Breaking News

ໄວໜຸ່ມ

ມາແຮງງງ! ສາວປິດສະໜາທີ່ຊາວເນັດເວົ້າເຖິງຫຼາຍທີ່ສຸດ (ນາງແມ່ນໃຜ?)

ກຳລັງເປັນກະແສໂດ່ງດັງໃນໂລກໂຊຊ່ຽວກັນແບບສຸດໆ ຫຼັງຈາກທີ່ມີຮູບພາບຂອງສາວສະໄຕຣລູກຊອດ ທີ່ມີຄວາມງາມ ຄົມເຂັ້ມ ຜິວສີນໍ້າເຜິ້ງວ່ອນໄປທົ່ວໂລກອອນລາຍ ແຖມຍັງມີຊາວເນັດເຊຍໃຫ້ນາງລົງປະກວດໃນເວທີ Miss Universe Laos 2018 ນີ້ອີກດ້ວຍ. ແລະ ເທົ່າທີ່ຂາເມົ້າໄດ້ເວົ້າກັນໃນວົງໃນວ່າ ສາວຄົນນີ້ມີນາມວ່າ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ປັດຈຸບັນນາງຢູ່ທີ່ ປະເທດ ອອສເຕຣເລຍ, ແລະ ຕອນນີ້ຍັງບໍ່ມີການຄອມເຟີມແຕ່ຢ່າງໃດວ່າໃນປີ 2018 ສາວນ້ອຍ ໄພລິນ ຄົນນີ້ຈະບິນມາປະກວດທີ່ປະເທດລາວ ຫຼື ບໍ່? ຕອນນີ້ເບິ່ງຄວາມງາມຂອງນ້ອງໄປກ່ອນສະເນາະ…ບອກເລີຍເບິ່ງເພີນຕາດີແທ້ໆ!!! ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ງາມ…ເຊັກຊີ່ແຮງ ບໍ່ໜ້າແປກວ່າເປັນຫຍັງຊາວເນັດຄືເມົ້າກັນຢ່າງໜາຫູ ຮູບພາບຈາກ: IG/ph4ylin

Read More »

ມາສົ່ງກຳລັງໃຈໃຫ້ໜຸ່ມລາວໃນເວທີ  Mister National Universe 2018

ຊ່ວຍສົ່ງແຮງເຊຍແຮງໃຈໄປໃຫ້ຜູ້ບ່າວລາວເຮົາກັນແດ່ໄວໆໆໆ ຫຼ້າສຸດ ອາຫລົງ ອານັນທະວັດ ໜຸ່ມລາວໄດ້ໄປປະກວດໃນເວທີ Mister National Universe 2018 ເຊິ່ງຈັດຂຶ້ນຢູ່ທີ່ປະເທດເພື່ອນບ້ານ ແລະ ມີໜຸ່ມຫຼໍ່ຈາກຫຼາຍປະເທດເກືອບທົ່ວໂລກເຂົ້າປະກວດກັນຢ່າງຫຼວງຫຼາຍ… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ (ເຂົ້າໄປໂຫວດໃຫ້ໜຸ່ມລາວຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ) ຮູບພາບ: Arong Ananthavath.

Read More »

ແບ໋ວໆ…ໃສໆ…ໄວລຸ້ນມັກ ເທຼນຕິດກິບກັບມາແລ້ວ (90’s style come back)

ເອີ້ນໄດ້ວ່າມາແຮງສຸດໆເລີຍ ສຳລັບເທຼນຕິດກິບຜົມຍຸກ 90’s ທີ່ໃນຊ່ວງປີ 2018 ນີ້ໄດ້ກັບມາຮິດອີກຄັ້ງ ຈົນກາຍເປັນວ່າໃຜທີ່ຍັງບໍ່ຕິດຖືວ່າເຊີຍເດີ້ ສັງເກດໄດ້ຈາກເຫຼົ່າຄົນດັງຂອງບ້ານເຮົາກໍ່ບໍ່ເວັ້ນ ອອກມາຕິດກິບ ໂພສໂຊໃນຄວາມອິນກັບກະແສນຳເທຼນໃຫ້ກັບແຟນໆ, ຈະມີໃຜແດ່ນໍ້…ມາເບິ່ງກັນ!!! ນູ່ນີ່ ກຸມພົນພັກດີ ສຸດາ ວັນທອງທິບ ມຸກ ວົງໄຊສະຫວາດ  ນຸ້ຍ ສຸພາພອນ ສົມວິຈິດ ແອນນີ້ ວິໄລພອນ ໜ້າຮັກ ແບ໋ວໆ ໃສໆ ໄວລຸ້ນມັກຂະໜາດເລີຍແມ່ນບໍ່ ເທຼນຕິດກິບຍຸກ 90’s ກັບມາແລ້ວ (90’s style come back) ໃຜຢາກອິນກັບກະແສກໍ່ໄປຊອກມາຕິດ ມາໜີບກັນໄດ້ເດີ້ ໜ້າຮັກໄປອີກ!!! ຂໍຂອບໃຈຮູບພາບຈາກຄົນບັນເທີງ

Read More »

ສ່ອງ! ສາວງາມຈາກເວທີ Miss Universe Thailand  2018 (ແຕ່ລະຄົນບໍ່ທຳມະດາ)

ເວທີ Miss Universe ຖືວ່າກຳລັງເປັນກະແສມາແຮງ, ເພື່ອບໍ່ໃຫ້ເປັນການຕົກກະແສ ຂວັນໃຈ ເຮົາຍັງບໍ່ພາດທີ່ຈະໄປແວະວຽນ ໄປສ່ອງເວທີ  Miss Universe Thailand  2018 ທີ່ເອີ້ນໄດ້ວ່າກຳລັງຄຶກຄື້ນ ເພາະຄັດເຫຼືອ 40 ສາວງາມ ບອກເລີຍວ່າແຕ່ລະນາງແມ່ນບໍ່ທຳມະດາ ງາມໆທັງນັ້ນ ລອງໄປສ່ອງພ້ອມໆກັນເບິ່ງເນາະ… ໝາຍເລກ 1 ນິໂຄລີນ ພິຊາພາ (ນິໂຄ) ອາຍຸ 19 ປີ ລວງສູງ 170 ຊັງຕີແມັດ ໝາຍເລກ 2 ເມລິສາ ຊຸມສາຍສະກຸນ (ການ) ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ໝາຍເລກ 3 ພັດສອນ (ຟີມ) ອາຍຸ 20 ປີ ລວງສູງ 165 ຊັງຕີແມັດ …

Read More »

ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນຢູ່ ທ່າແຂກ ກັນປ່ະ (ສະບາຍດີ! ແຂວງ ຄຳມ່ວນ)

ບໍ່ອອກຈາກບ້ານ ບໍ່ເຫັນຮ່ອມແດນໄກ ຄຳທີ່ລຸ້ນພໍ່ຕູ້ແມ່ຕູ້ເພິ່ນເວົ້າ ແມ່ນແທ້ໆເລີຍ ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນນຳກັນປ່ະໆໆ ຈະມາຊວນໝູ່ເພື່ອນໄປຊິວ ໄປພັກຜ່ອນ ຕາມພາສາໄວລຸ້ນ ໄປເປັນແກ້ງ ໄປໃຊ້ຊີວິດ ໄປມີຄວາມສຸກກັບການເດີນທາງ ເຫັນສະຖານທີ່ໃໝ່ໆ ໄປຮູ້ຈັກກັບຜູ້ຄົນໃໝ່ ໝູ່ໃໝ່ໆ ແຟນໃໝ່ໆ (555) ມ່ວນໆໄປນຳກັນ, ຢາກຮູ້ແລ້ວແມ່ນບໍ່ວ່າທຣິບນີ້ຈະພາໄປໃສ ຢາກຮູ້ນຳມາເລີຍ… ທຣິບນີ້ພວກເຮົາມາແບບບໍ່ໄດ້ນັດໝາຍອີ່ຫຍັງກັນຫຼາຍ ນັ່ງກິນກາເຟຢູ່ຮ້ານປະຈຳທີ່ Kaogee Cafe ຢູ່ດີໆ ນຶກຂຶ້ນໄດ້ວ່າປີນີ້ 2018 ເປັນປີທ່ອງທ່ຽວລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວພາຍໃນລາວ ບໍ່ໃຫ້ເງິນຕາໄຫຼຮົ່ວອອກນອກປະເທດ ຊະນີIndy ກັບໝູ່ເລີຍຄິດຢາກອອກທຣິບໄປເມືອງທີ່ມີມຸມອາສໆ ເພື່ອຈະໄດ້ເກັບຮູບພາບງາມໆ (ເພາະເຮົາເປັນເດິແກັງທີ່ມັກຖ່າຍຮູບເປັນຊີວິດຈິດໃຈ) ແລະ ບໍ່ໄກຫຼາຍ ດັ່ງນັ້ນ! ເຮົາຈຶ່ງຕົກລົງກັນວ່າທີ່ຈະໄປ ທ່າແຂກ ແຂວງຄຳມ່ວນ ເມືອງສຸດອາສ ເມືອງທີ່ມີມົນສະເໜ່ຕາຕຶງ ເປັນເມືອງຜ່ານທີ່ຫຼາຍຄົນບໍ່ນຶກວ່າຈະເປັນເມືອງທີ່ໜ້າສົນໃຈ ເປັນເມືອງທີ່ໜ້າຮຽນຮູ້ທາງດ້ານປະຫວັດສາດ ເປັນເມືອງທີ່ມີໂລເຄຊັ່ນຖ່າຍຮູບໄດ້ໂຄດອາສ ໂຄດງາມ ພໍຕົກລົງກັນໄດ້ເຮົາກໍ່ເກັບເຄື່ອງໃສ່ກະເປົ໋າໜີອອກຈາກບ້ານທັນທີ (ເອີ້ຍ!!! ບໍ່ແມ່ນລະ 555) …

Read More »