Breaking News

ຂ່າວບັນເທີງໃນປະເທດ

ແອບສ່ອງ! ເຮືອນຫໍສຸດຫຼູຫຼາຂອງ ແອັບເປີ້ນ&ຟຸກ ຄູ່ຮັກດາລາສາວລາວ-ບ່າວໄທ!!!

  ຮືຮາກັນທົ່ວບ້ານທົ່ວເມືອງຫຼັງຈາກທີ່ຄູ່ຮັກດາລາດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ຄົບຫາເບິ່ງໃຈກັນມາຢ່າງດົນນານເປັນເວລາເຖິງ 10 ປີ ແລະ ຫຼ້າສຸດທັງສອງກໍໄດ້ປະກາດຂ່າວດີວ່າກຳລັງຈະຈັບມືກັນເຂົ້າພິທີແຕ່ງດອງໃນ ວັນທີ 3 ພະຈິກ 2017 ໃນທ້າຍປີທີ່ຈະມາເຖິງນີ້, ຈົນເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມສະແດງຄວາມຍິນດີກັບທັງສອງຄົນເປັນຈຳນວນຫຼວງຫຼາຍ ແລະ ໃນມື້ນີ້ ຊະນີIndy ກໍບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງ ເພາະໄດ້ໄປຊອ໋ກແຊກຊອກຫາຂໍ້ມູນເດັດໆມາຝາກນັ້ນກໍຄື ເຮືອນຫໍຂອງທັງສອງບອກເລີຍວ່າຫຼູຫຼາອະລັງການງານສ້າງແນ່ນອນ, ເອົ້າ!!! ຈະອະລັງການພຽງໃດ ມາເບິ່ງກັນແບບອີ່ມຫູອີ່ມຕາກັນເລີຍ… ใกล้แล้วๆๆๆ คิคิ @fluke_jira @piggyminiberry เก็บ defect กันต่อปายยย A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on Mar 24, 2017 …

Read More »

ວັນໃໝ່ ໂພສຮູບຄູ່ຈົນຊາວເນັດມີຄວາມສົງໃສວ່າໝຸ່ມຄົນນີ້ອາດຈະເປັນແຟນຂອງວັນໃໝ່ຫຼືບໍ່?

ຍັງເປັນກະແສກັນເລື້ອຍໆສຳລັບນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ທີ່ໄປປະກວດສາວງາມປະເພດສອງໃນເວທີລະດັບໂລກ “Miss International Queen 2016” ຈົນສ້າງຊື່ສຽງໃຫ້ປະເທດລາວເຮົາໂດຍການຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ມາໄດ້ ແລະ ສ້າງສຽງຮືຮາໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ຮ່ວມຍິນດີກັນຖ້ວນໜ້າ, ພໍສຳເລັດການປະກວດວັນໃໝ່ກໍເປັນທີ່ຮູ້ຈັກ ແລະ ຖືກຕິດຕາມຈາກແຟນໆຫຼາຍພໍສົມຄວນ ແລະ ຫຼ້າສຸດເຟັກບຸກສ່ວນຕົວຂອງວັນໃໝ່ກໍໄດ້ໂພສຮູບຄູ່ກັບໝຸ່ມເຈົ້າຊູ້ໜ້າຕາດີນາມວ່າ ອາເລັກ ແລະ ຂຽນຄຳອະທິບາຍເທິງຮູບພາບວ່າ “ຄິດຮອດ Miss you” ພໍແຕ່ວັນໃໝ່ໂພສຮູບບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ຄອມເມັ້ນຮູບພາບກັນແບບລົວໆ ທັງສະແດງຄວາມຍິນດີ ທັງບອກວ່າຄູ່ນີ້ເໝາະສົມກັນ ແລະ ຍັງມີຄົນສົງໃສອີກຕ່າງໆນາໆວ່າ ຫຼືໜຸ່ມຄົນນີ້ອາດຈະເປັນໜຸ່ມທີ່ກຸມຫົວໃຈນ້ອງວັນໃໝ່ຢູ່ກໍເປັນໄດ້ ເຖິງຢ່າງໃດກໍຕາມຍັງບໍ່ມີການເປີດເຜີຍໃດໆຈາກນ້ອງ ວັນໃໝ່ ຫຼື ໜຸ່ມອາເລັກ ຄົນທີ່ຢູ່ໃນຮູບພາບ, ຈົ່ງຕິດຕາມກັນຕໍ່ໄປວ່າຈະມີຄວາມຄືບໜ້າຢ່າງໃດ ແລະ ທາງທີມງານເຮົາກໍຈະນຳເອົາຂ່າວສານຂອງນ້ອງວັນໃໝ່ ແລະ ໜຸ່ມຄົນນີ້ມາຝາກແຟນໆຢ່າງແນ່ນອນ. https://www.facebook.com/photo.php?fbid=1836055210052839&set=a.1413942558930775.1073741828.100009451340221&type=3 ກັບນ້ອງວັນໃຫມ່ຄົນຫນ້າຮັກ 😍 Miss Queens international 2017😊😊✌🏻✌🏻 โพสต์โดย Alexson …

Read More »

ການແຂ່ງ​ຂັນຮ້ອງ​ເພງ PEPSI Singing Contest 2017 ຈະເລີ່ມຂຶ້ນແລ້ວ!

​ເຊີນຊວນ​ໄວ​ໜຸ່ມ​ຍິງ-​ຊາຍ​ອາຍຸ 15-20 ປີຜູ້ທີ່ມີນໍ້າສຽງຊົງພະລັງ ແລະ ເປັນເອກະລັກ​ເຂົ້າ​ຮ່ວມ​ຄັດ​ເລືອກ ​ການ​ປະ​ກວດ​​ແຂ່ງ​ຂັນຮ້ອງ​ເພງ ​PEPSI Singing Contest 2017 ເພື່ອຊິງ​ຂັນ​ ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ເລີ່​ມ​ແຕ່​ປັດຈຸບັນ​ນີ້ ຈົນ​ເຖິງວັນ​ທີ 5 ພຶດສະພາ 2017 ນີ້ເປັນຕົ້ນໄປ. ແຂ່ງ​ຂັນຮ້ອງ​ເພງຄັ້ງ​ນີ້ ​ເປັນ​ການ​ປະ​ກວດ​ຮ້ອງ​ເພງ ​ໃນ​ຮູບ​ແບບ​ເພງ​ສະຕິ​ງ ຫຼື POP Song ປະ​ເພດ​ຮ້ອງ​ດ່ຽວ  ປີ​ນີ້​ຜູ້​ຊະນະ​ເລີດ ຈະ​​ໄດ້​ຮັບ​ທຶນ​ການ​ສຶກສາ​ ສູງ​ເຖິງ 15 ລ້ານ​ກີບ ພ້ອມ​ຂັນ​ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ​ໃບ​ກຽດຕິ​ຍົດ ​ແລະ ຂອງຂວັນ​ຈາກ​ເປ​ັບຊີ້, ລາງວັນ​ທີ 2 ທຶນ​ການ​ສຶກສາ 10 ລ້ານ​ກີບ ພ້ອມ​ຂອງ​ຂວັນ​ຈາກ​ເປັ​ບ​ຊີ, ລາງວັນ​ທີ 3 ຈຳນວນ 8 …

Read More »

ງາມຫຼາຍ! ກິຕ້າ ແລະ ນູ່ນີ່ ສາວລາວຮ່ວມຖ່າຍຮູບພາບສົງການສານສຳພັນລາວ-ໄທ

  ເປັນຮູບພາບທີ່ງົດງາມຫຼາຍ ສຳລັບຮູບພາບທີ່ສອງສາວລາວ ກິຕ້າ ພັດທະສອນ ມະນີດາລັດ ແລະ ນູ່ນີ່ ກຸມພົນພັກດີ ສາວລາວທີ່ແຈ້ງເກີດຈາກລາຍການ “Take Me Out Thailand” ຈົນມີຊື່ສຽງໂດ່ງດັງເປັນທີ່ຮູ້ຈັກຂອງຫຼາຍໆຄົນ ແລະ ຫຼ້າສຸດມີຊ່າງພາບຝີມືດີປ່ອຍຮູບພາບໃນຫົວຂໍ້ ສົງການສານສຳພັນລາວ-ໄທ ເຊິ່ງບອກເລີຍວ່າຮູບພາບເຫຼົ່ານັ້ນງົດງາມຫຼາຍ ເປັນການນຳສະເໝີເອກະລັກປະເພນີຂອງສົງການລະຫວ່າງ ລາວ ແລະ ໄທ ໂດຍການໃຫ້ບັນດານາງສາວສວມໃສ່ຊຸດປະຈຳຊາດຂອງຕົນ ແລະ ຍັງມີການແລກປ່ຽນສວມໃສ່ຊຸດປະຈຳຊາດຂອງປະເທດເພື່ອນບ້ານ , ດັ່ງນັ້ນບໍ່ລໍຊ້າລອງມາເບິ່ງຮູບພາບທີ່ແສນງົດງາມ ແສນອ່ອນຊ້ອຍ ຂອງສາວໆຈາກປະເທດລາວເຮົາ ແລະ ປະເທດເພື່ອນບ້ານກັນເລີຍ #ແຊຣໄປໃຫ້ໂລກຮູ້ວ່າເອກະລັກປະເພນີຂອງຊາດລາວເຮົາບໍ່ດ້ອຍຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: Pramote Polyamate

Read More »

ຄົນບັນເທິງຮ່ວມງານເປີດໂຕຮູບເງົາ “ວັນຄົບຮອບ” ໃນຮອບສື່ມວນຊົນຢ່າງຫຼວງຫຼາຍ!!!

ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ,  ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific,  Pj Nutha, Aleqs Log

Read More »