Breaking News

ຕໍ່ໄປນີ້! ບັດພະນັກງານ-ລັດຖະກອນ ຈະທັນສະໄໝຂຶ້ນ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້!!!

ແບ່ງປັນ

“ລັດກຽມອອກບັດໃຫ້ພະນັກງານ-ລັດຖະກອນ ທັນສະໄໝ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້”

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ.

ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ.

ທີ່ມາ: ຂປລ

ແບ່ງປັນ