍ່ສົມຫວັງ ຫຼື ຜິດຫວັງໃນຄວາມຮັກແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຈເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ເຂັ້ມແຂງຂຶ້ນ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍ ໂອເຄ ແລ້ວ ພັດຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະຫຼົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ມັນບໍ່ງ່າຍເລີຍ ບໍ່ວ່າຈະພະຍາຍາມລືມມັນໄປໄດ້ດົນສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຫາຍຂາດໄດ້ ແລະ ເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? 

ມາເບິ່ງ! 5 ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok)

  1. ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້

“ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລືມແຟນເກົ່າມັກເວົ້າກັນ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າເຮົາກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ ຢາກໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ

  1. ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ

ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ ນັ້ນລ້ວນແຕ່ເປັນຄວາມເພີ້ຝັນຂອງເຈົ້າຄົນດຽວເທົ່ານັ້ນ ທີ່ຢາກໃຫ້ທຸກຢ່າງກັບມາເປັນຄືເກົ່າ ເຊິ່ງເຈົ້າອາດເວົ້າໃນໃຈວ່າ “ຖ້າມີໂອກາດອີກຄັ້ງ ຂ້ອຍຈະ…” ຄັນຊັ້ນເຈົ້າລອງມາໃຊ້ສະຕິ ແລ້ວບອກຕົນເອງວ່າ ມັນຜ່ານໄປແລ້ວ ບາງເທື່ອກໍອາດຍ້ອນເຮົາເມື່ອຍຈາກເລື່ອງລາວປະຈຳວັນຊື່ໆ ຂໍໃຫ້ເບິ່ງໄປທາງໜ້າແລ້ວກ້າວຕໍ່ໄປໃຫ້ໄດ້ເດີ້

  1. ປຽບທຽບຄົນອື່ນກັບແຟນເກົ່າສະເໝີ

ຖ້າໃຜເຮັດຫຍັງຜິດໃຈ ຫຼືບໍ່ຖືກໃຈ ບໍ່ວ່າເຂົາຈະຢູ່ໃນສະຖານະໃດກໍຕາມ ນາງກໍມັກຈະຕັດສິນ ແລະ ຄິດວ່າ “ຄົງບໍ່ມີໃຜດີເທົ່າກັບເຂົາອີກແລ້ວ” ໂອ້ຍ ສາວໆຕ້ອງຢຸດຄິດແບບນີ້ ແລະຄິດໃໝ່ວ່າ ເຖິງເຂົາຄົນນັ້ນຈະເຄີຍແສນດີພຽງໃດ ແຕ່ຕອນນີ້ເຂົາຄົນທີ່ແສນດີກໍບໍ່ໄດ້ຢູ່ກັບເຮົາແລ້ວ ສະນັ້ນ ເຂົາບໍ່ແມ່ນຄົນທີ່ແສນດີ ຫຼືເຈົ້າຊາຍຂອງເຮົາອີກຕໍ່ໄປແລ້ວ ໃຫ້ຕັດໃຈແລ້ວກ້າວຕໍ່ໄປທາງໃໝ່ສາ

  1. ຢຸດຄວາມສໍາພັນໄວເກີນໄປ

ໃນຂະນະທີ່ຮູ້ສຶກວ່າຄວາມຮັກຂອງເຂົາເລີ່ມຈາກ 100 ແຕ່ຂອງເຈົ້າເລີ່ມຈາກ 0 ເມື່ອເຖິງວັນທີ່ຕ້ອງສວນທາງກັນ ຄວາມຮູ້ສຶກຂອງເຂົາຫຼຸດລົງຄວາມຮູ້ສຶກຂອງເຮົາພັດເພີ່ມຂຶ້ນ ເພີ່ມຂຶ້ນທຸກມື້ ແບບນີ້ກໍອາດຈະເຮັດໃຫ້ຮູ້ສຶກເສຍດາຍ ແລະ ເສຍໃຈເປັນທໍາມະດາ ທີ່ຄວາມຮັກຄັ້ງນີ້ຈົບລົງແບບໄວວາ ຈົນບໍ່ທັນຕັ້ງຕົວໃນມື້ທີ່ກໍາລັງຮັກເກືອບໝົດທັງໃຈແລ້ວ

  1. ເກີດຮອຍແປ້ວທີ່ຍັງຄົງຕິດໃຈຈົນມາຮອດທຸກມື້ນີ້

ບໍ່ວ່າຈະເປັນຝ່າຍບອກເລີກ ຫຼືຖືກບອກເລີກກໍຕາມ ມັນກໍປາສະຈາກຮອຍແປ້ວທີ່ຫຼົງເຫຼືອໄວ້ໃນໃຈໃຫ້ໄດ້ລໍາລຶກເຖິງຢູ່ດີ ຍິ່ງຖ້າເປັນຝ່າຍຖືກບອກເລີກ ເຈົ້າອາດຈະຍັງຄົງຕິດໃຈ ຫຼືຮູ້ສຶກຄາໃຈກັບບັນຫາທີ່ເຈົ້າຍັງບໍ່ໄດ້ຄໍາຕອບ ຫຼືບໍ່ມີທາງກັບໄປແກ້ໄຂມັນອີກຄັ້ງ ໃນບັນຫາທີ່ຄ້າງຄາໃນໃຈ

ທ້າຍທີ່ສຸດແລ້ວ ກໍເປັນຕົວເຮົານີ້ແຫຼະ ທີ່ຍັງໃຫ້ຄວາມສຳຄັນກັບຜູ້ຊາຍຄົນນັ້ນ ມະໂນເອງວ່າເຂົາສຳຄັນ ທັ້ງໆທີ່ເຂົາກໍບໍ່ໄດ້ມາສ້າງປະໂຫຍດຫຍັງໃຫ້ກັບຊີວິດເຮົາອີກແລ້ວ ຄວາມຮັກ ຫຼືຄວາມສໍາພັນທີ່ມັນຈົບລົງໄປແລ້ວ ໜ້ອຍຄັ້ງເຫຼືອເກີນທີ່ຈະມີໂອກາດກັບມາຫາເຮົາໃໝ່ ເຖິງແມ່ນວ່າຄວາມຮູ້ສຶກຂອງທັງສອງຝ່າຍຈະຍັງຄົງຫຼົງເຫຼືອຢູ່ກໍຕາມ ແຕ່ຊີວິດກໍຕ້ອງກ້າວເດີນຕໍ່ໄປທາງໜ້າ ຖ້າບໍ່ຢາກກັບໄປເຈັບອີກ ເຈົ້າເອງຫັ້ນແຫຼະ ທີ່ຄວນເປັນຝ່າຍທຳໃຈໃຫ້ໄດ້ກ່ອນ.

(ສູ້ ສູ້ເດີ້…ຂວັນໃຈ ເຮົາຂໍເປັນກຳລັງໃຈໃຫ້)

ແບ່ງປັນ