Breaking News

ໄວໜຸ່ມ

ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!

ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ? ເມແກຣນ – ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ – ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ – ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ – ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ – ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ – ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ – ບໍ່ແມ່ນພັນລະຍາທີ່ສົມບູນແບບ – ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ – ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ – ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ …

Read More »

ນຸ້ຍ ສຸພາພອນ ມາລຸກນີ້ກິນຂາດ…ໃຈລະລາຍແລ້ວວວ

ໃຜທີ່ເປັນແຟນຄລັບຂອງ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ກໍ່ຄົງຈະໄດ້ຕິດຕາມນາງກັນແບບເລື້ອຍໆ ຫຼັງຈາກທີ່ສາວຄົນນີ້ໄດ້ໄປປະກວດໃນເວທີ ນາງງາມຈັກກະວານ ປະຈຳປີ 2017 ຢູ່ທີ່ USA ຈົນສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກ ປະເທດລາວ ເພາະໃນປີທີ່ນາງປະກວດເປັນປີທຳອິດທີ່ມີຕົວແທນສາວງາມຈາກລາວເຮົາໄປປະກວດໃນເວທີດັ່ງກ່າວ, ປັດຈຸບັນນາງກໍ່ບໍ່ໄດ້ຫາຍໜ້າໄປໃສ ຍັງເດີນໜ້າໂຊໂຕຕາມອີເວັ້ນຕ່າງໆ ແລະ ຖ່າຍແບບ ເດີນແບບມີຜົນງານໃຫ້ແຟນໆໄດ້ຕິດຕາມກັນແບບເລື້ອຍໆ ນີ້ຖືເປັນລຸກໃໝ່ຂອງ ນຸ້ຍ ສຸພາພອນ ຂໍບອກເລີຍເດີ້ວ່າບໍ່ວ່ານາງຈະແຕ່ງລຸກໃດ ແບບໃດນາງກໍ່ກິນຂາດ ໂດຍສະເພາະລຸກນີ້ທີ່ເບິ່ງແລ້ວໜ້າຮັກສົດໃສ ເປັນແບບທີ່ແຟນໆຫຼາຍຄົນຍັງບໍ່ເຄີຍເຫັນນາງໃນລຸກນີ້ມາກ່ອນ…ໂອ້ຍ!!! ໃຈລະລາຍແລ້ວວວ!!! ຮູບພາບ: Nui Souphaphone

Read More »

ຄວາມເຊື່ອຜິດໆເວລາມີປະຈຳເດືອນທີ່ສາວໆຄວນຮູ້!!!

ເຊື່ອວ່າສາວໆຫຼາຍຄົນຄົງໄດ້ຍິນຄວາມເຊື່ອມາແບບຜິດໆກ່ຽວກັບການມີ ປະຈຳເດືອນ ກັນມາແດ່ແລ້ວວ່າ ເວລາມີປະຈຳເດືອນຫ້າມກິນນໍ້າເຢັນ ຫ້າມກິນນໍ້າໝາກພ້າວ ຫ້າມລົງຫຼິ້ນນໍ້າ ລວມໄປຮອດການຫ້າມມີເພດສຳພັນ ແລະ ໃນມື້ນີ້ເຮົາຈະພາສາວໆໄປໄຂຂໍ້ຂ້ອງໃຈຂອງຄວາມເຊື່ອເຫຼົ່ານີ້ກັນວ່າມັນເປັນເລື່ອງເທັດຈິງພຽງໃດ? 1. ຫ້າມອາບນໍ້າເຢັນ ເວລາທີ່ມີປະຈຳເດືອນ ຮໍໂມນໃນຮ່າງກາຍແມ່ຍິງເຮົາຈະມີການແປປວນ ພູມຄຸ້ມກັນຫຼຸດລົງ ເມື່ອສາວໆອາບນໍ້າເຢັນຂະເຮັດໃຫ້ຮ່າງກາຍຕ້ອງໄດ້ປັບອຸນຫະພູມ ຈົນອາດເຮັດໃຫ້ເກີດອາການເຈັບປ່ວຍໄດ້ ແຕ່ຄວາມເປັນຈິງແລ້ວສາວໆທີ່ເປັນປະຈຳເດືອນກໍ່ສາມາດອາບນໍ້າເຢັນໄດ້ ໃນລະດັບອຸນຫະພູມທີ່ປົກກະຕິ. 2. ຫ້າມກິນຂອງເຢັນ ຫຼື ນໍ້າແຂງ ຫຼາຍຄົນຄົງໄດ້ຍິນມາວ່າເວລາມີປະຈຳເດືອນຫ້າມກິນຂອງເຢັນ ເພາະດຽວເລືອດຈະແຂັງຕົວ ເຮັດໃຫ້ປະຈຳເດືອນຕົກຄ້າງ ອອກມາບໍ່ໝົດ ຊຶ່ງໃນຄວາມເປັນຈິງກໍ່ສາມາດກິນໄດ້ ແຕ່ຕ້ອງກິນຢູ່ໃນປະລິມານທີ່ເໝາະສົມ ບໍ່ຄວນກິນຫຼາຍຈົນເກີນໄປ. 3. ຫ້າມອອກກຳລັງກາຍໃນເວລາທີ່ມີປະຈຳເດືອນ ຂໍບອກເລີຍວ່າເປັນຄວາມເຊື່ອທີ່ຜິດເອົາຫຼາຍໆ ເພາະໃນເວລາທີ່ເຮົາອອກກຳລັງກາຍຈະເຮັດໃຫ້ຮ່າງກາຍເຮົາຫຼັ່ງສານເອັນໂດຟິນອອກມາ ຊຶ່ງສານນີ້ເຮັດໃຫ້ມີຄວາມສຸກ ຊ່ວຍຜ່ອນຄາຍຄວາມຄຽດ ແລະ ບັນເທົາອາການເຈັບປວດໄດ້ອີກດ້ວຍ. 4. ຫ້າມມີເພດສຳພັນ ໃນຄວາມເປັນຈິງແລ້ວຂໍຫ້າມນີ້ຄົງບໍ່ແມ່ນຂໍ້ຫ້າມແຕ່ຢ່າງໃດ ພຽງແຕ່ຢາກໃຫ້ລະມັດລະວັງໃນເລື່ອງຂອງການຮັກສາຄວາມສະອາດໃຫ້ຫຼາຍກວ່າປົກກະຕິບໍ່ວ່າຈະເປັນແມ່ຍິງ ຫຼຶ ຜູ້ຊາຍ ເພາະມີໂອກາດສ່ຽງທີ່ຈະຕິດເຊື້ອ 5. ຫ້າມລົງຫຼິ້ນນໍ້າ ສາວໆທີ່ກຳລັງມີປະຈຳເດືອນແລ້ວຢາກໄເຮັດກິດຈະກຳທາງນໍ້າກໍ່ຄົງຕ້ອງເຊັງກັນໄປຕາມລະບຽບ ເພາະຄວາມເຊື່ອນີ້ ແຕ່ທີ່ຈິງແລ້ວຢສກໃຫ້ລະມັດລະວັງ ແລະ …

Read More »

ປຸກລຸກ ຝົນທິບ ນາງເອກດັງຈາກເພື່ອນບ້ານ ຮ່ວມເດີນແຟຊັ່ນໂຊໃນລາວ!

ປຸກລຸກ ຝົນທິບ ວັດຊະລະຕະກູນ ດາລາ-ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ຫຼ້າສຸດກໍ່ໄດ້ເດີນທາງມາຮ່ວມເດີນແຟຊັ່ນໂຊໃນງານ “Vientiane Wow Fashion Week 2018” ແລະ ປຸກລຸກ ກໍ່ຍັງໄດ້ໂພສຮູບພາບເດີນແບບໃນລາວໃຫ້ແຟນຄລັບທັງສອງຝັ່ງໄດ້ຮູ້ເຖິງການມາຄັ້ງນີ້້ຂອງນາງອີກດ້ວຍ. ສຳລັບ ປຸກລຸກ ຝົນທິບ ອາຍຸ 27 ປີ ເປັນນັກສະແດງແຖວໜ້າອີກຄົນໜຶ່ງທີ່ມີຊື່ສຽງ ແລະ ຄວາມສາມາດແໜ້ນ ແຈ້ງເກີດມາຈາກການເປັນ Miss Thailand Universe 2010, ປັດຈຸບັນເປັນນັກສະແດງມີຜົນງານໃຫ້ແຟນໆຕິດຕາມຢ່າງຫຼວງຫຼາຍ. ຮູບພາບຈາກ: IG/pooklook_fonthip

Read More »

ເຂົ້າກັນບໍ່ໄດ້ ເຫດຜົນ ຫຼື ຂໍ້ອ້າງ?

ໃໝ່ໆກໍຮັກກັນດີ ໄປໆມາໆຜ່ານໄປຫຼາຍປີພັດວ່າ ເຂົ້າກັນບໍ່ໄດ້…ໂອ້ຍຫຼາຍໆຄົນກໍ່ອາດຈະເຈິກັບບັນຫາແບບນີ້ແມ່ນບໍ່? ບາງຄູ່ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ແຕ່ກໍພະຍາຍາມຈູນເຂົ້າຫາກັນແລ້ວ ແຕ່ສຸດທ້າຍກໍເຖິງຂັ້ນຕ້ອງເລິກລາກັນໄປຕາມລະບຽບ. ໃນເມື່ອຄົນຢາກໄປກໍ່ບໍ່ມີຫຍັງສິໄປຫ້າມໄດ້ ເຮົາກໍຕ້ອງເຂັ້ມແຂງ ເປັນທີ່ເພິ່ງໃຫ້ຕົນເອງໃຫ້ໄດ້ ຮັກສາໂຕເອງໃຫ້ດີ ຮູ້ຈັກຄຸນຄ່າຂອງໂຕເຮົາເອງ ຄິດສາວ່າຄົນຜູ້ນັ້ນ ບໍ່ແມ່ນຄົນທີ່ຈະມາເປັນຄູ່ຊີວິດທີ່ດີຂອງເຮົາ ຖ້າຄົນທີ່ຮັກ ແລະ ຈິງໃຈເຂົາຈະບໍ່ຍອມເອີ່ຍຄຳວ່າ “ເຂົ້າກັນບໍ່ໄດ້” ມາຫາວິທີເລິກກັບເຮົາ ແລະ ນັ້ນມັນເປັນວິທີຂອງຄົນທີໝົດຮັກຕໍ່ເຮົາແລ້ວ ເຮົາກໍບໍ່ຈຳເປັນຈະຕ້ອງໄປດຶງເຂົາໄວ້ ປ່ອຍເຂົາໄປ ແລະ ພະຍາຍາມຄິດບວກສະເໝີວ່າ ມັນກໍ່ເປັນໂອກາດດີທີ່ເມື່ອເຮົາເລີກກັບຄົນນີ້ໄປແລ້ວ ໃນອະນາຄົດເຮົາອາດຈະເຈິຄົນທີ່ດີ ແລະ ພ້ອມທີ່ຈະຮ່ວມທຸກ ຮ່ວມສຸກໄປກັບໄປກັບເຮົາ. ຄວາມຮັກ ຄືການຮຽນຮູ້ເຊິ່ງກັນ ແລະ ກັນ ຄວນໃຫ້ກຽດກັນທັງສອງຝ່າຍ ແລະ ຕ້ອງຮູ້ຈັກໃຫ້ກຽດເຄົາລົບພໍ່ແມ່ ແລະ ຄົນໃນຄອບຄົວຂອງເຮົານຳ ຮູ້ຈັກປະຄັບປະຄອງ ຮູ້ຈັກໂອ້ລົມກັນ ຕັກເຕືອນກັນໃນຍາມທີ່ອີກຝ່າຍເຮັດສິ່ງທີ່ບໍ່ຖືກຕ້ອງ ເປັນທີ່ປຶກສາທີ່ດີ ແບບນີ້ເຖິງຈະເປັນຄວາມຮັກທີ່ສາມາດໄປກັນລອດ ແລະ ເຂົ້າກັນໄດ້. ຕ້ອງຮູ້ຈັກຄຳວ່າ ພໍ ເພາະເມື່ອເຮົາຮູ້ຈັກຄຳນີ້ແລ້ວຊີວິດຂອງເຮົາກໍຈະດີຂຶ້ນ ໃຜທີ່ບໍ່ຮັກເຮົາກໍຄວນປ່ອຍເຂົາໄປ ເພາະເຖິງຈະອ້ອນວອນໃຫ້ເຂົາຢູ່ກໍບໍ່ມີທາງທີ່ຈະໄດ້ໃຈເຂົາ ໃຫ້ຄິດວ່າໃນເມື່ອເຮົາຄິດດີເຮົາກໍຕ້ອງເຈິຄົນທີ່ດີທີ່ສຸດເຂົ້າມາໃນຊີວິດເຮົາແນ່ນອນ. …

Read More »