Breaking News

ດວງປະຈໍາວັນ ອັງຄານ, ວັນທີ 29 ພຶດສະພາ 2018.

ແບ່ງປັນ
• ວັນອາທິດ.
ການເງິນ: ມີດວງໃຊ້ເງິນຫຼາຍ ເຫັນຫຍັງກໍຢາກຊື້ໄປໝົດ ຈຶ່ງທ້ອນເງິນບໍ່ຄ່ອຍຢູ່
ວຽກງານ: ລະວັງຜິດຖຽງກັບຄົນອ້ອມຂ້າງ ເພາະທ່ານເວົ້າກົງເກີນໄປ
ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ປາກຫວານສ່ວນຄົນມີຄູ່ ຄວາມຮັກຫວານຊຶ້ງດີ ບໍ່ມີບັນຫາຫຍັງ

• ວັນຈັນ.
ການເງິນ: ມີໂອກາດໃຊ້ເງິນເພື່ອການເດີນທາງພັກຜ່ອນ ແຕ່ລະວັງໃຊ້ຈ່າຍຫຼາຍເກີນໄປ
ວຽກງານ: ບໍ່ເປັນດັ່ງຫວັງ ວຽກບໍ່ຄືບໜ້າ ເພາະຫາຄົນຊ່ວຍເຫຼືອຍາກ
ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນໃກ້ຕົວ ສ່ວນຄົນມີຄູ່ ຄົນອ້ອມຂ້າງພະຍາຍາມເຮັດໃຫ້ທ່ານ ແລະ ແຟນຜິດໃຈກັນ ແຕ່ຍັງດີທີ່ທ່ານ ແລະ ແຟນເຂົ້າໃຈກັນດີຈຶ່ງບໍ່ມີບັນຫາຫຍັງ

• ວັນອັງຄານ.
ການເງິນ: ຈະມີລາຍໄດ້ເຂົ້າມາ ເຮັດໃຫ້ໃຊ້ຈ່າຍໄດ້ແບບສະບາຍຂຶ້ນ
ວຽກງານ: ເບື່ອກັບສະພາບແວດລ້ອມເກົ່າໆ ຈົນຢາກປ່ຽນວຽກໃໝ່
ຄວາມຮັກ: ຄົນໂສດ ຮູ້ທັງຮູ້ແລ້ວວ່າເຂົາມີຄູ່ແລ້ວ ແຕ່ກໍຍັງຍອມກິນນໍ້າໃຕ້ສອກຄົນອື່ນ ສ່ວນຄົນມີຄູ່ ມີແວວວ່າຈະເລີກລາກັນ ເພາະຄົນຂອງທ່ານແອບຈັບປາສອງມ
• ວັນພຸດ.
ການເງິນ: ວາງແຜນທ້ອນເງິນຢ່າງເປັນລະບົບ ຈຶ່ງຮູ້ຈັກປະຢັດຫຼາຍຂຶ້ນ
ວຽກງານ: ຂ້ອນຂ້າງດີ ຈະມີໂອກາດໄດ້ຮັບຜິດຊອບວຽກສໍາຄັນໆ ແລະ ຜູ້ໃຫຍ່ເຫັນຜົນງານ
ຄວາມຮັກ: ຄົນໂສດ ມີດວງໄດ້ພົບເນື້ອຄູ່ ມີໂອກາດໄດ້ໄປທ່ຽວນໍາກັນ ສ່ວນຄົນມີຄູ່ ຜິດຖຽງກັນຍ້ອນເລື່ອງບໍ່ເປັນເລື່ອງ ແຕ່ກໍກັບມາຄືນດີກັນໄດ້ ເພາະແຟນຕາມເອົາໃຈເປັນພິເສດ
• ວັນພະຫັດ.
ການເງິນ: ດີຂຶ້ນ ຈະມີເງິນເຂົ້າມາຫຼາຍ ມີໂອກາດໄດ້ໃຊ້ເງິນເພື່ອຕົນເອງ
ວຽກງານ: ວຽກບໍ່ມີບັນຫາ ເມື່ອຍໃຈກັບຄົນອ້ອມຂ້າງ ຕັ້ງແຕ່ເຈົ້ານາຍຈົນເຖິງໝູ່ຮ່ວມວຽກ
ຄວາມຮັກ: ຄົນໂສດ ນໍ້າຕາຕົກໃນ ເພາະໄປຫຼົງຮັກຄົນມີເຈົ້າຂອງ ສ່ວນຄົນມີຄູ່ ຮູ້ສຶກເໝືອນບໍ່ມີຕົວຕົນໃນສາຍຕາຂອງແຟນເລີຍ
• ວັນສຸກ.
ການເງິນ: ຢູ່ໃນໄລຍະຂາລົງ ມີແຕ່ລາຍຈ່າຍຈົນໝຸນເງິນບໍ່ທັນ
ວຽກງານ: ເມື່ອຍ ເພາະຕ້ອງເຮັດວຽກຄົນດຽວ ຫາຄົນຊ່ວຍເຫຼືອຢາກ ແລະ ທ່ານບໍ່ຄ່ອຍໄວ້ໃຈໃຜງ່າຍໆ
ຄວາມຮັກ: ຄົນໂສດ ແມ່ນວ່າຈະເຮັດດີກັບຄົນທີ່ທ່ານມັກປານໃດ ອີກຝ່າຍກໍບໍ່ເຫັນຄວາມດີຂອງທ່ານເລີຍ ສ່ວນຄົນມີຄູ່ ເຂົ້າໃຈກັນດີ ມີດວງໄດ້ຮັບຂອງຂວັນຈາກຄົນຮັ
• ວັນເສົາ.
ການເງິນ: ມີລາຍໄດ້ໃໝ່ໆເຂົ້າມາ ແຕ່ກໍມີລາຍຈ່າຍບໍ່ຄາດຝັນຈຶ່ງຄວນສໍາຮອງເງິນໄວ້ເຜື່ອເວລາສຸກເສີນ
ວຽກງານ: ການເວົ້າກົງໄປກົງມາ ຈະເຮັດໃຫ້ທ່ານຜິດຖຽງກັບເຈົ້ານາຍ ຫຼື ໝູ່ຮ່ວມວຽກ
ຄວາມຮັກ: ຄົນໂສດ ເນື້ອຫອມ ມ່ວນກັບການລົມຫຼາຍຄົນ ສ່ວນຄົນມີຄູ່ ຜິດຖຽງກັບແຟນຕະຫຼອດ ເພາະອີກຝ່າຍມີພຶດຕິກໍາປ່ຽນໄ
ແບ່ງປັນ