Breaking News

​ເບື່ອຊີວິດໃນເມືອງໃຫຍ່! ໄປ Slow life ຢູ່ ທ່າແຂກ ເມືອງແຫ່ງມົນສະເໜ່ກັນບໍ່?

ແບ່ງປັນ

ເບື່ອແລ້ວແມ່ນບໍ່ກັບຊີວິດໃນເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງ ທີ່ຕ້ອງລຸກແຕ່ເຊົ້າ ຟ້າວຟັ່ງໄປເຮັດວຽກ ໄປໃສກໍຍາກ ຍ້ອນລົດຕິດ ທ້າຍອາທິດຜູ້ຄົນແອອັດ ແລະ ວຸ້ນວາຍຕາມສະຖານທີ່ຕ່າງໆ ສະນັ້ນ ມື້ນີ້ ຈະພາທຸກຄົນມາຮູ້ຈັກກັບ ເມືອງທີ່ກົງກັນຂ້າມກັບສິ່ງທີ່ເວົ້າມາຂ້າງເທິງ ນັ້ນກໍຄືເມືອງທ່າແຂກ ແຂວງຄຳມ່ວນນັ້ນເອງ.

ເມືອງທ່າແຂກເປັນເມືອງເອກຂອງແຂວງຄຳມ່ວນ ເຊິ່ງຕັ້ງຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດນະຄອນພະນົມ ປະເທດໄທຫ່າງຈາກນະຄອນຫລວງວຽງຈັນພຽງ 335 ກິໂລແມັດເທົ່ານັ້ນ ໃຊ້ເວລາເດີນທາງ ທາງລົດປະມານ 4-5 ຊົ່ວໂມງກໍ່ຮອດແລ້ວ. ເທື່ອນີ້ເຮົາມີເວລາຂ້ອນຂ້າງຈຳກັດ ຄື 2 ມື້ 1 ຄືນ ເລີຍຈະພາທ່ຽວຊົມສະເພາະຕົວເມືອງເກົ່າສະໄໝຝຮັ່ງປົກຄອງ. ພວກເຮົາເລີ່ມອອກເດີນທາງຈາກນະຄອນຫລວງ ມຸ່ງໜ້າລົງໃຕ້ແຕ່ເຊົ້າ ຖ້າໃຜສະດວກນັ່ງລົດເມໄປກໍງ່າຍດີ ພຽງແຕ່ໄປຂຶ້ນລົດຢູ່ຄິວສາຍໃຕ້ ແລ້ວຫາເຊົ່າລົດຈັກຢູ່ທ່າແຂກ ເພິ່ນກໍມີບໍລິການໃຫ້ເຊົ່າລົດຢູ່ ຫຼືຈະຂັບລົດໃຫຍ່ມາເອງກໍຍິ່ງສະດວກຂຶ້ນໄປອີກ. ເມື່ອກ້າວເຂົ້າເຂດແຂວງຄໍາມ່ວນ ເຮົາຈະພົບເຫັນພູພາສະຫຼັບຊັບຊ້ອນໄກໆ

ກ່ອນຈະເຂົ້າສູ່ຕົວເມືອງທ່າແຂກ ເບື້ອງຂວາມືເຮົາຈະຜ່ານຂົວຂ້າມແມ່ນ້ຳຂອງແຫ່ງທີ່ສາມຂອງລາວ ສາມາດແວ່ເຂົ້າເບິ່ງ ແລະທ່ຽວຊົມໄດ້ ພໍອອກຈາກຂົວຂີ່ລົດຕໍ່ມີອີກປະມານ 20 ນາທີ ແຍກໄປທາງຂວາກໍຮອດຕົວເມືອງ ພວກເຮົາເລືອຫາບ່ອນພັກກ່ອນເລີຍ ບ່ອນພັກມີໃຫ້ເລືອກຫຼາກຫຼາຍ ຕັ້ງແຕ່ລະດັບໂຮງແຮມ ໄປຈົນຮອດ Homestay ພວກເຮົາເລືອກນອນໃກ້ແຄມຂອງ ເພື່ອຈະໄດ້ຊົມວິວ ຍ່າງເລາະຫລິ້ນຕົວເມືອງ ເລາະຕະຫລາດນ້ຳພຸໃນຍາມກາງຄືນ

ພວກເຮົາຮອດບ່ອນພັກ ເວລາທ່ຽງພໍດີເລີຍ ຊອກຫຍັງກິນໃກ້ໆແຖວນັ້ນ ເຫັນຮ້ານປີ້ງໄກ່ຕຳໝາກຫຸ່ງແຄມແມ່ນ້ຳຂອງ ທີ່ເປັນຊານອອກໄປ​​ ສາຍລົມພັດເຢັນ​ສະ​ບາຍ ​ເຮືອ​ແລ່ນກາຍ​ໄປ​ກາຍ​ມາ​ສອງ​ຝັ່ງ​ແມ່​ນ້ຳ​ຂອງ ບອກ​ໄວ້​ກ່ອນ​ເລີຍ​ເດີ້ວ່າ ​ແຄມ​ຂອງ​ທ່າ​ແຂກ​ວິວງາມຫຼາຍ ເປັນ​ຕາ​ເລາະ ​ເບີ່ງໆ​ໄປ​ອີກຫຼາຍໆ​ບ່ອນ​ແຄມ​ຂອງ​ແຫ່ງ​ນີ້ກໍຄ້າຍ​ຄື ​ເມືອງ​ມໍ​ລະ​ດົກ​ໂລ​ກ​ຢ່າງ​ຫຼວງ​ພະ​ບາງ​ໃດ ​ຖ້າ​ໃຜ​ເຄີຍ​ໄປ​ທ່ຽວຫຼວງ​ພະ​ບາງ​ມາ​ແລ້ວ ​ຈະ​ຮູ້ສຶກ​ໄດ້​ວ່າ​ຄື​ແບບ​ໃດ ຫຼັງ​ຈາກ​ກິນ​ເຂົ້າ​ພັກ​ຜ່ອນໜ້ອຍໜຶ່ງ ກໍ​ພ​າ​ກັນ​ຍ່າງເລາະ​ຊົມຕົວ​ເມືອງ​ທ່າ​ແຂກ ​ຖ່າຍ​ຮູ​ບ​ບັນດາຕຶກອາຄານສະໄໝອານານິຄົມ​ເກົ່າໆ ສິລະປະແບບຝະລັ່ງ ​ທີ່​ຍັງ​ຄົງຫຼົງ​ເຫຼືອ​ໄວ້​ໃຫ້​ພວກ​ເຮົາ​ໄດ້​ເຫັນ​

ຍ່າງເລາະໆໄປຮູ້ສຶກຮ້ອນໆ ແວ່ຊິມກາເຟຟັງເພງເບົາໆ ນັ່ງຕາກແອເຢັນໆແນມອອກໄປຂ້າງນອກ ແນມເບິ່ງວີວທີ່ຢູ່ຕໍ່ໜ້າເຮົາຄືຕືກເກົ່າແລ້ວຍິ່ງເພີນຕາໄປອີກແບບ. ຄ່ຳໆ​ພວກ​ເຮົ​າ​ບໍ່​ພ​າດ​ທີ່​ຈະ​ມາ​ຍ່າງ​ເລ​າ​ະກິນ​ເຂົ້າ​ແລງ ​ທີ່​ຕະຫຼາດ​ລາ​ຕີ​ ທີ່​ນີ້​ແມ່ນ​ຈຸດ​ລວມ​ຕົວ​ຂອງ​ຄົນ​ທ່າ​ແຂກ ​ແລະ​ນັກ​ທ່ຽວ​ທ່ອງ​ເລີຍກໍ​ວ່າ​ໄດ້ ​​ເພາະ​​ເປັນ​ບໍລິເວນທີ່ລວມຂອງ​ກິນ​ຫຼ​າກຫຼາຍ​ຊະ​ນິດ​ແຊບໆ​​ໄວ້ ​ອ້ອມ​ແຖ​ວໆ​ຕະຫຼາດ​ລາ​ຕີ​ມີ​ຮ້ານ​ກິນ​ດື່ມ ນ່ັງຫຼິ້ນ ​ບັນ​ຍ​າ​ກາດ​ດີໆ​ ເພງມ່ວນໆ ຕົບແຕ່ງແປກຕາຢູ່ຫຼາຍ​ຮ້ານ​​ເດີ້ ​ຖ້າ​ໃ​ຜ​ສົນ​ໃຈບັນຍາກາດ​ແບບ​ນີ້​ກໍມີ​ໃຫ້​ຟິນໆ​ກັນ ມື້​ນີ້​ພວກ​ເຮົາ​ຂໍ​ໂຕ​ໄປ​ນອນ​ກ່ອນ​ອີ່ມຫຼາຍໆ.

ມື້​ທີ 2 ໃນ​ເມືອງ​ທ່າ​ແຂກ ​ພວກ​ເຮົາ​ພາ​ກັນ​ຕື່​ນ​ແຕ່​ເຊົ້າໆ ​ສູດອ​າດ​ກາດ​ດີໆ ເລາະເກັບພາບບັນຍາກາດຕອນເຊົ້າໃນຕົວເມືອງແຖວໆບ່ອນພັກ ເຮົາເຫັນພາບຄູບາຍ່າງບິນທະບາດເປັນສາຍ ຕາມເສັ້ນແຄມຂອງ ແລະເສັ້ນໃນເມືອງ ຊ່າງງາມຕາອີ່ຫຼີ ມີປະຊາຊົນອອກມາໃສ່ບາດກັນຢ່າງຫຼວງຫຼາຍ ເຫັນແລ້ວອົດບໍ່ໄດ້ທີ່ຈະຖ່າຍຮູບເກັບໄວ້ເປັນຄວາມຊົງຈຳ. ຍ່າງເລາະເມື່ອຍໆກໍກັບມາຫ້ອງພັກ ອາບນ້ຳໄປກິນເຂົ້າເຊົ້າ ແນ່ນອນວ່າມາຮອດທ່າແຂກສິ່ງທີ່ຕ້ອງບໍ່ພາດ ກໍຄືຍຳໂຕ່ງ ແຕ່ຕອນນີ້ຍັງບໍ່ກິນເທື່ອ ເຮົາຈະໄປກິນເຂົ້າປຽກໄກ່ລາດກັນກ່ອນເລີຍ ແຊບອາຫຼີເດີ້ ຮ້ານນີ້ຄອນເຟີມເລີຍ ເປັນຮ້ານທີ່ຂາຍແຕ່ເຂົ້າປຽກເສັ້ນຢ່າງດຽວເດີ້ ເຝີໝີ່ບໍ່ມີ. ພິກັດແມ່ນຢູ່ໜ້າຮ້ານສະກາຍບາ ຫາຈາກລຸງກູເກິ້ນເລີຍ (Google map) ງ່າຍຊຳປອກກ້ວຍເຂົ້າປາກເລີຍ ນອກຈາກຮ້ານເຂົ້າປຽກ

ເປົ້າໝາຍຕໍ່ໄປແມ່ນເດີນທາງໄປວັດພະທາດສີໂຄດຕະບອງ (ທາດເມືອງເກົ່າ) ຫ່າງຈາກຕົວເມືອງອອກມາ6 ກິໂລແມັດ ເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະເປັນບ່ອນສັກຄາລະບູຊາຂອງຄົນແຂວງຄຳມ່ວນ ທີ່ມີຄວາມສັກສິດ ມາຮອດທ່າແຂກແລ້ວ ຕ້ອງມາກາບໄຫວ້ຂໍພອນ ເພື່ອສິຣິມົງຄຸນແກ່ຕົນເອງ ກາບໄຫວ້ຂໍພອນ​​ແລ້ວ​

ພວກ​ເຮົາ​ກໍ​ກັບ​ເຂົ້າ​ມາ​ຕົວ​ເມືອງ​ຕໍ່ ​ເພື່ອ​ເກັບ​ເຄື່ອງ​ອອກ​ຈາກບ່ອນ​ພັກ ​ແລ້​ວ​ພ​າ​ກັນ​ຂັບ​ລົດ​ອອກ​ໄປ​ເລາະຕະຫຼາດທ່າແຂກ ເພື່ອຊື້ຫາ​ເຄື່ອງ​ຝາກ​ຂອງ​ຕ້ອນ ມີຫຼາຍໆຢ່າງໜ້າສົນໃຈ ໂດຍສະເພາະພວກແນວຢູ່ແນວກິນ ເຊັ່ນ: ປູປານານ້ຳຕະຫຼາດທີ່ນີ້ອຸດົມສົມບູນຫຼາຍ ແຕ່ເຮົາຍັງຕ້ອງໄດ້ເດີນທາງອີກ ຈຶ່ງຂໍຊື້ແຕ່​ພວກທີ່ເປັນເຄື່ອງຕ້ອນທີ່ໃຜມາທ່າແຂກຕ້ອງຊື້ກັບເມືອຄື:ເຂົ້າ​ໜົມ​ປ່ານ ​ແລະ​ໜັງ​ເຄັມ … ຂີ່ລົດຈັກ​ອອ​ກ​ໄປໜ້ອຍໜຶ່ງຈາກ​ຕົວ​ເມືອງ ​ເພື່ອ​ໄປເບິ່ງວິວຫຼັກ​ລ້ານ ​ທີ່​ບໍ່​ໄດ້​ຫ່າງ​ຈາກ​ຕົວ​ເມືອງຫຼາຍ​​​ ກໍຄືພູ​ຫີນ​ປູນ​ທີ່​ສະຫຼັບຊັບ​ຊ້ອນ ຕາມສອງຂ້າງທາງ ​ພູ​ຜາ​ປ່າ​ໄມ້​ທີ່​ຍັງ​ຄົງ​ອຸ​ດົມ​ສົມ​ບູນຫຼາຍ​​ໃນ​ແຂວງ​ຄຳ​ມ່ວນ ຫຼັງຈາກຊື່ນຊົມຄວາມງາມຂອງທຳມະຊາດ ຖ່າຍຮູບເຕັມອີ່ມແລ້ວກໍເຖິງເວລາກັບວຽງຈັນ

ການເດີນທາງຄັ້ງ​ນີ້ ​ຖື​ວ່າ​ເປັນ​ການເດີນທາງ​ສັ້ນໆ ​​2 ​ມື້ ​1 ​ຄືນ ​ທີ່​ແລກ​ກັບ​ຄວາມ​ສະຫງົ​ບ ​ໄດ້ທ່ອງ​ທ່ຽວ​ແບບ​ສ່ວນ​ໂຕ​ແບບ​ນີ້ ​ຖືວ່າ​ມັນ​​ຄຸ້ມ​ຄ່າຫຼາຍ ທີ່ໄດ້ອອກມາເຫັນໃນບ່ອນທີ່ເຮົາບໍ່ຄຸ້ນເຄີຍ ແລະໄດ້ເປີດອີກຫຼາຍໆປະສົບການໃໝ່ໆໃຫ້ກັບຕົນເອງ ຝ​າກ​ໄວ້​ກ່ອນ​ເມືອງ​ທ່າ​ແຂກ ​ແລ້​ວ​ຈະ​ກັບ​ມາສູດອາກາດດີໆ ດີທ໊ອກຮ່າງກາຍ ແລະຈິດໃຈແບບນີ້ໃຫ​ມ່ ​ຈະ​ກັບ​​ເກັບ​ໃຫ້ມັນ​ຄົບ​ທຸກ​ສະ​ຖານ​ທ່ອງທ່ຽວຂອງເມືອງແຫ່ງນີ້​ເລີຍ ແລ້ວພົບກັນໃໝ່​ ທ່າ​ແຂກ​ເມືອງແຫຼ່ງມົນສະເໜ່ .

ບົດຄວາມ: ວາລະສານ ຂວັນໃຈ

ຮຽບຮຽງ: ຊະນີIndy

ແບ່ງປັນ