ເກັບພາບບັນຍາກາດ ຂອງການສະແດງຈົບພາກຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເນື່ອງໃນວັນທີ 1 ມິຖຸນາ ຂອງເດັກນ້ອຍຈາກ ໂຮງຮຽນ ອະນຸບານ ນານາຊາດ ປັນຍາທິບ (PIS) ເຊິ່ງງານສະແດງຄັ້ງນີ້ນັບວ່າເປັນການສະແດງທີ່ມີຄວາມໜ້າສົນໃຈ ເພາະເປັນການສະແດງຂອງຫຼານນ້ອຍທີ່ເປັນອະນາຄົດຂອງຊາດ ໄດ້ໂຊທັກສະຄວາມສາມາດຕ່າງໆ ແລະ ໃນປີນີ້ມາໃນຕຣີມການສະແດງບຸນປີໃໝ່ລາວ, ບຸນປີໃໝ່ຈີນ, ບຸນບັ້ງໄຟ , ອອກພັນສາ, ຊ່ວງເຮືອ ແລະ ຍັງມີການສະແດງ ຟ້ອນຈຳປາເມືອງລາວ ເຕັ້ນບັນເລ່ ແລະ ເທຄວັນໂດອີກດ້ວຍ. ຕົບມືຊົມເຊີຍໃຫ້ຫຼານນ້ອຍແດ ເປັນຕາໜ້າຮັກ ໜ້າແພງຫຼາຍໆ (ຮັກເລີຍໆໆໆ) ຂໍຂອບໃຈຮູບພາບຈາກ: PedIndee Samart ,Ketsavanh Panyathip, Panita Panekham
Read More »ໄວໜຸ່ມ
ເບື່ອຊີວິດໃນເມືອງໃຫຍ່! ໄປ Slow life ຢູ່ ທ່າແຂກ ເມືອງແຫ່ງມົນສະເໜ່ກັນບໍ່?
ເບື່ອແລ້ວແມ່ນບໍ່ກັບຊີວິດໃນເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງ ທີ່ຕ້ອງລຸກແຕ່ເຊົ້າ ຟ້າວຟັ່ງໄປເຮັດວຽກ ໄປໃສກໍຍາກ ຍ້ອນລົດຕິດ ທ້າຍອາທິດຜູ້ຄົນແອອັດ ແລະ ວຸ້ນວາຍຕາມສະຖານທີ່ຕ່າງໆ ສະນັ້ນ ມື້ນີ້ ຈະພາທຸກຄົນມາຮູ້ຈັກກັບ ເມືອງທີ່ກົງກັນຂ້າມກັບສິ່ງທີ່ເວົ້າມາຂ້າງເທິງ ນັ້ນກໍຄືເມືອງທ່າແຂກ ແຂວງຄຳມ່ວນນັ້ນເອງ. ເມືອງທ່າແຂກເປັນເມືອງເອກຂອງແຂວງຄຳມ່ວນ ເຊິ່ງຕັ້ງຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດນະຄອນພະນົມ ປະເທດໄທຫ່າງຈາກນະຄອນຫລວງວຽງຈັນພຽງ 335 ກິໂລແມັດເທົ່ານັ້ນ ໃຊ້ເວລາເດີນທາງ ທາງລົດປະມານ 4-5 ຊົ່ວໂມງກໍ່ຮອດແລ້ວ. ເທື່ອນີ້ເຮົາມີເວລາຂ້ອນຂ້າງຈຳກັດ ຄື 2 ມື້ 1 ຄືນ ເລີຍຈະພາທ່ຽວຊົມສະເພາະຕົວເມືອງເກົ່າສະໄໝຝຮັ່ງປົກຄອງ. ພວກເຮົາເລີ່ມອອກເດີນທາງຈາກນະຄອນຫລວງ ມຸ່ງໜ້າລົງໃຕ້ແຕ່ເຊົ້າ ຖ້າໃຜສະດວກນັ່ງລົດເມໄປກໍງ່າຍດີ ພຽງແຕ່ໄປຂຶ້ນລົດຢູ່ຄິວສາຍໃຕ້ ແລ້ວຫາເຊົ່າລົດຈັກຢູ່ທ່າແຂກ ເພິ່ນກໍມີບໍລິການໃຫ້ເຊົ່າລົດຢູ່ ຫຼືຈະຂັບລົດໃຫຍ່ມາເອງກໍຍິ່ງສະດວກຂຶ້ນໄປອີກ. ເມື່ອກ້າວເຂົ້າເຂດແຂວງຄໍາມ່ວນ ເຮົາຈະພົບເຫັນພູພາສະຫຼັບຊັບຊ້ອນໄກໆ ກ່ອນຈະເຂົ້າສູ່ຕົວເມືອງທ່າແຂກ ເບື້ອງຂວາມືເຮົາຈະຜ່ານຂົວຂ້າມແມ່ນ້ຳຂອງແຫ່ງທີ່ສາມຂອງລາວ ສາມາດແວ່ເຂົ້າເບິ່ງ ແລະທ່ຽວຊົມໄດ້ ພໍອອກຈາກຂົວຂີ່ລົດຕໍ່ມີອີກປະມານ 20 ນາທີ ແຍກໄປທາງຂວາກໍຮອດຕົວເມືອງ ພວກເຮົາເລືອຫາບ່ອນພັກກ່ອນເລີຍ …
Read More »ງາມໆ! ລູກນໍ້າ ທິດາລັດ ຖ່າຍຮູບຍິ້ມຫວານ ເຊັກອິນປະເທດທີ່ຫຼາຍຄົນໄຝ່ຝັນຢາກໄປ…
ງາມໆ! ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ຖ່າຍຮູບຍິ້ມຫວານ ເຊັກອິນທີ່ ປະເທດ ຝຣັ່ງ ເຊິ່ງເປັນປະເທດທີ່ຫຼາຍຕໍ່ຫຼາຍຄົນໄຝ່ຝັນຢາກໄປ ແລະ ຂໍບອກວ່າຂຶ້ນຊື່ວ່າ ລູກນໍ້າ ທິດາລັດ ແລ້ວບໍ່ມີວ່າຈະເຮັດໃຫ້ແຟນໆຜິດຫວັງ ງາມໆ ເລີດໆທັງນັ້ນ ບໍ່ເຊື່ອລອງມາເບິ່ງກັນ… ແລະ ກ່ອນໜ້ານີ້ ລູກນໍ້າ ທິດາລັດ ວົງສິຣິ ກໍ່ໄດ້ໄປທີ່ ປະເທດ ສະວິດເຊີແລນ ມາແລ້ວ ແຖມນາງຍັງສຸດສະຕຣອງ ນຸ່ງຊຸດໄໝລາວ ທ່າມກາງບັນຍາກາດທີ່ໜາວເຢັນ ເກັບພາບງາມໆ ມາຝາກແຟນໆອີກດ້ວຍ… ຮູບພາບຈາກ: Louknum Vongsili
Read More »ຈັດວ່າເດັດ! ຕ້ອງຈັບຕາເບິ່ງໄວ້ເລີຍ ນາງແບບລູກຊອດແຖວໜ້າ ແຕ່ລະຄົນຂໍບອກວ່າ…
ວົງການບັນເທິງບ້ານເຮົາກຳລັງຄຶກຄື້ນຄຶກຄັກ ມີນ້ອງໆນາງແບບໜ້າໃໝ່ ແຈ້ງເກີດມາໃຫ້ເຮົາໄດ້ຕິດຕາມ ຊື່ນຊົມຜົນງານກັນແບບບໍ່ຂາດສາຍ ແລະ ໃນມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບນ້ອງໆນາງແບບ ຕາໃຫ່ຍ ໜ້າຄົມ ດັງໂມ ສູງຂາວ ເວົ້າແບບນີ້ແນ່ນອນເລີຍວ່າພວກເຂົາເປັນລູກຊອດ ທີ່ມາແຈ້ງເກີດໃນວົງການຕັ້ງແຕ່ອາຍຸຍັງນ້ອຍໆ ໄວລະອ່ອນ (ໂອ້ຍ!!! ສະໄໝເຮົາແຕ່ກີ້ຊໍ່ານີ້ບອກເລີຍວ່າຍັງຫຼິ້ນເຕັ້ນຍາງຢູ່ 555) ເອົ້າ!!! ລອງໄປຮູ້ຈັກແຕ່ລະນາງເບິ່ງເນາະ… ເຈນີນາ ວົງສາລີ ອາຍຸ 16 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ, ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ ເຈນີນາ …
Read More »ແມ່ຍິງແທ້ໆຫຼີກທາງໄປກ່ອນສະເນາະ! ວິນາທີນີ້ຕ້ອງມາສ່ອງ ສາວປະເພດສອງສຸດຮ້ອນແຮງຂອງລາວ!!!
ໂອ່ຍຍຍຍ!!! ຮູ້ສຶກຮ້ອນໆວູບໆ ວາບໆແດ່ບໍ່? ແນ່ນອນເລີຍເພາະຈະພາມາສ່ອງ 5 ສາວປະເພດສອງຂອງລາວ ຫຼິງຫຼິງ ປິຍະດາ ອິນທະວົງ, ວັນໃໝ່ ທຳມະວົງ, ເຈນລີ້ ຫຼອງສີ ສີນະຄອນ, ໂອ່ເລ້ ໂພທິມາດ ແລະ ປໍ້ ກັນລະຍານີ ໂພທິມາດ ທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແຖມເຊັກຊີ່ຮ້ອນແຮງ (ໂອ້!!!ວ້າວວວ) ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ) ປໍ້ ກັນລະຍານີ ໂພທິມາດ ຄົນນີ້ນ້ອງໃໝ່ທີ່ກຳລັງມາແຮງສຸດໆສາວຄົນນີ້ມາໃນລຸກໂມເດວ ຜິວສີນໍ້າເຜິ້ງ ແຖມຫຼ້າສຸດຍັງໄດ້ໄປເດີນແຟຊັ່ນໂຊທີ່ປະເທດ ມຽນມ້າ ອີກເດີ້ ບໍ່ທຳມະດາອີ່ຫລີ ຈັບຕາເບິ່ງໄວ້ເລີຍຄົນນີ້ ປ້ຽງປ້າງແນ່ນອນ!!! ໂອ່ເລ້ ໂພທິມາດ ຄົນນີ້ບໍ່ເວົ້າເຖິງແມ່ນບໍ່ໄດ້ເດີ້ ເພາະນາງກໍ່ມາແຮງບໍ່ແພ້ຄົນອື່ນໆ ທັງບຸກຂະລິກໜ້າຕາ ນິດໃສຕະຫຼົກເຮຮາ ແຟນໆຫຼາຍຄົນຄົງຈະໄດ້ຕິດຕາມຜົນງານຂອງນາງທັງບົດບາດພິທິກອນ, ເດີນແບບ ແລະ ຜົນງານຫຼ້າສຸດຂອງນາງແມ່ນເປັນໜຶ່ງໃນຜູ້ເຂົ້າຮອບໂຄງການປະກວດ ລາວຊຸບເປີໂມເດວ 2018 ໃຜເປັນ …
Read More »