Breaking News

ໄວໜຸ່ມ

ນັກສຶກສາລາວມີຄວາມງົດງາມ ແລະ ໜ້າຮັກບໍ່ໜ້ອຍໜ້າປະເທດອື່ນ

ສະບາຍດີ…!!! ແຟນໆຂວັນໃຈ ມາພົບພໍ້ກັນອີກຄັ້ງ ໃນໄລຍະນີ້ນັກຮຽນນັກສຶກສາສະຖາບັນຕ່າງໆກໍພັກເປິດເທີມກັນແລ້ວເນາະ ມື້ນີ້ແອັດກໍບໍ່ມີຫຍັງຫຼາຍ ແອັດກໍ່ໄດ້ນໍາເອົາຮູບພາບງາມໆຂອງບັນດາສາວງາມຂອງຄະນະໜຶ່ງ ຢູ່ມະຫາວິທະຍາໄລແຫ່ງຊາດ ແຕ່ລະຄົນທີ່ແອັດນໍາມາໃຫ້ເບິ່ງນີ້ມີແຕ່ຄົນງາມໆ…ໜ້າຮັກໆ…ເບິ່ງແລ້ວເປັນຕາສະອອນ ນີ້ແຫຼະນັກສຶກສາລາວເຮົາກໍມີຄວາມງົດງາມບໍ່ໜ້ອຍໜ້າປະເທດອື່ນເດີ້ ແຮ່ງເບິ່ງແຮ່ງງາມງາມໄປຄົນລະແບບງາມໄປຄົນລະຢ່າງ ເຮົາໄປເບິ່ງສາວງາມໆພ້ອມກັນເລີຍເດີ້!!!   ຮູບພາບ: beautiful_girls_of_laos

Read More »

ຄວາມງາມໜ້າຮັກຂອງສາວນັກສຶກສາສະຖາບັນການທະນາຄານ

ສະບາຍດີ….ແຟນໆຂວັນໃຈທີໜ້່າຮັກໆໆໆ…ທັງຫຼາຍ ໄລຍະນີ້ເປັນລະດູຝົນແລ້ວເນາະ ເວລາແຟນໆໄປໃສມາໃສກໍຄ່ອຍໄປຄ່ອຍມາ ຂັບຂີ່ຢ່າງລະມັດລະວັງແດ່ເດີ້ ເພາະອຸບັດຕິເຫດອາດເກີດຂຶ້ນໄດ້ທຸກເມື່ອ. ມື້ນີ້ແອັດມີນກໍບໍ່ມີຫຍັງຫຼາຍ ແອັດໄດ້ນໍາເອົາຮູບງາມໆຂອງ ສາວນັກສຶກສາສະຖາບັນການທະຄານ ສາວໆແຕ່ລະຄົນທີ່ແອັດເອົາມາຝາກ ມື້ນີ້ມີແຕ່ຄົນງາມໆໜ້າຮັກໜ້າຮັກ ແຕ່ຈະງົດງາມປານໃດນັ້ນໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: Lao cute girls

Read More »

ງາມຢ່າງດຽວບໍ່ພໍຕ້ອງສະຫຼາດແລະພິບໄຫວດີ ມາເບິ່ງການຕອບຄຳຖາມຂອງ ຟ້າໃສ ຈິນນາລີ ມິດແກຣນລາວ 2017

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດນາງສາວ ມິສແກຣນລາວ (MISS GRAND LAOS 2017) ແລະ ສາວງາມຜູ້ທີ່ຄວ້າມົງກຸດອັນຊົງກຽດໄປໄດ້ກໍຄື ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ມີລວງສູງ 1,73 cm ເຊິ່ງຖືວ່າ ຟ້າໃສ ກໍເປັນໂຕເກັງຂອງການປະກວດມາຕັ້ງແຕ່ທຳອິດ. ແຕ່ເຖິງຢ່າງໃດກໍຕາມການປະກວດເວທີໃຫ່ຍລະດັບປະເທດສາວງາມຜູ້ເຂົ້າປະກວດຈະງາມແຕ່ພຽງຢ່າງດຽວກໍຄົງຈະບໍ່ພໍ ຕ້ອງເປັນສາວງາມທີ່ມີຄວາມສະຫຼາດ ແລະມີພິບໄຫວໃນການແກ້ໄຂສະຖານະການ ແລະການຕອບຄຳຖາມໄດ້ເປັນຢ່າງດີ ແລະໃນຮອບ Top5 ຫຼືໃນຮອບ 5 ຄົນສຸດທ້າຍຂອງການປະກວດກໍຈະມີການຕອບຄຳຖາມຂອງບັນດາສາວງາມ ແລະຄົນທີ່ຕອບຄຳຖາມໄດ້ດີ ຖືກໃຈກຳມະການ ແລະກອງເຊຍຫຼາຍທີ່ສຸດກໍຄື ຟ້າໃສ ຈິນນາລີ ເພາະຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ໄດ້ໃຈຄວາມທີ່ດີ ຈົນສາມາດພິຊິດໃຈກຳມະການ ແລະຜູ້ຊົມຈົນສາມາດຄວ້າຕຳແໜ່ງມິສແກຣນລາວຄົນທຳອິດໄດ້ຢ່າງງົດງາມ. ຄຳຖາມທີ່ພິທີກອນຖາມ ຟ້າໃສ ມິສແກຣນລາວ 2017 ກໍຄື: ນ້ອງຄິດແນວໃດກັບການຕັດໄມ້ທຳລາຍປ່າ ແລະຄວນມີວິທີການປົກປັກຮັກສາປ່າໄມ້ແນວໃດ? ຟ້າໃສຕອບວ່າ: “ນ້ອງມີຄວາມຄິດວ່າການຕັດໄມ້ທຳລາຍປ່າສົ່ງຜົນກະທົບຕໍ່ວິຖີຊີວິດຂອງຄົນ ສັດປ່າ ສິ່ງແວດລ້ອມ ແລະການກະສິກຳ,  ສຳລັບນ້ອງແລ້ວການຫຼຸດຜ່ອນການຕັດໄມ້ທຳລາຍປ່າທຳອິດເລີຍຕ້ອງເລີ່ມຈາກການປຸກລະດົມຈິດສຳນຶກຂອງຄົນໃຫ້ເຫັນຄວາມສຳຄັນຂອງປ່າໄມ້ໃນປະເທດລາວ ພໍຄົນເຮົາມີຈິດສຳນຶກຫຼືຄວາມຄິດນັ້ນແລ້ວ …

Read More »

ບໍລິສັດ ໄຟຟ້ານໍ້າເທີນ 2 ມອບທຶນການສຶກໄປຮຽນຢູ່ຝຣັ່ງ ໃຫ້ນັກຮຽນ 3 ຄົນຄົນ

ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສະຖານທູດຝຣັ່ງປະຈໍາລາວ ເພື່ອໃຫ້ທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ຈໍານວນ 3 ທຶນສໍາລັບປີ 2017 ເພື່ອໄປຮຽນຕໍ່ທີ່ປະເທດຝຣັ່ງເປັນເວລາ 2 ປີ ໂດຍການຄັດເລືອກເອົານັກຮຽນທີ່ເວົ້າພາສາຝຣັ່ງໄດ້ນັ້ນເອງ ຈຸດປະສົງກະເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ແລະ ຕອບສະໜອງຕາມຄວາມຕ້ອງການຂອງອຸດສາຫະກໍາພະລັງງານ ໂຄງການໃຫ້ທຶນການສຶກສາ ນີ້ແມ່ນເລີ່ມຈັດຕັ້ງມາແຕ່ປີ 2015 ຈົນຮອດປັດຈຸບັນ ເຊິ່ງຜ່ານການຄັດເລືອກມີນັກຮຽນທີ່ໄດ້ຮັບທຶນດັ່ງກ່າວ 3 ຄົນຄື: ທ້າວ ເພັດທະສອນ ມານີປະກອນ ຈາກໂຮງຮຽນມັດທະຍົມຝຣັ່ງ, ທ້າວ ອາລິຍະເດດ ທໍາມະວົງ ແລະ ນາງ ດາຣານີ ສໍລາງກຸນ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ. ນ້ອງນັກຮຽນທັງ 3 ຄົນນີ້ຈະໄດ້ໄປສຶກສາທີ່ມະຫາວິທະຍາໄລ ດ້ານເຕັກໂນໂລຊີ ທີ່ມີຊື່ສຽງຕັ້ງພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງ ແລະ ນ້ອງນັກຮຽນທັງ 3 ຈະເດີນທາງໃນວັນທີ 21 ກໍລະກົດ ນີ້. ຫຼັງຈາກທີ່ນ້ອງສໍາເລັດການສຶກສາແລ້ວ ກໍຈະກັບຄືນມາບ້ານເກີດ ເພື່ອຈະເລີ່ມຕົ້ນເຮັດວຽກຢູ່ທີ …

Read More »

ນັກສຶກສາລາວ ໄດ້ຮັບໃບປະກາດສະນີຍະບັດກຽດນິຍົມອັນດັບໜຶ່ງທີ່ປັກກິ່ງ

ມີມາອີກແລ້ວນັກສຶກສາລາວເຮົາ ທີ່ໄປຮຽນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ນາງ​ຫອມ​ມະ​ນີ ໄຊ​ຍະ​ເລີດ ນັກ​ສຶກ​ສາ​ລາວ​ຮຽນ​ຢູ່​ ຄະ​ນະ​ການ​ເງິນ​ ແລະ​ ການ​ທະ​ນາ​ຄານ ​ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ ​ທີີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ເປັນ​ເວ​ລາ 5 ປີຈຶ່ງ​ໄດ້​ສຳ​ເລັດ​ການ​ສຶກ​ສາ​ ລະ​ດັບ​ປະ​ລິນ​ຍາ​ຕີ ໃນ​ສົກ​ປີ 2016-2017 ແລະ ​ເປັນ​ໜຶ່ງ​ດຽວ​ຂອງ​ນັກ​ສຶກ​ສາ​ລາວ ໃນ​ສົກ​ຮຽນ​ນີ້ທີ່​ໄດ້​ຮັບ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ກຽດ​ນິ​ຍົມ​ອັນ​ດັບ​ໜຶ່ງ ​ໃນ​ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທັງ​ໝົດ 54 ຄົນ, ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຄູ​ອາ​ຈານ, ພໍ່​ແມ່ນ​ຍາດ​ຕິ​ພີ່​ນ້ອງ​ກໍ​ຄື​ໝູ່​ເພື່ອນ​ນັກ​ສຶກ​ສາ​ລາວ ​ແລະ ​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ. ໃນສົກຮຽນໜ້ານີ້ ສາວຫອມມະນີ ກໍ່ຈະສືບຕໍ່ສຶກສາຮໍ່າຮຽນ ໃນ​ລະ​ດັບ​ປະ​ລິນ​ຍາ​ໂທ​ ສາ​ຂາ​ການ​ເງິນ​ທີ່​ ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ ນະ​ຄອນ​ຫຼວງ​ປັກ​ກິ່ງ​ຕື່ມ​ອີກ. ທີ່ມາ: CRI

Read More »