Breaking News

ໄວໜຸ່ມ

ຄູ່ແຝດນ້ອຍທີ່ມີຄວາມໜ້າຮັກສົມໄວຂອງເດັກ

ມື້ນີ້ແອດໄດ້ນໍາເອົາຄວາມໜ້າຮັກໜ້າຮັກ ຂອງຄູ່ແຝດຄົນນ້ອຍ ລູກຊາຍທີ່ໜ້າຮັກຂອງອ້າຍ ສັກ ວົງເຊວ ນັກຮ້ອງລຸ້ນໃຫຍ່ຂອງລາວເຮົາ ມາຝາກໃຫ້ແຟນໄດ້ເບິ່ງຄວາມຫຼໍ່, ຄວາມໜ້າຮັກຂອງນ້ອງໆ. ຄູ່ແຝດ 2 ຄົນນ້ອຍນີ້ມີຊື່ວ່າ: ທ້າວ ໄມຕີ້ ແລະ ທ້າວ ແມັຕຊີ້ ເຊິ່ງເປັນຄູ່ແຝດທີ່ມີໜ້າຕາຄ້າຍຄືກັນສຸດໆ ຈົນແຍກບໍ່ອອກຄົນໃດຊື່ ໄມຕີ້ ແລະ ຄົນໃດຊື່ ແມັຕຊີ້ ( ໂອ້ຍໆໆໆ…ທັງຫຼໍ່ທັງໜັາຮັກແຕ່ນ້ອຍແທ້ເດ ) ເຊິ່ງຈະຫຼໍ່ ແລະ ມີຄວາມໜ້າຮັກປານໃດນັ້ນ ໄປເບິ່ງຮູບພາບຄວາມໜ້າຮັກຄວາມສົດໃສຂອງນ້ອງໆເລີຍ!! ຮູບພາບ: Sack Cells

Read More »

ມາອີກແລ້ວນັກຮຽນເກັ່ງປະເທດລາວເຮົາ

ປັດຈຸບັນນັກຮຽນລາວເຮົານັບມື້ນັບເກັ່ງຂຶ້ນເລື້ອຍໆ ແລະ ຄືດັ່ງທີ່ເຮົາຮູ້ເຮົາເຫັນນັ້ນແຫຼະ ນັກຮຽນລາວເຮົາເຂົ້າຮ່ວມ ການແຂ່ງຂັນລະດັບປະເທດ, ລະດັບໂລກຫຼາຍຂຶ້ນ ບໍ່ວ່າຈະເປັນກິລາ, ສິນລະປະວັນນະຄະດີ…ແລະ ມື້ນີ້ແອັດມີນຈະມາແນະນໍາໃຫ້ ແຟນໆໄດ້ຮູ້ຈັກກັບນັກຮຽນເກັ່ງຂອງລາວອີກຄົນໜຶ່ງນັ້ນກໍຄື ທ້າວ ຈີນູ ບົວປາວ (Chinou Bouapao) ທີ່ກາຍເປັນຜູ້ຊະນະເລີດ ລະດັບປະເທດ ໃນການແຂ່ງຂັນ ທົດສອບທັກສະພາສາອັງກິດ ຊິງແຊມ ຂອງປະເທດໃນງານ TOEFL Junior Challenge 2016 ແລະ ທັງກາຍເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມແຂ່ງຂັນ TOEFL Junior Challenge ລາຍການໃຫຍ່ ທີ່ປະເທດອາເມລິກາ ໃນທ້າຍປີນີ້ອີກດ້ວຍ (​ ວ້າວໆໆ…). Cr. Aj. Leepaia

Read More »

ສາວຄະນະວິສະວະກໍາສາດງາມໜ້າຮັກເປັນຍິງໃນຝັນຂອງຊາຍຫຼາຍຄົນ

ຢູ່ໃນຮົ້ວຂອງມະຫາວິທະຍາໄລນັ້ນ ມີທັງຜູ້ບ່າວຫຼໍ່ໆ ແລະ ຜູ້ສາວງາມໆ, ໜ້າຮັກໜ້າຮັກ…ນັ້ນມີຢູ່ທຸກຄະນະທຸກພາກວິຊາເລີຍກໍວ່າໄດ້ ແຕ່ມື້ນີ້ແອັດມີນບັງເອີນເຫັນ facebook ຂອງສາວຄົນໜຶ່ງຊື່: Jen Ounkham ແອັດກໍ່ເລີຍເຂົ້າໄປສອດສ່ອງເບິ່ງ ຄວາມງົດງາມຄວາມໜ້າຮັກຂອງນາງ ຈຶ່ງຮູ້ວ່ານາງເປັນສາວງາມຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດນັ້ນເອງ ແອັດຈະບໍ່ຍອມເຫັນຄວາມງາມຄວາມໜ້າຮັກຂອງນາງພຽງຄົນດຽວ ແອັດກໍເລີຍນໍາເອົາຮູບງາມໆ ແລະ ຄວາມໜ້າຮັກຂອງນາງມາຝາກໄປເບິ່ງກັນເລີຍ!!! ຮູບພາບຈາກ: Jen Ounkham

Read More »

ນັກຮ້ອງໄວໜຸ່ມລາວໄປແຂ່ງຂັນຮ້ອງເພງໃນ “ໄມທອງຄຳ” ລາຍການດັງຂອງປະເທດເພື່ອນບ້ານ!!! (ມີຄລິບ)

ເປັນກະແສຮືຮາໃນໂລກອອນລາຍກັນອີກແລ້ວ ຫຼ້າສຸດມີໄວໜຸ່ມຈາກປະເທດລາວຂອງເຮົານາມວ່າ ພອນທິດາ ຄຳສາຍສຸກ (ໂຊເນຍ) ອາຍຸ 21 ປີ ຈາກແຂວງຈຳປາສັກ ໄດ້ໄປອັດລາຍການແຂ່ງຂັນຮ້ອງເພງຢູ່ລາຍການດັງ “ໄມທອງຄຳ” ຂອງປະເທດເພື່ອນບ້ານເຊິ່ງຄາດວ່າຈະມີການອອກອາກາດໃນໄວໆນີ້, ແລະ ຍັງຖ່າຍຮູບກັບເອື້ອຍ ຕຸກກີ້ ຕະຫຼົກຍິງຊຸບເປີສະຕາຂອງປະເທດໄທ ຈົນສ້າງສຽງຮືຮາໃນໂລກອອນລາຍມາແລ້ວ. ກ່ອນໜ້ານີ້ ໂຊເນຍ ບໍ່ໄດ້ເດີນຕາມຄວາມຝັນດ້ວຍການປະກວດຮ້ອງເພງໃນລາຍການດັ່ງກ່າວເປັນລາຍການທຳອິດ ເພາະເຄີຍເປັນໄວໜຸ່ມທີ່ເຂົ້າປະກວດໃນໂຄງການ ແປັບຊີ່ຊິງເກີ້ນຄອນເທສ ໄດ້ລາງວັນຊົມເຊີຍ, ປະກວດໂຄງການ ດັສມິວທາເລັ້ນອາວອດ 2015, ບໍ່ພໍແຕ່ເທົ່ານັ້ນຍັງໄປສະແດງຄວາມສາມາດໃນລາຍການ “ຕີສິບ” ເປັນອີກໜຶ່ງລາຍການດັງຂອງປະເທດເພື່ອນບ້ານມາແລ້ວເຊັ່ນກັນ. ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳຄລິບທີ່ ໂຊເນຍ ໄປອອກລາຍການຕີສິບມາຝາກ, ລອງມາເບິ່ງກັນເບິ່ງເດີ້ວ່າຈະມ່ວນ ເຮຮາ ພຽງໄດ??? #ຢ່າລືມແຊຣໃຫ້ກຳລັງໃຈໃນຄວາມສາມາດຂອງໄວໜຸ່ມລາວ ມາເບິ່ງຮູບພາບທີ່ ໂຊເນຍ ໄປອອກແຕ່ລະລາຍການກັນເລີຍ!!! ໄມທອງຄຳ 2. ປະກວດໂຄງການ ແປັບຊີ່ຊິງເກີ້ນຄອນເທດ 3. ດັສມິວທາເລັ້ນອາວອດ 2015 4. ຕີສິບ ຂໍຂອບໃຈຮູບພາບຈາກ: Sonia Power Voice ຄລິບຈາກ: https://www.youtube.com/watch?v=hMyHnSSiP3Y&feature=share

Read More »

ສາວໜ້າຮັກກັບ Step ການເຕັ້ນທີ່ບໍ່ທໍາມະດາ

ສະບາຍດີ ແຟນຂວັນໃຈທີໜ້າຮັກ ມື້ນີ້ແອດມິນ ຈະມາແນະນໍາໃຫ້ແຟນໆໄດ້ຮູ້ຈັກກັບ ສາວຄົນໜຶ່ງຊື່ ນາງ ວິໄລລັດ ພົມມະແສງ ອາຍຸ 18 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີທີ1. ແອດຂໍບອກເລີຍວ່ານອກຈາກເປັນສາວທະນາຄານທີ່ງາມ ແລະ ໜ້າຮັກແລ້ວ ນາງຍັງມີຄວາມສາມາດອີກຫຼາກຫຼາຍຢ່າງ. ແຕ່ສິ່ງທີ່ນາງມັກທີ່ສຸດແມ່ນເຕັ້ນ ເຊິ່ງຜ່ານມານາງເຄີຍແຂ່ງເຕັ້ນໄດ້ທີ 1 ເຕັ້ນ cover dance ທີ່ thakhek dance, ໄດ້ທີ 2 ງານ dutchmilk talent award ( ວ້າວໆໆໆ… Step ການເຕັ້ນຂອງນາງບໍ່ທໍາມະດາ ) ແຟນໆຢາກເຫັນໜ້າຂອງນາງແລ້ວບໍ ຖ້າຢາກເຫັນແລ້ວໄປເບິ່ງກັນເລີຍ!!!   ຮູບພາບຈາກ: Ringer Ringer

Read More »