Breaking News

ໄວໜຸ່ມ

ຄວາມງົດງາມໃນຊຸດຜ້າໄໝ ງາມແບບສາວລາວ

ໃນໄລຍະນີ້ກໍຄືດັ່ງທີ່ເຮົາຮູ້ກັນດີເນາະວ່າ ເປັນເທສະການແຫ່ງງານແຕ່ງນັ້ນເອງ ແລະ ມື້ນີ້ແອັດກໍເລີຍຮວບຮວມເອົາພາບບັນຍາກາດຂອງສາວໆມາຝາກ ເຊິ່ງແຕ່ລະຄົນນັ້ນມີສະເໜ່ມີຄວາມງົດງາມໃນແບບລາວ ງາມແບບເບິ່ງບໍ່ຮູ້ເບື່ອ…ແຕ່ລະຄົນຈະງາມແທ້ ຫຼື ບໍນັ້ນເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: IGLAO

Read More »

ຊົມເຊີຍ! ນັກກິລາຍິງ Model Physique ໄປສ້າງຊື່ສຽງໃນຕ່າງປະເທດ!!!

ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ  ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ. ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ …

Read More »

ມາແລ້ວ! ງົດງາມສົມການລໍຖ້າ ຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ USA

ມາແລ້ວ!!! ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ  (Miss Universe  2017) ທີ່ Las Vegas  (USA) ໃນວັນທີ 26 ພະຈິກ 2017 ນີ້, ຫຼ້າສຸດ ທາງກອງປະກວດ ມິດຍູນິເວີດລາວ ກໍໄດ້ເປີດເຜີຍຊຸດປະຈຳຊາດລາວ ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້. ພໍ່ແມ່ພີ່ນ້ອງຊາວລາວຕ່າງກໍລໍຖ້າ ລໍລຸ້ນທີ່ຈະໄດ້ເຫັນຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss Universe  2017 ແລະ ກໍບໍ່ເຮັດໃຫ້ຜິດຫວັງ ງົດງາມສົມກັບການລໍຖ້າແທ້ໆ, ລອງມາເບິ່ງຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ສວມໃສ່ກັນເລີຍ… ຂໍບອກວ່າງາມຫຼາຍໆ. #ແຊຣໄປໃຫ້ໂລກຮູ້  ??  (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe …

Read More »

ມາເອົາໃຈວ່າທີ່ເຈົ້າສາວໂດຍສະເພາະ

ມື້ນີ້ຂໍເອົາໃຈສາວໆທີ່ໃກ້ຈະເຂົ້າພິທີວິວາເນາະ ໃກ້ໆເຂົ້າມາແລ້ວກັບເທສະການງານແຕ່ງ ອີກບໍ່ພໍເທົ່າໃດມື້ກໍອອກພັນສາແລ້ວ ຫຼັງຈາກອອກພັນສາຄູ່ຮັກຫຼາຍໆກໍເລີ່ມຫ້າງຫາກະກຽມມື້ພິເສດໆສໍາລັບຄູ່ຮັກ ຫຼື ເລືອກມື້ງາມຍາມດີໄວ້ແລ້ວເນາະ…ມື້ນີ້ແອັດກໍເລີຍຈະມາເອົາໃຈສາວເປັນພິເສດ ສາວໆຄົນໃດທີ່ຍັງບໍ່ຮູ້ວ່າຈະໃສ່ຊຸດເຈົ້າສາວສີໃດໃຫ້ເຂົ້າກັບຕົນເອງ ເພື່ອໃຫ້ຕົນເອງໂດດເດັ່ນ ແລະ ງາມທີ່ສຸດໆໆໃນມື້ສໍາຄັນ…ມາເບິ່ງທາງນີ້ເລີຍ ເພາະແອັດໄດ້ນໍາເອົາສີສັນຊຸດເຈົ້າສາວມາໃຫ້ສາວໆໄດ້ເລືອກ ບໍ່ຊັກຊ້າເສຍເວລາໄປເລືອກພ້ອມກັນເລີຍ!! ຮູບພາບ: ສະບາຍດີງານແຕ່ງ

Read More »

ສະເໜ່ຄວາມງາມຂອງສາວຊົນເຜົ່າມົ້ງບໍ່ໜ້ອຍໜ້າຊົນເຜົ່າອື່ນໆ

ວ້າວວວມາແລ້ວໆໆ…!! ມື້ນີ້ແອັດຈະພາມາເບິ່ງສາວງາມໃນຊຸດເຜົ່າມົ້ງນໍາກັນ ເຊິ່ງແຕ່ລະຄົນນັ້ນ ແອັດຂໍບອກໄດ້ເລີຍວ່າມີແຕ່ຄົນງາມໆ ງາມທັງຊຸດງາມທັງຄົນໃສ່…ສາວໆແຕ່ລະຄົນກໍມີສະເໜ່ຄວາມງົດງາມ ຄວາມໜັາຮັກທີ່ແຕກຕ່າງກັນໄປ ນອກຈາກງາມແລ້ວສາວໆເຜົ່າມົ້ງຍັງເກັ່ງ ແລະ ມີສີມືການຍິບປັກຖັກແສ່ວອັນປານີດ ເພື່ອຕົບແຕ່ງສີສັນລວດລາຍໃສ່ຊຸດຊົນເຜົ່າ ສ່ວນຫຼາຍແມ່ນເຮົາຈະເຫັນໄດ້ເຂົາເຈົ້າໃສ່ ໃນໄລຍະເທສະການບຸນປີໃໝ່ຂອງເຜົ່າມົ້ງ. ເຫັນແລ້ວເປັນຕາສະອອນກັບຄວາມງາມສາວມົ້ງກະໂປງລາຍເດ້ນໍ້!!! ຮູບພາບ: IGLAO

Read More »