Breaking News

ຂ່າວກະແສສັງຄົມ

ຊົມເຊີຍ!!! ນ້ອງ ມິນ​ລີ້ ໜຸ່ມນ້ອຍສຽງດີ​ຄວ້າ​ລາງວັນ​ຊະ​ນະ​ເລີດ Mic Idol Kids 2020

ປັດຈຸບັນຄົນເຮົາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ກໍລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ຄວາມຝັນ ແລະ ເປົ້າໝາຍ ທີ່ແຕກຕ່າງກັນໄປ… ເຊິ່ງຕອນນີ້ມີເດັກນ້ອຍຊາຍຄົນໜຶ່ງກຳລັງເປັນກະແສຮືຮາໄປທົ່ວສັງຄົມອອນລາຍນັ້ນກໍຄືນ້ອງ ມິນ​ລີ້ ອາຍຸໄວ 7 ປີ ກຳລັງຮຽນຢູ່ຫ້ອງປໍ 3 ບ້ານ​ໂຄ​ກສະຫວ່າງ​, ເມືອງຍົມມະ​ລາດ​, ແຂວງ​ຄຳ​ມ່ວນ​. ໂດຍມີສາວຄູຄົນໜຶ່ງໄດ້ໂພສຄລິບວີດີໂອທີ່ນ້ອງກໍາລັງຕັ້ງໃຈຮ້ອງເພລງຜ່ານເຟສບຸກສ່ວນຕົວ ແລະ ຄລິບດັ່ງກ່າວກໍໄດ້ຖືກແຊຣ໌ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມອອນລາຍບໍ່ໜ້ອຍເລີຍທີດຽວ! ເຊິ່ງບອກໄດ້ເລີຍວ່າ ນໍ້າສຽງຂອງໜຸ່ມນ້ອຍຄົນນີ້ບໍ່ທໍາມະດາອີຫຼີ!!! ຄູ​ຂອງ​ນ້ອງ ມິນ​ລີ້ ໄດ້​ບອກວ່າ ປົກ​ກະ​ຕິ​ຢູ່​ບ້ານ ຫຼືຢູ່ໂຮງ​ຮຽນ ນ້ອງກໍ​ມັກຮ້ອງ​ເພງ​ເປັນ​ປະ​ຈຳ ​ເພາະ​ມັກ​ຮັກ ແລະ ຝັນ​ໄວ້​ຢາກ​ເປັນ​ນັກ​ຮ້ອງ!!! ເຊິ່ງຫຼ້າສຸດໜຸ່ມນ້ອຍຄົນນີ້ກໍໄດ້ມີໂອກາດມາຕາມຫາຄວາມຝັນຂອງຕົນເອງໃນເວທີການປະກວດຮ້ອງເພລງ ເດັກນ້ອຍ Mic Idol Kids 2020 ທີ່ຈັດຂຶ້ນຢູ່ສູນການຄ້າທົ່ງຂັນຄໍາ ຊັ້ນ 2 ໃນວັນທີ 04 ຕຸ​ລາ 2020 ທີ່ຜ່ານມາ. ດ້ວຍຄວາມສາມາດ-ກ້າສະແດງອອກ ແລະ ນໍ້າສຽງອັນເປັນກະລັກທີ່ໂດດເດັ່ນພ້ອມທັງໃສ່ອາລົມ-ລີ​ລາຢ່າງເຕັມທີ່ …

Read More »