Breaking News

ຫ້າມຂາຍ! ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ເກີນລາຄາເດັດຂາດ!

ແບ່ງປັນ

ເພື່ອເຮັດໃຫ້ລາຄາອາຫານຈານດ່ຽວປະເພດ  ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ມີລາຄາທີ່ສົມເຫດສົມຜົນ, ຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນໃຫ້ໄດ້ຮັບການແກ້ໄຂທີ່ດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮອງຮັບປີທ່ອງທ່ຽວລາວ 2018. ດັ່ງນັ້ນທາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ເລກທີ 1310/ ຫອຄ .ກຄພນ ລົງວັນທີ 25 ພຶດສະພາ 2018 ວ່າດ້ວຍເລື່ອງ: ການທົດລອງ ຈັດຕັ້ງປະຕິບັດລາຄາຊີ້ນໍາ ອາຫານຈານດ່ຽວ ປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າຢູ່ນະຄອນຫຼວງວຽງຈັນ ຫ້າມຂາຍເກີນຖ້ວຍລະ 15,000 ກີບ. 

ແຈ້ງການສະບັບນີ້ແມ່ນມີຜົນສັກສິດ, ຖ້າຫາກພົບເຫັນຜູ້ດຳເນີນທຸລະກິດໃດຂາຍເກີນລາຄາຊີ້ນຳ ແມ່ນໃຫ້ປະຕິບັດມາດຕະການຕາມທີ່ກຳນົດໄວ້ ໃນດຳລັດ 474/ນຍ.

ຂໍຂອບໃຈຂໍ້ມູຸນຈາກ: FB/Support Prime Minister Thongloun Sisoulith

ແບ່ງປັນ