Breaking News

ໄວໜຸ່ມ

ຖືກຕຳແລ້ວໜີ! ເຈນນີ່ ຕົ້ນຄຳ ນາງງາມດັງ ອອກມາຂໍຄວາມຊ່ວຍເຫຼືອ!!!

ເປັນປະເດັນຮ້ອນແຮງໃນໂລກໂຊຊ່ຽວໃນເວລານີ້ ເມື່ອ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ໄດ້ອອກມາໂພສ ຂໍຄວາມຊ່ວຍເຫຼືອ ຈາກທຸກຄົນໃຫ້ຊ່ວຍກັນແຊໜ ເນື່ອງຈາກວ່າລົດນາງທີ່ຈອດໄວ້ຢູ່ແຄມທາງໄດ້ຖືກຕຳແລ້ວໜີ ເຊິ່ງ ເຈນນີ ກໍ່ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: #ຂໍຄວາມຊ່ວຍເຫລືອທຸກຄົນ #ແຊຣຊ່ວຍເຈນນີ້ແນ່?? #ຕຳແລ້ວຫນີ ລົດເຈນນີ້ຖືກຕຳຢູ່ຫລັງທາດຫລວງ #ເສັ້ນທາງຫມ້ຽງເຈົ້າເກົ່າ #ແວ່ນລົດແມ່ນໄດ້ພັບເຂົ້າ ຖືກໃຜ ໃຜກໍ່ບໍ່ດີໃຈ ຖືກເຈນນີ້ ເຈນນີ້ກະຮູ້ສຶກບໍ່ດີຄືກັນ ແຊຣໃຫ້ຮອດຄົນທີ່ຕຳໃຫ້ໄດ້ຮັບຮູ້ ແລ້ວອອກມາຮັບຜິດຊອບ? ເບີເຈນນີ້ 020 77667722 ຖ້າຍັງບໍ່ເຫັນຄົນຜິດ ອອກມາຮັບຜິດຊອບ ຄິບທີ່ໄດ້ມາຈາກຮ້ານຂາຍເຄື່ອງໄຟຟ້າ ແລະ ຄິບຈາກກ້ອງຫລວງມື້ອື່ນ ເຈນຂໍໂພສລົງ?? ຄິບທີ່ຈະໂພສລົງບໍ່ໄດ້ມີເຈດຕະນາທີ່ຈະປະຈານ ແຕ່ງຢາກໃຫ້ນຳໂຕຄົນທີ່ຕຳມາຮັບຜິດຊອບ #ຖ້າມີຄົນໂທມາຮັບຜິດຊອບແປງໃຫ້ ເຈນກໍ່ຈະລົບໂພສນີ້ທັນທີ່?? โพสต์โดย Tonkham Phonchanheuang เมื่อ 13 มิถุนายน 2018 ຢ່າງໃດກໍ່ເອົາໃຈຊ່ວຍກໍ່ແລ້ວກັນເນາະ, ຢ່າລືມແຊຣໄປໃຫ້ຄູ່ກໍລະນີຂອງວສາວ …

Read More »

ເຜັດຈີດໆໆ! ມິມີ່ ຮອງອັນດັບ 2 ນາງສາວລາວ 2017 ດຽວນີ້ບໍ່ທຳມະດາ!!!

ບໍ່ທຳມະດາໆໆໆ… ສ່ອງ ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ທີ່ດຽວນີ້ງາມ ເຊັກຊີ່ ໃຜເຫັນກໍ່ຕ້ອງຮ້ອງ ໂອ້!!! ວ້າວວວ…ງາມຂຶ້ນ ເຊັກຊີ່ຂຶ້ນແທ້ໆເລີຍ! ມິມີ່ ວິລະພອນ ອາຍຸ 23 ປີ ຜ່ານມານາງກໍ່ມີຜົນງານໃນວົງການບໍ່ໜ້ອຍເລີຍໄດ໋, ຫຼ້າສຸດກໍ່ແມ່ນໄດ້ຮັບຕຳແໜ່ງຮອງອັນດັບ 2 ຂອງເວທີ ນາງສາວລາວ 2017 ແລະ ຍັງກວດໄປອີກຫຼາຍລາງວັນນັ້ນກໍຄື ນາງງາມມິດຕະພາບ ແລະ ນາງງາມ Popular vote ແລະ ນາງກໍ່ຍັງມີຜົນງານທາງດ້ານການເດີນແບບ, ຖ່າຍແບບ ແລະ ເປັນພີເຊັນເຕີ້ໃຫ້ເຫຼົ່າ fc ໄດ້ຕິດຕາມຜົນງານກັນຢູ່ເລື້ອຍໆ. ຮູບພາບຈາກ: Mimie Vilaphone

Read More »

ເຄຍປະເດັນດຣ່າມ່າ! ອາເລັກຊານດຣ້າ ຈະເປັນຕົວແທນສາວລາວໄປປະກວດ Miss Universe  ແມ່ນແທ້ຫລືບໍ່?

ເປັນກະແສ Talk of the town ໃນຊ່ວງຕົ້ນອາທິດທີ່ຜ່ານມາ ເພາະມີກະແສຂ່າວລືໜາຫູວ່າ ໃນເວທີປະກວດນາງງາມ Miss Universe Laos 2018 ຈະບໍ່ມີການປະກວດ ແລະ ຈະມອບຕຳແໜ່ງອັນຊົງກຽດນີ້ໃຫ້ແກ່ ອາເລັກຊານດຣ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ໄປເປັນຕົວແທນນາງງາມປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ Miss Universe. ແລະ ໃນວັນທີ 8 ມິຖຸນາ 2018 ທາງກອງປະກວດຫຼັກຂອງເວທີດັ່ງກ່າວ ກໍ່ໄດ້ມີການແຈ້ງການອອກມາແລ້ວວ່າ ຂ່າວລືໜາຫູທີ່ໄດ້ຍິນມານັ້ນບໍ່ແມ່ນຄວາມຈິງແຕ່ຢ່າງໃດ ເຊີ່ງເປັນເຫດເຮັດໃຫ້ສັງຄົມ ແລະ ແຟນນາງງາມທັງພາຍໃນ ແລະ ຕ່າງປະເທດເກີດການເຂົ້າໃຈຜິດ.   ຮູບພາບຈາກ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ , Miss Universe Laos ມີສຢູນີເວີຣສ ລາວ  

Read More »

ດີສົມລາຄາແທ້ຫລືບໍ່? ຮ່ວມທົດສອບ Huawei P20/P20 Pro ຢ່າງເປັນທາງການໃນລາວ

ເຊີນຮ່ວມງານເປີດຕົວ Huawei P20/ P20 Proຢ່າງເປັນທາງການໃນລາວ ວັນອາທິດ ວັນທີ 10 ມິຖຸນາ 2018 ນີ້… ໃນເດືອນເມສາທີ່ຜ່ານມາ ຫົວເຫວີຍໄດ້ເປີດຈອງສະມາດໂຟນລຸ້ນໃຫມ່HuaweiP20 /P20 pro ເຊິ່ງມີກະແສຕອບຮັບຈາກລູກຄ້າໃນປະເທດລາວຢ່າງລົ້ນຫລາມ, ຍອດຈອງທະລົ່ມທະລາຍ, ໂດຍສະເພາະສີທີ່ມາໃຫມ່ Twilight ທີ່ຍອດຈອງເຕັມຕັ້ງແຕ່ 3 ມື້ທຳອິດ. ສະນັ້ນ ເພື່ອເຮັດໃຫ້ທ່ານໄດ້ສຳພັດສະມາດໂຟນຕົວຈິງຂອງຫວົເຫວີຍP20/P20 Pro ສະມາດໂຟນທີ່ກ້ອງຖ່າຍຮູບດີທີ່ສຸດອັນດັບໜື່ງຂອງໂລກ ທັງໃນດ້ານການຖ່າຍຮູບແລະຖ່າຍວິດີໂອ ດ້ວຍຄະແນນສະເຫຼ່ຍຈາກ DxOMark109 ຄະແນນ, ທາງຫົວເຫວີຍມີຄວາມຍິນດີເຊີນທ່ານເຂົ້າຮ່ວມງານເປີດໂຕສະມາດໂຟນທີ່ທຸກຄົນລໍຖ້າຫຼາຍທີ່ສຸດຢູ່ລາວຢ່າງເປັນທາງການໃນວັນອາທິດທີ່ 10 ມິຖຸນາ 2018 ທີ່ສູນການຄ້າ ວຽງຈັນເຊັນເຕີ້ ຊັ້ນໜື່ງ ເວລາ 13:00 ເປັນຕົ້ນໄປ. ພາຍໃນງານຈະມີ Experience Zone  ທີ່ແບ່ງອອກເປັນ 5 ໂຊນໃຫ້ທ່ານໄດ້ທົດລອງປະສິດທິພາບຂອງກ້ອງHuawei P20/P20 proໃນສະຖານະການຕ່າງໆຢ່າງເຕັມທີ່ບໍ່ວ່າຈະເປັນໂຊນ Master AI, …

Read More »

ເອີ້ນແຟນຜິດບໍ່? ມາສ່ອງ ພີ ວິວັດ ໜຸ່ມຕີ໋ສຸດແນວຈາກລາຍການ Take Me Out Thailand

ຫຼັງຈາກທີ່ ຊະນີIndy ໄດ້ເປີດວາບພາແຟນໆໄປສ່ອງໂປຟາຍຂອງໜຸ່ມຫຼໍ່ສຸດແນວ ສຸກກິດ ກໍ່ກະເສມວົງ ຫຼື ນາມ ໜຸ່ມຫຼໍ່ຈາກລາຍການ Take Me Out Thailand ເລີຍເຮັດໃຫ້ມີແຟນໆຫຼາຍຄົນຖາມເຂົ້າມາກັນຫຼາຍເລີຍວ່າ ແລ້ວອີກໜຶ່ງໜຸ່ມໜ້າຕີ໋ຄົນນັ້ນເດແມ່ນໃຜ? ບໍ່ຊ້າເລີຍ…ບອກເລີຍວ່າຈັດໃຫ້ ມື້ນີ້ເຮົາຈະພາມາສ່ອງໂປຟາຍຂອງໜຸ່ມຫຼໍ່ອີກໜຶ່ງຄົນ ວິວັດ ເລົ່າສຸວັນນະວັດ ຫຼື ພີ ໜຸ່ມຫຼໍ່ສຸດແນວຈາກປະເທດເພື່ອນບ້ານ ທີ່ຫຼາຍໆຄົນຢາກຮູ້ຈັກ… ເຊິ່ງ ພີ ວິວັດ ຄົນນີ້ກໍ່ມີໂປຟາຍບໍ່ທຳມະດາ ມີຄົນຕິດຕາມໃນເຟສບຸກ ແລະ ອິນສະຕາແກຼມຢ່າງຫຼວງຫຼາຍ ຖືເປັນຂວັນໃຈແຟນໆອີກໜຶ່ງຄົນ  ແລະ ໃນລາຍການ Take Me Out Thailand ໜຸ່ມ ພີ ກໍ່ຖືວ່າເປັນໜຸ່ມໂສດສຸດຮ໋ອດອີກໜຶ່ງຄົນ, ລອງໄປສ່ອງໂປຟາຍ ພີ ເບິ່ງເນາະ…ຂໍບອກວ່າ ໜຸ່ມ ພີ ຄົນນີ້ເອົາໃຈສາວລາວໄປເລີຍ!!! (ແລ້ວເຈົ້າມີແຟນຫຼືຍັງ ເປັນຫຍັງຄືໜ້າຮັກແທ້…ຂໍເອີ້ນແຟນໄດ້ບໍ່ນໍ້ 555) ຂໍຂອບໃຈຮູບພາບຈາກ: FB/Wiwat Laosuwannawat

Read More »