ບໍ່ມີແຟນຢ່າງໜ້ອຍເຮົາກໍ່ຍັງມີໝູ່ທີ່ຮັກ ແລະ ເຂົ້າໃຈເຮົາທຸກໆເລື່ອງ Summer ແບບນີ້ອາກາດດີເປັນໃຈ ມາຊວນສ່ຽວອອກໄປທ່ອງທ່ຽວເບິ່ງໂລກກວ້າງ ເກັບພາບງາມໆໄວ້ເບິ່ງກັນດີກວ່າ… ແຕ່ຖ້າໃຜທີ່ຍັງອາຍກ້ອງ ໂພສທ່າບໍ່ເປັນ ບໍ່ຕ້ອງຊີຣຽດ ເພາະ ຂວັນໃຈ ເຮົາມີສະຕາຍການໂພສຮູບແບບສະບາຍໆ ຈາກໄວລຸ້ນຝັ່ງ ຮໍລີວູດ ມາຝາກ ບໍ່ຕ້ອງແນມເບິ່ງກ້ອງກໍ່ໄດ້ ແຕ່ຂໍບອກເລີຍວ່າຮູບທີ່ອອກມາໄດ້ອາລົມ ໄດ້ຄວາມຮູ້ສຶກ ແບບບໍ່ຕ້ອງພະຍາຍາມຫຍັງຫຼາຍ… ເປັນແນວໃດແດ່ ໄດ້ເບິ່ງວິທີໂພສທ່າກັບໝູ່ສະໜິດໄປແລ້ວ ຫວ່າງໆກໍ່ຢ່າລືມຊວນສ່ຽວ ອອກໄປທ່ອງທ່ຽວ ເກັບພາບຄວາມຊົງຈຳດີໆໄວ້ເບິ່ງແດ່ເດີ້ທຸກໆຄົນ!!! cr pic : IG/americanstyle
Read More »ໄວໜຸ່ມ
ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ
ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 …
Read More »ສ່ອງ! ຄຣິດຕິນ້າ ລາສະສິມມາ ບໍ່ຮູ້ໄປເຮັດຫຍັງມາ ດຽວນີ້ຂໍບອກວ່າ…
ມາສ່ອງ! ຄຣິດຕິນ້າ ລາສະສິມມາ ອະດີດ ນາງສາວລາວ (Miss Laos 2012) ທີ່ດຽວນີ້ຂໍບອກວ່າ…ງາມ ມີສະເໜ່ຈັບອົກຈັບໃຈ ເບິ່ງມຸມໃດກໍ່ບໍ່ເບື່ອ ຫຼື ເປັນຍ້ອນທີ່ ສາວ ຄຣິດຕິນ້າ ອາດຈະເປັນຍ້ອນໄວອາຍຸທີ່ໃຫ່ຍຂຶ້ນ ປ່ຽນໄປຈາກລຸກເກົ່າໆ ເບິ່ງແລ້ວອໍລ້າຈັບ ແຕ່ກ່ອນທີ່ວ່າງາມແລ້ວ ດຽວນິ້ຍິ່ງງາມຂຶ້ນໄປອີກ ເບິ່ງແລ້ວແພງອີ່ຫລີ ປັດຈຸບັນ ສາວ ຄຣິດຕິນ້າ ນາງກໍ່ຍັງມີວຽກໃນວົງການບັນເທິງເລື້ອຍໆ ທັງຖ່າຍແບບ ເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ຜະລິດຕະພັນຕ່າງໆ, ໃຜທີ່ມັກ ແລະ ເປັນແຟນຄລັບຂອງສາວຄົນນີ້ກໍ່ຢ່າລືມເປັນກຳລັງໃຈໃຫ້ນາງກັນແດ່ເດີ້ແຟນໆ… ຮູບພາບຈາກ: Christina Lasasimma , pemxaypanya
Read More »ແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ເຮັດໃຫ້ແມ່ຍິງຕ້ອງກົ້ມໜ້າອົດທົນ…
ແມ່ຍິງເສຍປຽບສະເໝີໃນສະໜາມແຫ່ງຄວາມຮັກ ເມື່ອລົງສະໜາມແຫ່ງຄວາມຮັກແລ້ວ ແມ່ຍິງເຮົາມັກຈະຕົກເປັນຮອງຜູ້ຊາຍສະເໝີ ດ້ວຍຂອບວັດທະນະທຳ-ປະເພນີ ທີ່ຫ້າມແມ່ຍິງບໍ່ໃຫ້ລົ້ມເຫຼວໃນເລື່ອງຄວາມຮັກ ຫຼືອອກຈາກຄວາມສຳພັນໄດ້ງ່າຍໆ ໂດຍສະເພາະເມື່ອແຕ່ງດອງແລ້ວ ບໍ່ຊັ້ນຈະຖືກສັງຄົມ ຫຼຸດຄຸນຄ່າລົງ ໃຫ້ກາຍເປັນພຽງແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ຊຸກຍູ້ແມ່ຍິງໃຫ້ຕ້ອງກົ້ມໜ້າອົດທົນ ຢູ່ໃນຄວາມສຳພັນ ຫຼືຄວາມຮັກທີ່ໝົດອາຍຸ ດ້ວຍຄວາມຮັບຜິດຊອບ ໃນຖານະແຟນ ຫຼືວ່າເມຍ ແຕ່ສຳລັບຜູ້ຊາຍ ສັງຄົມບ້ານເຮົາຊ້ຳພັດໃຫ້ໂອກາດ ຫຼິ້ນແສ້ພານສາວ ເລາະຮ້ານນ້ອຍຮ້ານໃຫຍ່ ໄຟຍິບຍັບ ນອກກາຍ ແລະນອກໃຈໄດ້ທຸກເວລາ !! ຢ່າລືມວ່າຄວາມຮັກມີມື້ໝົດອາຍຸ ເຮົາເຕີບໃຫຍ່ຂຶ້ນມາກັບຄຳສັ່ງສອນ ຫຼືມັກໄດ້ຍິນມາສະເໝີວ່າ ຖ້າຮັກກັນ ຕ້ອງຮັກດຽວໃຈດຽວ ຮັກຕະຫຼອດໄປ ແມ່ນແລ້ວ ຄວາມຮັກທີ່ຍືນຍາວ ຄົງທົນຖາວອນ ເປັນສິ່ງທີ່ປະເສີດສູງສົ່ງ ປຽບໄດ້ດັ່ງຄວາມຮັກຈາກຄົນໃນຄອບຄົວ ຈາກພໍ່ແມ່ ອ້າຍເອື້ອຍນ້ອງ ທີ່ບໍ່ວ່າຜ່ານໄປດົນປານໃດ ກໍບໍ່ປ່ຽນແປງ .. ແຕ່ສໍາລັບຄວາມຮັກແບບບ່າວສາວແລ້ວ ບອກເລີຍວ່າ ມັນອ່ອນໄຫວ ແລະບອບບາງຫຼາຍ ມັນເຄື່ອນເໜັງ ປັບປ່ຽນ ໄປຕາມປັດໄຈພາຍໃນ ແລະພາຍນອກ …
Read More »ກັບມາສ້າງສຽງຮືຮາອີກຄັ້ງ! “King Of Catwalk” ເດີນທາງມາປະເທດລາວອີກແລ້ວພີ່ນ້ອງ!!!
ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ… Welcome to the land of MILLION ELEPHANTS ‘’ LAOS ‘’ ??????????????????????????????? โพสต์โดย Sinon Loresca เมื่อ 26 พฤษภาคม 2018 ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ …
Read More »