Breaking News

ແຊປ້ອງໄລ ປາຍທາງການທ່ອງທ່ຽວທີ່ຄວນຢູ່ໃນແຜນ!

ແບ່ງປັນ

ສໍາລັບຄົນມັກທ່ອງທ່ຽວທໍາມະຊາດ… ເມື່ອເວົ້າເຖິງ “ແຊປ້ອງໄລ” ກໍອາດຈະເຮັດໃຫ້ຫຼາຍຄົນຢາກໄປສໍາພັດກັບທໍາມະຊາດ ໂດຍສະເພາະລະດູຝົນແບບນີ້ ຍິ່ງຈະເຮັດໃຫ້ສາວໆໄດ້ສໍາພັດກັບບັນຍາກາດຂອງທໍາມະຊາດ, ພູຜາປ່າໄມ້ທີ່ຂຽວສົດ ແລະ ນໍ້າຕົກຕາດທີ່ຍາກຈະພັນລະນາໄດ້ ເຊິ່ງຄັ້ງໜຶ່ງຈະຕ້ອງໄປສໍາພັດໃຫ້ໄດ້ດ້ວຍຕົນເອງ… ແຕ່ຖ້າໃຜທີ່ຍັງບໍ່ມີໂອກາດໄດ້ໄປ ເພາະວຽກ ຫຼືຫຍັງກໍຕາມ ກໍລອງມາເບິ່ງເອົາໄວ້ເປັນຄວາມຮູ້ເພື່ອວ່າໄປແລ້ວຈະບໍ່ໄດ້ພາດ ຈຸດຖ່າຍຮູບ, ຊົມວິວງາມໆໃນສະຖານທີ່ງາມໆແຫ່ງນີ້!!!

ນໍ້າຕົກຕາດແຊປ້ອງໄລ ເປັນນໍ້າຕົກທີ່ເກີດຈາກສາຍນໍ້າເຊປຽນ ມີຄວາມກວ້າງປະມານ 130 ແມັດ, ແບ່ງເປັນສອງສາຍ ດ້ານຊ້າຍສູງປະມານ 20 ແມັດ ແລະ ດ້ານຂວາສູງປະມານ 30-40 ແມັດ. ເປັນນໍ້າຕົກທີ່ມີຄວາມງົດງາມຫຼາຍ ແລະ ສາມາດດຶງດູດນັກທ່ອງໄດ້ເປັນຢ່າງດີ ເພາະນັກທ່ອງທ່ຽວສາມາດລົງໄປຫຼິ້ນນໍ້າສໍາພັດນໍ້າເຢັນໆແບບທໍາມະຊາດ ໃນສະຖານທີ່ແຫ່ງນີ້ໄດ້ ແຕ່ສໍາລັບລະດູຝົນແມ່ນບໍ່ສາມາດລົງຫຼິ້ນນໍ້າໄດ້້ເນື່ອງຈາກກະແສນໍ້າໄຫຼແຮງຫຼາຍ ແຕ່ກໍເປັນລະດູທີ່ທໍາມະຊາດ ແລະ ນໍ້າຕົກງົດງາມທີ່ສຸດ.

– ສໍາລັບການເດີນທາງໄປແຊປ້ອງໄລແມ່ນສາມາດໄປໄດ້ 3 ທາງຄື:

1. ເດີນທາງຈາກເມືອງປະທຸມພອນ: ຈາກທາງເລກ 13 ໃຕ້ ທີ່ຫຼັກ 48 ເມືອງປະທຸມພອນ ແຂວງຈໍາປາສັກ ລ້ຽວຊ້າຍເຂົ້າສູ່ເສັ້ນທາງເລກທີ 18A ສູ່ແຂວງອັດຕະປື ໄປປະມານ 60 ກິໄລແມັດໃຫ້ລ້ຽວຊ້າຍ ຂີ່ໄປຕາມເສັ້ນທາງຈາກສະໜາມໄຊໄປສູ່ເມືອງປາກຊ່ອງ ແລ້ວເຂົ້າສູ່ແຊປ້ອງໄລໄດ້ເລີຍ.

2. ເສັ້ນທາງແຕ່ເທດສະບານ ແຂວງອັດຕະປື: ໄປຕາມເສັ້ນທາງເລກທີ 18A ຜ່ານເມືອງສະໜາມໄຊ ຜ່ານບ້ານໃໝ່ ແລ້ວລ້ຽວຂວາໄປຕາມເສັ້ນທາງສູ່ເມືອງປາກຊ່ອງ.

3. ຈາກຕົວເມືອງປາກຊ່ອງ: ອອກໄປທາງດິນແດງຈະມີໄລຍະທາງທີ່ໃກ້ກວ່າ ແຕ່ບໍ່ໝັ້ນໃຈໃນເສັ້ນທາງນີ້ພໍປານໃດ ແຕ່ສໍາລັບນັກທ່ອງທ່ຽວ ແລະ ຊາວບ້ານໃນເຂດນັ້ນແມ່ນຈະມັກໃຊ້ເສັ້ນທາງນີ້ຫຼາຍກວ່າ.

ສໍາລັບການເຂົ້າເຖິງນໍ້າຕົກຕາດແຫ່ງນີ້ ຖືວ່າບໍ່ຄ່ອຍສະດວກປານໃດໃນລະດູຝົນ ຈະເໝາະກັບນັກພະຈົນໄພທໍາມະຊາດຫຼາຍກວ່າ ເພາະພາຫະນໍາທີ່ສາມາດນໍາເຂົ້າໄປໄດ້ຈະເປັນ ພວກລົດທີ່ມີຄວາມສູງ, ມີໂຟວິນ ຫຼື ລົດຈັກບີບາກເທົ່ານັ້ນ ແຕ່ກໍເປັນໄລຍະທີ່ນໍ້າຕົກຕາດງາມທີ່ສຸດ, ຖ້າເຂົ້າໄປໄດ້ຈະໄດ້ສໍາພັດອາທໍາມະຊາດທີ່ຫາໃສປຽບບໍ່ໄດ້ແທ້ໆ.

ສ່ວນການບໍລິການຢູ່ແຊປ້ອງໄລ ກໍຖືວ່າຍັງບໍ່ທັນໄດ້ຮັບການພັດທະນາ ປັບປຸງໃຫ້ດີເທົ່າທີ່ຄວນເທື່ອ. ແຕ່ຕອນນີ້ທາງຜູ້ພັດທະນາກໍາລັງເອົາໃຈໃສ່ຫຼາຍຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເພາະປັດຈຸບັນນັກທ່ອງທ່ຽວເລີ່ມເຂົ້າມາທ່ອງທ່ຽວຫຼາຍຂຶ້ນເລື້ອຍໆ.

ຂອບໃຈຂໍ້ມູນຈາກ: Lao Postcard

ແບ່ງປັນ