Breaking News

ດີສົມລາຄາແທ້ຫລືບໍ່? ຮ່ວມທົດສອບ Huawei P20/P20 Pro ຢ່າງເປັນທາງການໃນລາວ

ແບ່ງປັນ

ເຊີນຮ່ວມງານເປີດຕົວ Huawei P20/ P20 Proຢ່າງເປັນທາງການໃນລາວ ວັນອາທິດ ວັນທີ 10 ມິຖຸນາ 2018 ນີ້…

ໃນເດືອນເມສາທີ່ຜ່ານມາ ຫົວເຫວີຍໄດ້ເປີດຈອງສະມາດໂຟນລຸ້ນໃຫມ່HuaweiP20 /P20 pro ເຊິ່ງມີກະແສຕອບຮັບຈາກລູກຄ້າໃນປະເທດລາວຢ່າງລົ້ນຫລາມ, ຍອດຈອງທະລົ່ມທະລາຍ, ໂດຍສະເພາະສີທີ່ມາໃຫມ່ Twilight ທີ່ຍອດຈອງເຕັມຕັ້ງແຕ່ 3 ມື້ທຳອິດ. ສະນັ້ນ ເພື່ອເຮັດໃຫ້ທ່ານໄດ້ສຳພັດສະມາດໂຟນຕົວຈິງຂອງຫວົເຫວີຍP20/P20 Pro ສະມາດໂຟນທີ່ກ້ອງຖ່າຍຮູບດີທີ່ສຸດອັນດັບໜື່ງຂອງໂລກ ທັງໃນດ້ານການຖ່າຍຮູບແລະຖ່າຍວິດີໂອ ດ້ວຍຄະແນນສະເຫຼ່ຍຈາກ DxOMark109 ຄະແນນ, ທາງຫົວເຫວີຍມີຄວາມຍິນດີເຊີນທ່ານເຂົ້າຮ່ວມງານເປີດໂຕສະມາດໂຟນທີ່ທຸກຄົນລໍຖ້າຫຼາຍທີ່ສຸດຢູ່ລາວຢ່າງເປັນທາງການໃນວັນອາທິດທີ່ 10 ມິຖຸນາ 2018 ທີ່ສູນການຄ້າ ວຽງຈັນເຊັນເຕີ້ ຊັ້ນໜື່ງ ເວລາ 13:00 ເປັນຕົ້ນໄປ.

ພາຍໃນງານຈະມີ Experience Zone  ທີ່ແບ່ງອອກເປັນ 5 ໂຊນໃຫ້ທ່ານໄດ້ທົດລອງປະສິດທິພາບຂອງກ້ອງHuawei P20/P20 proໃນສະຖານະການຕ່າງໆຢ່າງເຕັມທີ່ບໍ່ວ່າຈະເປັນໂຊນ Master AI, 3D Portrait Lighting, Huawei Hybrid Zoom, VDO Super Slow motion ແລະ Low Light, ນອກຈາກນັ້ນທ່ານຍັງຈະໄດ້ພົບການສະແດງສຸດພິເສດຈາກແອ່ນນິຕ້າພີເຊັນເຕີ້ຄົນດັງຂອງຫົວເຫວີຍ ແລະ ແຈັກ ເດິວອຍ ນັກຮ້ອງລຸ້ນໃຫມ່ທີ່ກຳລັງມາແຮງທີ່ສຸດໃນຕອນນີ້ ແລະ ມາຮ່ວມແຊປະສົບການພ້ອມເທັກນິກການຖ່າຍຮູບດ້ວຍສະມາດໂຟນທີ່ໃຜໆກໍ່ຖ່າຍໄດ້ກັບຊ່າງພາບອິດສະຫຼະ ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດໃນດ້ານການຖ່າຍຮູບແນວສະຕີດ ຈາກ ທ່ານ ອັກຄະລະພົນ ວົງສິລິ (ໂອ).

ນອກນີ້ທາງຫົວເຫວີຍຍັງມີກິດຈະະກຳ “ Shoot & Share” ຖ່າຍຮູບແບບມືອາຊີບໄດ້ຢ່າງງ່າຍດາຍ ເຊິ່ງລູກຄ້າທຸກທ່ານທີ່ເຂົ້າຮ່ວມກິດຈະກຳຈະໄດ້ຮັບຂອງຂວັນພິເສດຈາກຫົວເຫວີຍອີກດ້ວຍ.

ຢ່າລືມຢ່າພາດມາຮ່ວມທົດສອບ Huawei P20/P20 Pro ວ່າດີສົມລາຄາຫລືບໍ່? ແລ້ວພົບກັນເດີ້.

 

ແບ່ງປັນ