Breaking News

ໄວໜຸ່ມ

ສາວງາມແຫ່ງເມືອງໄດໂນເສົາຮ້ອຍລ້ານປີ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ກັບມາພົບກັນໃນຕອນແລງຂອງມື້ວັນສຸກ ທ້າຍອາທິດແບບນີ້ ແອັດກໍເລີຍຈະພາໄປເບິ່ງສາວງາມໆ…ສາວນ້ອຍສາວໃຫຍ່ ຂອງດິນແດນແຫ່ງເມືອງໄດໂນເສົາ ເຊິ່ງແຕ່ລະຄົນນັ້ນແອັດຂໍບອກເລີຍວ່າ ມີຄວາມງົດງາມໄປຄົນລະແບບ ຄົນລະ Style ແຕ່ມີຄວາມໜ້າຮັກສົດໃສໃນແບບຂອງສາວລາວເຮົາ. ໂອ໋ຍ…ເຫັນບັນດາສາວງາມໆແບບນີ້ແລ້ວໜຸ່ມທັງຫຼາຍຄົງມີຄວາມຄິດໃນຫົວວ່າ ຢາກໄປຮຽນຢູ່ສະຫວັນນະເຂດແລ້ວແມ່ນບໍ!! ເອົາເປັນວ່າບໍ່ເສຍເວລາເຮົາໄປເບິ່ງພ້ອມກັນເລີຍໄປ… ຮູບພາບ: ສາວສະຫວັນນະເຂດ

Read More »

ບໍ່ທຳມະດາ! ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ດາວເດັ່ນໃນການປະກວດ Miss Universe Laos 2017

 ອີກແລ້ວກັບ ຊະນີIndy ເຈົ້າເກົ່າເຈົ້າເດີມ ເຈົ້າແມ່ຂາຊ໋ອກແຊ໋ກແຫ່ງວົງການບັນເທີງ, ມື້ນີ້ຈະພາແຟນໆມາຮູ້ຈັກກັບນ້ອງສາວຄົນງາມ ນ້ອງ ຕົ້ນຄຳ ພົນຈັນເຮືອງ ຫຼື ເຈນນີ້ ອາຍຸ 23 ປີ ສາວກ້ານຍາວຜູ້ທີ່ມີຄວາມສູງເຖິງ 175 ຊັງຕີແມັດ ຜູ້ເຂົ້າປະກວດໝາຍເລກ MUL2 ອີກໜຶ່ງສາວດາວເດັ່ນທີ່ແຟນໆຕ່າງພາກັນລຸ້ນກັນເຊຍຢາກໃຫ້ນາງໄດ້ມົງກຸດອັນຊົງກຽດແຫ່ງເວທີ Miss Universe Laos 2017 ມາຄອບຄອງ, ເຫັນງາມໆຫຸ່ນສູງຍາວເຂົ່າດີແບບນີ້ບອກເລີຍເດີ້ວ່ານາງບໍ່ທຳມະດາອີຫລີ ນາງມີຄວາມສາມາດຫຼາກຫຼາຍ ທັງຜ່ານເວທີປະກວດໃຫ່ຍໆລະດັບປະເທດ, ເປັນພີທີກອນ, ນາງແບບ ແລະອີກຫຼາຍໆຢ່າງທີ່ ສາວ ເຈນນີ້ ຕົ້ນຄຳກຳລັງເຮັດຢູ່… ຫັ້ນແນ່ ເວົ້າແບບນີ້ຢາກຮູ້ຈັກຕົວຕົນຂອງສາວງາມຜູ້ມີຄຸນສົມບັດພຽບພ້ອມຄົນນີ້ແລ້ວແມ່ນບໍ່… ບໍ່ລໍຖ້າເດີ້!!! ມາເລີຍດຽວ ຊະນີIndy ຈັດໃຫ້ແບບສຳພາດພິເສດລອງມາຮູ້ຈັກກັບ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) ຄົນນີ້ລອງເບິ່ງຮັບຮອງນາງມີຄວາມງາມ ໜ້າຮັກ ເຊັກຊີ່ມີສະເໜ່ ແຖມເປັນລູກກະຕັນຍູ ເຊື່ອວ່າທຸກໆຄົນຕ້ອງຕົກຫຼຸມຮັກນາງແນ່ນອນ!!! #ແຊຣໄປເປັນກຳລັງໃຈໃຫ້ນ້ອງເຈນນີ້ຄົນງາມແດ່ ຂວັນໃຈ: ສະບາຍດີ ເຈນນີ່ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຜົນງານທີ່ຜ່ານມາ…ມີເຄີຍປະກວດເວທີໃດມາກ່ອນບໍ່?  ເຈນນີ້: ສະບາຍດີ ຊື່ ຕົ້ນຄຳ …

Read More »

ມາແລ້ວ! ມາແລ້ວ!! ຂ່າວດີສໍາລັບນ້ອງໆນັກຮຽນທີ່ຮຽນຈົບມໍປາຍ

ນ້ອງໆນັກຮຽນຄົນໃດທີ່ຫາກໍຮຽນຈົບມໍປາຍ ແຕ່ຍັງບໍ່ທັນຮູ້ວ່າຈະໄປສຶກສາຕໍ່ຢູ່ໃສນັັ້ນ ມາເບິ່ງທາງນີ້ເລີຍ… ເພາະມື້ນີ້ເຮົາມີຂ່າວດີໆ…ມາບອກເດີ້ ສຳລັບ ນ້ອງໆນັກຮຽນຄົນໃດທີ່ມີຄວາມສົນໃຈຢາກເຂົ້າມາສຶກສາ ທີ່ສະຖາບັນເສດຖະກິດການເງິນ ແມ່ນສາມາດມາຊື້ຟອມສະໝັກເຂົ້າສອບເສັງ ກໍມາຊື້ໄດ້ຈະເລີ່ມຂາຍຟອມສະໝັກໃນວັນທີ 21/08/2017 ເປັນຕົ້ນໄປ. ຮູບພາບ ແລະ ຂໍ້ມູນ: ນັກສຶກສາ ສະຖາບັນເສດຖະກິດການເງິນ

Read More »

ນັກຮຽນ ແຂວງຊຽງຂວາງ ເສັງເອົາທຶນໄປຮຽນຕໍ່ເພີ່ມຂຶ້ນ 5 ເທົ່າ

ພະແນກສຶກສາທິການ ແລະ ກິລາ ຊຽງຂວາງເປີດເຜີຍວ່າ: ການສອບເສັງຄັດເລືອກເອົານັກຮຽນໄປສຶກສາຕໍ່ຢູ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ສົກຮຽນ 2017-2018 ໃນວັນທີ 11 ສິງຫາ 2017 ທີ່ຜ່ານມາ ມີທັງໝົດ 300 ກວ່າຄົນ ຖືວ່າເປັນຕົວເລກເສັງທີ່ເກີນຄາດ ຍ້ອນນັກຮຽນລົງທະບຽນສອບເພີ່ມຂຶ້ນ 5 ເທົ່າຕົວຖ້າທຽບໃສ່ສົກປິທີ່ຜ່ານມາ. ທ່ານ ລົດ ບົວສະຫວັນ ຫົວໜ້າຂະແໜງອະຊີວະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວລາຍງານໃຫ້ຮູ້ວ່າ: ສົກຮຽນ 2017-2018 ນີ້ ທົ່ວແຂວງມີນັກຮຽນສະໝັກເຂົ້າມາສອບສັງຄັດເລືອກເອົາທຶນ ເພື່ອໄປສຶກສາຕໍ່ທີ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ຈໍານວນທັງໝົດ 317 ນ້ອງ, ຍິງ 145 …

Read More »

ງາມໃສໆໃນແບບຂອງສາວນັກສຶກສາ!!!

ກັບມາພົບກັນອີກແລ້ວແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ…ໃນໄລຍະນີ້ຫຼາຍໆວິທະຍາໄລ ຫຼື ມະຫາວິທະຍາໄລ ກໍກະກຽມຈັດງານພິທີມອບໃບປະກາສະນີຍະບັດໃຫ້ແກ່ບັນດິດທີ່ຮຽນຈົບໃໝ່…ແຕ່ບາງວິທະຍາໄລກໍໄດ້ສໍາເລັດໄປທີ່ຮຽບຮ້ອຍແລ້ວ…ມື້ນີ້ແອັດກໍບໍ່ມີຫຍັງຫຼາຍ ເວລາຫວ່າງໆແອັດກໍໄດ້ໄປສອດສ່ອງຕາມ ໄອຈີ, ເຟສບຸກ…ແອັດກໍເລີຍຮວບຮວມເອົາຮູບພາບງາມໆຂອງສາວໆຈາກ ວິທະຍາໄລ ຣັຕະນະ ບໍລິຫານທຸລະກິດ ມາໃຫ້ແຟນໆໄດ້ເບິ່ງຄວາມງົດງາມ, ຄວາມໜ້າຮັກ, ຄວາມມີເໜ່…ໃນແບບຂອງໃຜຂອງລາວ ຈະງົດງາມສົມກັບຄໍາແອັດເວົ້າຫຼືບໍ ຖ້າຢາກເຫັນແລ້ວໄປເບິ່ງພ້ອມໆກັນເລີຍ!!!!

Read More »