Breaking News

ເປັນຕາຮັກ ຕາແພງ! ພາບບັນຍາກາດການສະແດງຈາກເດັກນ້ອຍ ອະນຸບານ ນານາຊາດ ປັນຍາທິບ (PIS)

ແບ່ງປັນ

ເກັບພາບບັນຍາກາດ ຂອງການສະແດງຈົບພາກຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເນື່ອງໃນວັນທີ 1 ມິຖຸນາ ຂອງເດັກນ້ອຍຈາກ ໂຮງຮຽນ ອະນຸບານ ນານາຊາດ ປັນຍາທິບ (PIS) ເຊິ່ງງານສະແດງຄັ້ງນີ້ນັບວ່າເປັນການສະແດງທີ່ມີຄວາມໜ້າສົນໃຈ ເພາະເປັນການສະແດງຂອງຫຼານນ້ອຍທີ່ເປັນອະນາຄົດຂອງຊາດ ໄດ້ໂຊທັກສະຄວາມສາມາດຕ່າງໆ ແລະ ໃນປີນີ້ມາໃນຕຣີມການສະແດງບຸນປີໃໝ່ລາວ, ບຸນປີໃໝ່ຈີນ, ບຸນບັ້ງໄຟ , ອອກພັນສາ, ຊ່ວງເຮືອ ແລະ ຍັງມີການສະແດງ ຟ້ອນຈຳປາເມືອງລາວ ເຕັ້ນບັນເລ່ ແລະ ເທຄວັນໂດອີກດ້ວຍ.

ຕົບມືຊົມເຊີຍໃຫ້ຫຼານນ້ອຍແດ ເປັນຕາໜ້າຮັກ ໜ້າແພງຫຼາຍໆ (ຮັກເລີຍໆໆໆ)

ຂໍຂອບໃຈຮູບພາບຈາກ: PedIndee Samart ,Ketsavanh Panyathip, Panita Panekham

ແບ່ງປັນ