Breaking News

ຄວາມສຳພັນ

ແບກໃຈທີ່ເຈັບຊໍ້າໄປຖິ້ມ ອອກໄປທ່ອງທ່ຽວກັນດີກວ່າ…

ພາເອົາໃຈທີ່ອິດເມື່ອຍ ໄປໃຫ້ໄກຈາກຄົນຫຼາຍໃຈ ຖ້າສາວໆຄົນໃດກໍາລັງ Hurt ມາຟັງທາງນີ້! ອົກຫັກແລ້ວຈະເສົ້າໄປເຮັດຫຍັງ ເພາະຊີວິດຍັງມີຄວາມໝາຍກວ່າທີ່ຈະໄປເສຍເວລາ ກັບຜູ້ຊາຍທີ່ເຂົາບໍ່ຮັກເຮົາແລ້ວ ຖ້າເບື່ອກັບການໃຊ້ຊີວິດໃນເມືອງທີ່ແສນຈະວຸ່ນວາຍ ເບື່ອກັບການຕ້ອງຕື່ນນອນແຕ່ເຊົ້າໄປເຮັດວຽກ ກັບຕອນແລງ ຊີວິດວົນວຽນກັບສິ່ງຊໍ້າໆ ແຖມຍັງຕ້ອງມາເສຍໃຈກັບຄົນທີ່ທຳຮ້າຍຈິດໃຈເຮົາ ມື້ນີ້ຂັວນໃຈເລີຍຈະຂໍແນະນໍາສາວໆ ໃຫ້ລອງອອກໄປທ່ອງທ່ຽວໄກໆ ອອກໄປສໍາຜັດກັບທໍາມະຊາດ ສໍາຜັດກັບອາຍກິ່ນຫຍ້າ ແລະ ອາກາດບໍລິສຸດ ໄປໃນບ່ອນທີ່ບໍ່ເຄີຍໄປກັບເຂົາຄົນນັ້ນ ບໍ່ຕ້ອງເອົາຫຍັງໄປຫຼາຍ ພຽງແຕ່ຈັບກະເປົາຈັກ 2 ໜ່ວຍ ຫອບເສື້ອຜ້າໃສ່ ແບກໃຈທີ່ເຈັບຊໍ້າໄປຖິ້ມ ໄປເບິ່ງແຕ່ສິ່ງງາມໆ ທີ່ເຮັດໃຫ້ສະບາຍໃຈ ແລ້ວກັບມາພ້ອມກັບໃຈດວງໃໝ່ ທີ່ປາສະຈາກຄວາມເຈັບປວດ ມາເລີ່ມຕົ້ນສິ່ງໃໝ່ໆ ລືມສິ່ງທີ່ເຮັດໃຫ້ເສຍໃຈ ເມື່ອໄດ້ລອງແລ້ວ ສາວໆຈະຮູ້ສຶກວ່າ ຜ່ານມາເຮົາໄປຫຼົງທາງຢູ່ໃສ? ເຮົາທໍາຮ້າຍຕົວເອງໄປຫຼາຍສໍ່າໃດ? ປ່ອຍໃຫ້ຫົວໃຈຈົມກອງທຸກດົນປານນີ້ຫວາ? ເພາະທີ່ຈິງແລ້ວ ຄວາມສຸກມັນຢູ່ອ້ອມຕົວເຮົາເອງ ເຮົາເປັນຄົນເລືອກເອງ ບໍ່ມີໃຜທີ່ຈະມາໃຫ້ຄວາມສຸກທີ່ໝັ້ນຄົງກັບເຮົາໄດ້, ຢ່າລືມວ່າເຮົານັ້ນມີຄ່າ ບໍ່ມີໃຜຈະເຫັນຄຸນຄ່າເຮົາ ຖ້າເຮົາບໍ່ເຫັນຄຸນຄ່າຂອງຕົວເອງ. ທີ່ມາ: ວາລະສານ ຂວັນໃຈ

Read More »

ໝູ່ລຸ້ນດຽວກັນເຂົາແຕ່ງງານ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ?

(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555). ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້? 5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ? ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ) ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ. ຂີ້ອາຍ ບໍ່ກ້າລຸຍ ເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ …

Read More »

​ຮູ້ໄດ້ແນວໃດ ວ່າຜູ້ຊາຍຄົນນີ້ “ແມ່ນ” ສໍາລັບເຮົາ?

ການ​ທີ່​ຈະ​ຮູ້ ຫຼື​ ແນ່​ໃຈ​ວ່າ​ຄົນ​ທີ່​ຄົບ​ນຳ​ຢູ່​ນັ້ນ​ເປັນ​ຄົນ​ທີ່ “​ແມ່ນ“ ​ແທ້ໆ ຫຼື ​ບໍ່​ ​ເປັນ​ເລື່ອງ​ທີ່​ຍາກຄື​ກັນ ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ເລີຍ​ທີ່​ສາວໆ ທັງຫລາຍ​ຍັງ​ຄົງ​ຄິດ​ໜັກ​ກັນ​ຢູ່ ​ເພາະສະ​ນັ້ນ ​ເຮົາຈຶ່ງ​ຂໍ​ນຳ​ສະ​ເໜີ​ສັນຍານ​ທີ່​ບົ່ງ​ບອກ​ວ່າ ​ເຂົາ​ຄົນ​ນັ້ນ​ເປັນ​ຄົນ​ທີ່ “​ແມ່ນ“ ສຳລັບ​ເຮົາ​ ຫຼື​ບໍ່? ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ: ການ​ໃຫ້​ຄວາມ​ເຄົາລົບ​ຊຶ່ງ​ກັນແລະ​ກັນ ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ການ​ໃຊ້​ຊີວິດ​ຄູ່ ອີກ​ທັງ​ຍັງ​ເປັນ​ສິ່ງ​ທຳ​ອິດ​ທີ່​ຕ້ອງ​ຄຳນຶງ​ເຖິງ​ເລີຍ ຖ້າ​ມີ​ຄວາມ​ຮູ້​ສຶ​ກ​ເຊັ່ນ​ນີ້​ຕໍ່​ກັນ ກໍ​ພໍ​ຈະ​ເວົ້າ​ໄດ້​ວ່າ​ເຂົາ​ເປັນ​ຄົນ​ທີ່​ແມ່ນ​ສຳລັບສາວໆ ​ຫາກ​ຊີວິດ​ຄູ່​ບໍ່​ມີ​ຮາກ​ຖານ​ຂອງ​ການ​ເຄົາລົບ ຊຶ່ງ​ກັນແລະ​ກັນ​ແລ້ວ ຈະ​ນຳ​ໄປ​ສູ່​ການ​ຜິດ​ຖຽງ​ກັນ​ໄດ້​ງ່າຍ​ ລອງ​ມາ​ເບິ່ງ​ກັນ​ດີກ​ວ່າ​​ມີ​ສັນຍານ​ຫຍັງ​ແດ່ ທີ່​ບົ່ງ​ບອກ​ເຖິງຄວາມ​​ເຄົາລົບກັນ: ​ເຂົາ​​ເຕັມ​ໃຈ​ ຫຼື ​ພະຍາຍາມ ທີ່​ຈະ​ປັບ​ທັດສະນະ​ຄະຕິ​ເຂົ້າ​ຫາເຮົາ ​ເມື່ອ​ຄວາມ​ຄິດ​ເຫັນ​ບໍ່​ກົງກັນ. ​ເຂົາ​ຮັບ​ຟັງ​ຄວາມ​ຄິດ​ເຫັນ ​ແລະ ​ເປັນ​ທີ່​ລະບາຍ​ເມື່ອ​ຍາມທີ່ເຮົາ​ທຸກ​ໃຈ​ ຫຼື ​ສຸກ​ໃຈ. ​ເຂົາ​ສາມາດ​ສຳ​ຜັດ​ໄດ້​ເຖິງຄວາມ​ຜິດ​ປົກກະຕິ​ບາງ​ຢ່າງ​ໃນ​ຕົວ​ເຮົາ ​ເຊັ່ນ​ບາງ​ມື້​ທີ່ເຮົາ​ງຽບໆບໍ່​ຄ່ອຍ​ເວົ້າ ​ເໜືອ​ນມີ​ເລື່ອງ​ຫຍັງ​ໃນ​ໃຈ. ​ເຂົາ​ໃຫ້​ຄວາມ​ສຳຄັນ ​ແລະ ​ຮັບ​ຟັງ​ທັດສະນະ​ຄະຕິ​ຂອງ​ເຮົາ ​ເຂົາ​ຄຳ​ນຶງ​ເຖິງຄຸນຄ່າ​ໃນ​ຕົວເຮົາ. ​ເຂົາ​ດີ​ໃຈ​ຫຼື​ມີ​ຄວາມສຸກ​ໄປ​ກັບ​ເຮົາ ​ເມື່ອ​ປະສົບ​ຄວາມ​ສຳ​ເລັດ. ຖ້າ​ຂາດ​ຂໍ້​ໃດ​ຂໍ້​ໜຶ່ງ​ໄປ ສະ​ແດງ​ວ່າ​ເຂົາ​ບໍ່​ເຄົາລົບ​ໃນ​ຕົວ​ເຮົາ ນີ້​ຄຶ​ສິ່ງ​ທີ່​ບົ່ງ​ບອກ​ວ່າ​ເຂົາ​ອາດ​ຈະ​ຍັງ​ບໍ່ “​ແມ່ນ“ …

Read More »

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ, ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ 1. ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ 2. …

Read More »

ການເມີນເສີຍກໍແມ່ນຮູບການໜຶ່ງຂອງຄວາມຮຸນແຮງຕໍ່ແມ່ຍິງ

ຫຼາຍໆຄົນອາດເຂົ້າໃຈວ່າ ການກະທຳໃດໜຶ່ງທີ່ກໍໃຫ້ເກີດຄວາມເສຍຫາຍ ຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະເສດຖະກິດ ຂອງແມ່ຍິງ ແລະເດັກ ເປັນຄວາມຮຸນແຮງແມ່ນບໍ່? ແຕ່ຍັງບໍ່ໝົດເທົ່ານັ້ນເດີ້ ເພາະການບໍ່ກະທຳ ກໍຄື ການເມີນເສີຍ ຫຼືລະເລີຍ ອັນພາໃຫ້ເກີດຄວາມເສຍຫາຍໃນດ້ານຕ່າງໆ ກໍໍຖືວ່າແມ່ນ ຄວາມຮຸນແຮງ ແລະຜິດກົດໝາຍເຊັ່ນກັນໃດ ອີງຕາມກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ປີ 2015) ມາດຕາ 4 ການອະທິບາຍສັບ ຂໍ້ທີ 8 ໄດ້ເວົ້າເຖິງ ການເມີນເສີຍ ຫຼື ລະເລີຍ ວ່າໝາຍເຖິງ: “ການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດ ຫຼື ໃນສິ່ງທີ່ສະມາຊິກໃນຄອບຄົວ ຄວນປະຕິບັດຕໍ່ກັນ ເຊິ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ, ຈິດໃຈ ຫຼືສຸຂະພາບຂອງແມ່ຍິງ ແລະເດັ ເປັນຕົ້ນ ການບໍ່ປະຕິບັດພັນທະຂອງຕົນ ໃນການເບິ່ງແຍງລ້ຽງດູລູກ ຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ການບໍ່ເບິ່ງແຍງດູແລ ສະມາຊິກໃນຄຄອບຄົວ ເວລາເຈັບເປັນ ຫຼືເສຍອົງຄະ” ເຊັ່ນ: ຜົວບໍ່ເອົາໃຈໃສ່ເມຍ, …

Read More »