Breaking News

ດວງປະຈໍາວັນ ຈັນ, ວັນທີ 4 ມິຖຸນາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ຍັງມີບັນຫາເງິນບໍ່ພໍໃຊ້ຈ່າຍ ໝຸນເງິນບໍ່ທັນ
ວຽກງານ: ລະວັງຄົນໃກ້ຕົວເຂົ້າມາວຸ້ນວາຍກັບວຽກຂອງທ່ານ ຈົນທ່ານຮູ້ສຶກວ່າເຮັດວຽກບໍ່ເປັນອິດສະຫຼະ
ຄວາມຮັກ: ຄົນໂສດ ມີເກນນໍ້າຕາເຊັດຫົວເຂົ່າ ມີແຕ່ຄົນເຂົ້າມຮັກຫຼິ້ນໆ ຫຼື ບາງຄົນກໍຫວັງຜົນປະໂຫຍດ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງເລັກນ້ອຍ.

• ວັນຈັນ.

ການເງິນ: ຖານະໝັ້ນຄົງຫຼາຍຂຶ້ນ ມີເກນໄດ້ຂອງຂວັນໃນແບບທີ່ທ່ານຢາກໄດ້
ວຽກງານ: ມີເກນຂັດແຍ້ງກັບໝູ່ຮ່ວມວຽກ ຖ້າເປັນເຈົ້າຂອງທຸລະກິດລະວັງຜິດຖຽງກັບລູກຄ້າ
ຄວາມຮັກ: ຄົນໂສດ ຈະມີໂອກາດພົບຄົນໃໝ່ໆຕາມງານສັງຄົມ ສ່ວນຄົນມີຄູ່ ມີໂອກາດເດີນທາງໄປທ່ຽວນໍາກັນ ຈົນຄົນອື່ນອິດສາ

• ວັນອັງຄານ.

ການເງິນ: ຄົນທີ່ມີບັນຫາທາງການເງິນ ແມ່ນຈະໄດ້ໝູ່ຊ່ວຍເຫຼືອ
ວຽກງານ: ຈະໄດ້ຮັບຂ່າວດີທີ່ລໍຄອຍ ມີການສະເຫຼີມສະຫຼອງຄວາມສໍາເລັດທີ່ເກີດຂຶ້ນ
ຄວາມຮັກ: ຄົນໂສດ ລະວັງພົບຮັກຊ້ອນ ແລະ ຍັງຖືກຄົນອື່ນເວົ້າໃຫ້ເສຍຫາຍ ສ່ວນຄົນມີຄູ່ ເມື່ອໃຈ ເພາະເອົາໃຈແຟນສຸດໆແຕ່ກໍບໍ່ໄດ້ຫຍັງກັບມາ
• ວັນພຸດ.
ການເງິນ: ມີເກນຖືກຄົນອື່ນຫັກຫຼັງໃນເລື່ອງການເງິນ ດັ່ງນັ້ນຈະໃຫ້ໃຜຢືມເງິນຄວນຄິດໃຫ້ດີໆ
ວຽກງານ: ຢູ່ໃນໄລຍະຂອງການເຮັດວຽກໜັກ ເພື່ອພິສູດຕົນເອງ ແຕ່ກໍຖືວ່າຄຸ້ມຄ່າ
ຄວາມຮັກ: ຄົນໂສດ ມີໂອກາດລົມພັດຫວນກັບຄືນໄປຫາຮັກເກົ່າ ແຕ່ກໍພຽງຊົ່ວຄາວ ສ່ວນຄົນມີຄູ່ ເກີດອາການບໍ່ແນ່ໃຈວ່າຈະໄປຕໍ່ ຫຼື ຖອຍຫຼັງດີ ເພາະຮູ້ສຶກວ່າຕົວຢູ່ໃກ້ແຕ່ໃຈຢູ່ໄກ
• ວັນພະຫັດ.
ການເງິນ: ບໍ່ຄ່ອຍດີມີແຕ່ລາຍຈ່າຍ ແລະ ຍັງຕ້ອງເສຍເງິນກັບເລື່ອງທີ່ບໍ່ເປັນເລື່ອງ
ວຽກງານ: ມີໂອກາດໄດ້ວຽກໃໝ່ ຫຼື ຈະໄດ້ຮັບຜິດຊອບວຽກໃໝ່ໆ
ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນອາຍຸນ້ອຍກວ່າ ສ່ວນຄົນມີຄູ່ ລະວັງມີບັນຫາຜິດໃຈກັັບຄົນໃກ້ຕົວແຟນ ແຕ່ໂຊກດີທີ່ແຟນເຂົ້າໃຈທ່ານ
• ວັນສຸກ.
ການເງິນ: ທ່ຽວຫຼາຍ ເງິນຈຶ່ງໝົດຍ້ອນການໃຊ້ຈ່າຍຟຸມເຟື່ອຍ
ວຽກງານ: ເລີ່ມຢາກຫາວຽກໃໝ່ ແຕ່ສະຖານະການຍັງບໍ່ເອື້ອອໍານວຍ
ຄວາມຮັກ: ຄົນໂສດ ຈະພົບຄົນຖືກໃຈ ແລະ ອີກຝ່າຍກໍມັກທ່ານຄືກັນ ສ່ວນຄົນມີຄູ່ ມີການປັບຄວາມເຂົ້າໃຈ ແລະ ປັບຕົວເຂົ້າຫາກັນໃໝ່
• ວັນເສົາ.
ການເງິນ: ຈະໄດ້ໂຊກເປັນເງິນກ້ອນໃຫຍ່ ຫຼື ສິ່ງຂອງທີ່ມີຄ່າ
ວຽກງານ: ພົບສຶກໜັກກັບຄົນອ້ອມຂ້າງທີ່ພະຍາຍາມໃສ່ຮ້າຍທ່ານ ແນະນໍາວ່າຢ່າໄປຫຼິ້ນຕາມເກມຂອງຄົນອື່ນ
ຄວາມຮັກ: ຄົນໂສດ ຊໍ້າໃຈ ມັກໃຜກໍມີແຕ່ຜິດຫວັງ ສ່ວນຄົນມີຄູ່ ມີມື້ທີ່ສາມເຂົ້າມາແຊກ ແລະ ແຟນຂອງທ່ານຍັງມີທ່າທີວ່າປັນໃຈໄປໃຫ້ຄົນທີ່ເຂົ້າມາອີກດ້ວ

ແບ່ງປັນ