ເປັນກະແສ Talk of the town ໃນຊ່ວງຕົ້ນອາທິດທີ່ຜ່ານມາ ເພາະມີກະແສຂ່າວລືໜາຫູວ່າ ໃນເວທີປະກວດນາງງາມ Miss Universe Laos 2018 ຈະບໍ່ມີການປະກວດ ແລະ ຈະມອບຕຳແໜ່ງອັນຊົງກຽດນີ້ໃຫ້ແກ່ ອາເລັກຊານດຣ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ໄປເປັນຕົວແທນນາງງາມປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ Miss Universe.
ແລະ ໃນວັນທີ 8 ມິຖຸນາ 2018 ທາງກອງປະກວດຫຼັກຂອງເວທີດັ່ງກ່າວ ກໍ່ໄດ້ມີການແຈ້ງການອອກມາແລ້ວວ່າ ຂ່າວລືໜາຫູທີ່ໄດ້ຍິນມານັ້ນບໍ່ແມ່ນຄວາມຈິງແຕ່ຢ່າງໃດ ເຊີ່ງເປັນເຫດເຮັດໃຫ້ສັງຄົມ ແລະ ແຟນນາງງາມທັງພາຍໃນ ແລະ ຕ່າງປະເທດເກີດການເຂົ້າໃຈຜິດ.
ຮູບພາບຈາກ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ , Miss Universe Laos ມີສຢູນີເວີຣສ ລາວ