Breaking News

ແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ເຮັດໃຫ້ແມ່ຍິງຕ້ອງກົ້ມໜ້າອົດທົນ…

ແບ່ງປັນ

ແມ່ຍິງເສຍປຽບສະເໝີໃນສະໜາມແຫ່ງຄວາມຮັກ

ເມື່ອລົງສະໜາມແຫ່ງຄວາມຮັກແລ້ວ ແມ່ຍິງເຮົາມັກຈະຕົກເປັນຮອງຜູ້ຊາຍສະເໝີ ດ້ວຍຂອບວັດທະນະທຳ-ປະເພນີ ທີ່ຫ້າມແມ່ຍິງບໍ່ໃຫ້ລົ້ມເຫຼວໃນເລື່ອງຄວາມຮັກ ຫຼືອອກຈາກຄວາມສຳພັນໄດ້ງ່າຍໆ ໂດຍສະເພາະເມື່ອແຕ່ງດອງແລ້ວ ບໍ່ຊັ້ນຈະຖືກສັງຄົມ ຫຼຸດຄຸນຄ່າລົງ ໃຫ້ກາຍເປັນພຽງແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ຊຸກຍູ້ແມ່ຍິງໃຫ້ຕ້ອງກົ້ມໜ້າອົດທົນ ຢູ່ໃນຄວາມສຳພັນ ຫຼືຄວາມຮັກທີ່ໝົດອາຍຸ ດ້ວຍຄວາມຮັບຜິດຊອບ ໃນຖານະແຟນ ຫຼືວ່າເມຍ ແຕ່ສຳລັບຜູ້ຊາຍ ສັງຄົມບ້ານເຮົາຊ້ຳພັດໃຫ້ໂອກາດ ຫຼິ້ນແສ້ພານສາວ ເລາະຮ້ານນ້ອຍຮ້ານໃຫຍ່ ໄຟຍິບຍັບ ນອກກາຍ ແລະນອກໃຈໄດ້ທຸກເວລາ !!

ຢ່າລືມວ່າຄວາມຮັກມີມື້ໝົດອາຍຸ

ເຮົາເຕີບໃຫຍ່ຂຶ້ນມາກັບຄຳສັ່ງສອນ ຫຼືມັກໄດ້ຍິນມາສະເໝີວ່າ ຖ້າຮັກກັນ ຕ້ອງຮັກດຽວໃຈດຽວ ຮັກຕະຫຼອດໄປ ແມ່ນແລ້ວ ຄວາມຮັກທີ່ຍືນຍາວ ຄົງທົນຖາວອນ ເປັນສິ່ງທີ່ປະເສີດສູງສົ່ງ ປຽບໄດ້ດັ່ງຄວາມຮັກຈາກຄົນໃນຄອບຄົວ ຈາກພໍ່ແມ່ ອ້າຍເອື້ອຍນ້ອງ ທີ່ບໍ່ວ່າຜ່ານໄປດົນປານໃດ ກໍບໍ່ປ່ຽນແປງ .. ແຕ່ສໍາລັບຄວາມຮັກແບບບ່າວສາວແລ້ວ ບອກເລີຍວ່າ ມັນອ່ອນໄຫວ ແລະບອບບາງຫຼາຍ ມັນເຄື່ອນເໜັງ ປັບປ່ຽນ ໄປຕາມປັດໄຈພາຍໃນ ແລະພາຍນອກ ທີ່ເຂົ້າມາກະທົບຢູ່ສະເໝີ ດັ່ງທີ່ພະພຸດທະເຈົ້າເພິ່ນກ່າວໄວ້ວ່າ “ຄວາມແນ່ນອນ ຄືຄວາມບໍ່ແນ່ນອນ” ຫັ້ນແຫຼະເນາະ ສະນັ້ນ ການປະຄັບປະຄອງຄວາມຮັກແບບບ່າວສາວ ຄູ່ຮັກ ຈຶ່ງຕ້ອງໃຊ້ຄວາມລະອຽດອ່ອນ ຄວາມຊື່ສັດ ຄວາມເອົາໃຈໃສ່ ແລະຮ່ວມມືຈາກທັງສອງຝ່າຍ ຈຶ່ງຈະຍືນຍົງໄດ້ .. ເຮີ້!!! (ຖອນຫາຍໃຈ) ບໍ່ແມ່ນເລື່ອງງ່າຍເລີຍ ເພາະຫາກເຮັດບໍ່ໄດ້ ຄວາມຮັກດັ່ງກ່າວກໍຈະ “ໝົດອາຍຸ” ໄປເປັນທໍາມະດາ

ການຍອມ ບໍ່ແມ່ນການແກ້ໄຂບັນຫາ

ສາວໆທັງຫຼາຍເອີ້ຍ ການຍອມ ຫຼືການປ່ອຍໃຫ້ຜູ້ອື່ນເຮັດໃຫ້ເຮົາເຈັບປວດ ເສຍໃຈ ແມ່ນການອະນຸຍາດ ໃຫ້ຕົວເຮົາຕົກເປັນ “ເຫຍື່ອ” ຫຼືຜູ້ຖືກກະທໍາຄວາມຮຸນແຮງ ຄັ້ງນີ້ ຄັ້ງໜ້າ ແລະຄັ້ງຕໍ່ໆໄປ .. ຝ່າຍຊາຍເອງກໍຈະເຂົ້າໃຈຜິດວ່າ ການກະທຳຄວາມຮຸນແຮງຕໍ່ຈິດໃຈ ທີ່ຜິດກົດໝາຍ ແມ່ນເລື່ອງທຳມະດາ ຫຼືເປັນສິ່ງທີ່ຖືກຕ້ອງ ເພາະແມ່ຍິງຍອມຮັບໄດ້ ແລະ ສືບຕໍ່ພຶດຕິກຳເຫຼົ່ານັ້ນໄປເລື້ອຍໆແບບບໍ່ສິ້ນສຸດ

ຈື່ໄວ້ວ່າ ຫາກເຮົາບໍ່ສາມາດຕໍ່ອາຍຸ “ຄວາມຮັກ” ຂອງເຮົາອອກໄປໄດ້ ກໍຢ່າເສຍເວລາ ຮັກສາຄວາມສໍາພັນນັ້ນໄວ້ ເພາະທາງເລືອກທີດີທີ່ສຸດ ກໍຄືຕ້ອງຍຸຕິມັນລົງ ເພື່ອເອົາຕົວເອງອອກມາຈາກ ສະຖານະການຄວາມຮຸນແຮງຕໍ່ຈິດໃຈ 

ທີ່ມາ: ວາລະສານ ຂວັນໃຈ

ຂໍຂອບໃຈຮູບປະກອບຈາກ: Google

 

ແບ່ງປັນ