Breaking News

ໄວໜຸ່ມ

ດຣ່າມ່າ! ສາວໂວຍ…ໂພສເດືອດປະຈານສະຖານທີ່ທ່ອງທ່ຽວດັງ!!

ໃນວັນທີ 20 ພຶດສະພາ ໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງນາມວ່າ N Bua Soulisa ໄດ້ໂພສເຖິງສະຖານທີ່ທ່ອງທ່ຽວຊື່ດັງ ເຊິ່ງພໍແຕ່ໂພສເຮັດໃຫ້ມີກະແສວິພາກວິຈານ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ມີການກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ເຊິ່ງເນື້ອໃນທີ່ສາວຄົນນີ້ໄດ້ໂພສມີຢູ່ວ່າ: “ມື້ນີ້ມີເລື່ອງ ມາເລົ່າສູ່ຟັງ  ທີ່⛲ຫີນຄັນນາ  ວັນທີ່ 20.5.2018 ກົງກັບວັນອາທິດ ຂ້ອຍໄດ້ໄປພັກຜ່ອນກິນເຂົ້າແບບທຳມະຊາດເພື່ອພັກຜ່ອນ ຄ່າເຂົ້າສະຖານທີ່ແຫຼ່ງທ່ອງທ່ຽວ 45.000ກີບ ຄ່າຕູບ 30.000 ຄ່າສາດ 20.000 ຄ່າຫ້ອງເຂົ້າ 2000 ນ້ອງສາວຂໍເງິນໄປເຂົ້າຫ້ອງນໍ້າ 2000 ກີບ ຂ້ອຍເລີຍໃຫ້ໄປໃບ 20.000 ເຂົ້າຫ້ອງນໍ້າອອກມາກຳລັງຈ່າຍເງີນຄ່າເຂົ້າຫ້ອງນໍ້າ 2000 ແລ້ວພະນັກງານວ່າ ຂໍຄ່າຕົ່ງນໍ້າແນ່ຕຸກລະ 5000 ກີບ ນ້ອງກະຈ່າຍໄປເດັກນ້ອຍບໍ່ຮູ້ຫຍັງກະຈ່າຍໄປຕາມທຳມະດາ ຄິດວ່າເພີ່ນສິບໍ່ໄລ່ຄ່ານໍ້າ 2 ຕຸກທີ່ເອົາໄປຕົ່ງຢູ່ຫ້ອງນຳນັ້ນ ອອກມາລະວ່າ… ຂໍເກັບເງິນຄ່ານໍ້າແນ່ເດີ້ ຕຸກລະ 5000 ກີບ ນ້ອງຂ້ອຍກະຈ່າຍ ມາຮອດຕູບ ລະນ້ອງສາວມາບອກວ່າ ເຮົາໄປຕົ່ງນໍ້າຢູ່ຫ້ອງນໍ້າເຂົາເກັບເງິນຄ່ານໍ້າຕຸກລະ 5000 #ຂ້ອຍຫະ ຄ່າເຂົ້າໄປຂີ້ກະເສຍເງິນແລ້ວ …

Read More »

ງາມແຮງ ແພງຫຼາຍ! ບໍ່ອະລັງການ ບໍ່ແມ່ນ…ລູກນໍ້າ ທິດາລັດ!

ໃນຊ່ວງທ້າຍອາທິດທີ່ຜ່ານມາວົງການບັນເທີງບ້ານເຮົາຄຶກຄື້ນເປັນພິເສດ ເພາະມີງານເດີນແຟຊັ່ນໂຊ “Vientiane Wow Fashion Week 2018” ແລະ ໃນງານນີ້ຈະຂາດສາວຄົນນີ້ແມ່ນບໍ່ໄດ້ເລີຍ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງແຖວໜ້າ ເຊິ່ງງານນີ້ ລູກນໍ້າ ອອກມາເສີດສາຍໃນຊຸດສີຂາວ ເບິ່ງແລ້ວສຸດແສນຈະເພີເຟັກ ໂດຍຊຸດຂອງລູກນໍ່້າອອກແບບໂດຍ ນັກອອກແບບໜຸ່ມນ້ອຍ ບິນລີ່ ສີອຳພັນ ແລະ ໄດ້ຊ່າງແຕ່ງໜ້າສີມືດີ ອາເລັກ ອະລິຍາ ມາເນລະມິດໃຫ້ລູກນໍ້າເຈີດຈະຫຼັດໃນເວທີດັງກ່າວ, ງານນີ້ຄະແນນເຕັມ 10 ໄປເລີຍ!!! ລຸກນີ້ ສາວ ລູກນໍ້າ ງາມແຮງ ແພງຫຼາຍອີ່ຫລີຂໍຍອມມມມ! ບໍ່ແມ່ນແຕ່ໃນເວທີທີ່ນາງເລີດ ນອກເວທີນາງກໍ່ເລີດເຊັ່ນກັນເດີ້ແຟນໆໆ ຮູບພາບ: Louknum Vongsili

Read More »

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …

Read More »

ຄວນຮູ້! ເງື່ອນໄຂ ແລະ ຂອບເຂດ ຂອງການເຮັດວຽກເພີ່ມໂມງ ຫຼື OT

ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ  ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ:   ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ. ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ …

Read More »

ລະວັງ! ສາວໆທີ່ມັກເຮັດເລັບເຈວຄວນອ່ານ ກ່ອນຈະສາຍເກີິນແກ້!!!

ດຽວນີ້ການເຮັດເລັບເຈວກຳລັງເປັນທີ່ນິຍົມກັນຂອງບັນດາສາວໆ ນອກຈາກເຮົາຈະໄດ້ເລັບທີ່ງົດງາມແລ້ວ ມັນຍັງຕິດທົນ ທາກໍ່ແຫ້ງໄວ ບໍ່ຫຼຸດອອກງ່າຍ ຟັງເບິ່ງຂໍ້ມີແຕ່ຂໍ້ດີໆເນາະວ່າບໍ່ສາວໆ ແຕ່ຢ່າຟ້າວດີໃຈໄປເພາະຂໍ້ເສຍກໍ່ມີເດີ້ ເພາະມັນຈະເຮັດໃຫ້ເລັບຂອງເຮົາບາງ ແລະ ສາວໆເອງບາງເທື່ອກໍ່ບໍ່ຮູ້ແມ່ນບໍ່ວ່າຈະຮູ້ໄດ້ແນວໃດວ່າເລັບເຮົາບາງ ຫຼື ເບິ່ງແນວໃດວ່າເລັບເຮົາເສຍ ແລະ ຄວນລະວັງຫຍັງແດ່ເມື່ອເຮັດເລັບເຈວ ລອງມາເບິ່ງຄຳຕອບກັນເລີຍ!!! 1. ເລັບຈີກຂາດງ່າຍ ສັນຍານເຕືອນຂໍ້ທຳອິດທີ່ສາວໆ fc ເລັບເຈວທັງຫຼາຍຕ້ອງສັງເກດຄື ເລັບຂອງເຮົາຫັກ ຫຼື ຈີກຂາດງ່າຍຫຼືບໍ່ ຫາກພົບພໍ້ວ່າເລັບຈີກງ່າຍ ຫຼື ລ້າງເລັບອອກມາແລ້ວເລັບແຕກ ຄວນຢຸດພັກການເຮັດເລັບເຈວໄປກ່ອນປະມານ 3-4 ເດືອນ 2. ເລັບຫັກງໍ ຂໍ້ສັງເກດອີກຢ່າງໜຶ່ງເລີຍກໍ່ຄືໃຫ້ສາວໆລອງຈິກປາຍເລັບຂອງຕົວເອງລອງເບິ່ງ ຖ້າຫາກວ່າມັນຢຸບ ຫຼື ຫັກໄດ້ງ່າຍໆນັ່ນກໍ່ໝາຍຄວາມວ່າ ໜ້າເລັບຂອງສາວໆກຳລັງຕ້ອງການໆພັກຜ່ອນຢ່າງດ່ວນນນນ 3. ຫຼຽມໜ້າເລັບຫາຍໄປ ເຄີຍສັງເກດເລັບຂອງຕົວເອງຫຼືບໍ່ວ່າມັນຈະມີເສັ້ນຄ້າຍໆ ຫຼ່ຽມຢູ່ ຫາກເສັ້ນນັ້ນເລີ່ມຫາຍໄປ ຫຼື ເບິ່ງບໍ່ຄ່ອຍເຫັນແລ້ວ ແປວ່າໜ້າເລັບຂອງສາວໆເລີ່ມບາງລົງ ຕ້ອງເວັ້ນການເຮັດເລັບເຈວໄປຈັກໄລຍະແລ້ວລະ ຖ້າສາວໆລອງລ້າງເລັບອອກມາ ແລ້ວພົບວ່າມີສັນຍານເຕືອນຂໍ້ໃດ ຂໍ້ໜຶ່ງ ຫຼື ຄົບທັງ …

Read More »