Breaking News

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ…

ແບ່ງປັນ

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ…

ໃນປີຜ່່ານມາແມ່ຍິງອາເມຣິກາ ແລະ ທົ່ວໂລກ ຕ່າງກໍໃຫ້ຄວາມສົນໃຈ ແລະ ໂພສຂໍ້ຄວາມເຖິງເຫດການທີ່ມີການລ່ວງລະເມີດທາງເພດໃນອາດີດຂອງຕົນເອງ ຕາມດ້ວຍ #Metoo ເພື່ອສື່ເຖິງເຫດການທີ່ປຽບດັ່ງຝັນຮ້າຍທີ່ຕົນເອງກໍເຄີຍພົບມາເຊັ່ນກັນ … ເຊິ່ງການເຄື່ອນໄຫວ ແລະ ທີ່ມາຂອງປະໂຫຍກດັ່ງກ່າວນີ້ ແມ່ນເລີ່ມຕົ້ນມາຈາກ ການເປີດເຜີຍໃນວົງການ Hollywood ເມື່ອຜູ້ສ້າງ ແລະ ກໍາກັບໜັງທີ່ມີຊື່ສຽງ Harvey Wienstien ຜູ້ຊາຍທີ່ຮັ່ງມີ, ມີຊື່ສຽງ ແລະ ມີອໍານາດຄົນໜຶ່ງໃນວົງການບັນເທີງ ສະຫະລັດອາເມຣິກາ ໃຊ້ອໍານາດລ່ວງລະເມີດນັກສະແດງ ແລະ ສີລະປີນຍິງຫຼາຍກວ່າ 10 ຄົນ; ໃນເວລາ 30 ກວ່າປີ ແລະ ສາມາດລອດພົ້ນຈາກຄວາມຜິດໄປໄດ້ຢ່າງບໍ່ໜ້າເຊື່ອ.

ຈົນເມື່ອວັນທີ 15 ຕຸລາ 2017 Alyssa Milano ຜູ້ທີ່ສ້າງ #Metoo ເພື່ອສົ່ງສັນຍານເຕືອນໃຫ້ນັກສະແດງ ແລະ ສີລະປີນຍິງທີ່ເຄີຍພົບເຫດການຄືກັນກັບນາງ ໄດ້ອອກມາເປີດເຜີຍປະສົບການຖືກລ່ວງລະເມີດຂອງຕົວເອງດ້ວຍການ ໂພສເລື່ອງລາວ ພ້ອມ #Metoo ເພື່ອຕອກຢໍ້າວ່າ ການລ່ວງລະເມີດທາງເພດເປັນເລື່ອງທີ່ຍອມຮັບບໍ່ໄດ້ເດັດຂາດ. ຫຼັງຈາກທີ່ Alyssa Milano ໂພສຂໍ້ຄວາມນັ້ນລົງໄປ ອີກ 24 ຊົ່ວໂມງຕໍ່ມາ ວາລະສານ Time ໄດ້ລາຍງານວ່າ ມີຄົນປະມານ 27.000 ຄົນ Tweet ແລະ ໂພສ ຂໍ້ຄວາມ ພ້ອມໃສ່ #Metoo ແລະ ອີກບໍ່ດົນຈາກນັ້ນ ເລື່ອງນີ້ກໍໄດ້ກາຍເປັນປາກົດການທີ່ແຜ່ລາມໄປທົ່ວໂລກ ມີແມ່ຍິງຮ່ວມໂພສທາງ Facebook ຫຼາຍເຖິງ 12 ລ້ານຄັ້ງ; ຈາກການສໍາຫຼວດຂອງສໍານັກຂ່າວ ABC ແລະ The Washington Post ຂອງອາເມລິກາລະບຸວ່າ ມີແມ່ຍິງ 54% ໃນການສໍາຫຼວດຄັ້ງນີ້ ຕົກເປັນຜູ້ເຄາະຮ້າຍຂອງການລ່ວງລະເມີດທາງເພດ ໂດຍແມ່ຍິງເຖິງ 1 ໃນ 3 ຄົນ ຖືກລ່ວງລະເມີດຈາກເພື່ອນຮ່ວມງານທີ່ເປັນຜູ້ຊາຍ, ແຕ່ເສຍດາຍທີ່ແມ່ຍິງເຫຼົ່ານັ້ນບໍ່ກ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ຫຼືບອກຄົນອື່ນວ່າຕົນຖືກລ່ວງລະເມີດໃນສະຖານທີ່ເຮັດວຽກຂອງຕົນເອງ ແລະ ທີ່ເປັນຕາຢ້ານໄປກວ່ານັ້ນຄື 94% ຂອງແມ່ຍິງທີ່ຖືກລ່ວງລະເມີດທາງເພດໃນບ່ອນເຮັດວຽກ ເຊື່ອວ່າຜູ້ຊາຍເຫຼົ່ານັ້ນຈະບໍ່ໄດ້ຮັບການລົງໂທດຈາກການກະທໍາອັນບໍ່ເໝາະສົມຂອງພວກເຂົາ; ແລະຜົນການສໍາຫຼວດຂອງ The Washington Post ລະບຸວ່າ ແມ່ຍິງ 64% ທີ່ຖືກລ່ວງລະເມີດທາງເພດບອກວ່າ ຕົນຮູ້ສຶກຢ້ານກົວ ຫຼືຖືກຂົ່ມຂູ່; 52% ບອກວ່າຮູ້ສຶກອັບອາຍ ແລະ ອີກ 31% ຮູ້ສຶກລະອາຍໃຈເມື່ອເກີດເຫດການແບບນີ້ກັບພວກນາງ.

ແລະ ອີກຫຼາຍເລື່ອງລາວທີ່ປາກົດໃນ #Metoo ທີ່ບາງຄັ້ງເກີດຂຶ້ນໃນຕອນທີ່ພວກເຂົາຍັງເປັນເດັກນ້ອຍ ແລະ ສິ່ງທີ່ໜ້າກັງວົນກວ່າການຖືກລ່ວງລະເມີດທາງເພດຄື ການບໍ່ສົນໃຈ ເພາະແມ່ຍິງເຫຼົ່ານີ້ເລີ່ມຮຽກຮ້ອງວ່າຕົນເອງຖືກລ່ວງລະເມີດທາງເພດ ແຕ່ບໍ່ມີໃຜເຂົ້າມາແກ້ໄຂບັນຫານີ້ຢ່າງຈິງຈັງໃຫ້ເຫັນເປັນຕົວຢ່າງ

ໃນວັນລະນຶກເຖິງ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ໃນວັນທີ 25 ພະຈິກ 2018 ນີ້ ອົງການ UN Women ກໍໄດ້ມີໂຄງການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະເພາະ ການຮຽກຮ້ອງສິດທິໃຫ້ກັບແມ່ຍິງເລື່ອງເພດ ພາຍໃຕ້ #HearMetoo ເພື່ອຮຽກຮ້ອງໃຫ້ສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຮັບຟັງ ເຊື່ອ ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອ ແມ່ຍິງທີ່ເປັນຜູ້ເສຍຫາຍ ລວມເຖິງໃນໄລຍະ 16 ວັນແຫ່ງຂະບວນການເຄື່ອນໄຫວ ນັບແຕ່ ວັນທີ 25 ພະຈິກ ເຖິງວັນທີ 10 ທັນວາ ນຳອີກ.

Bike for Her ຂໍເຊີນຊວນບັນດາທ່ານ ຮ່ວມໂພສເລື່ອງລາວປະສົບການຄວາມຮຸນແຮງ ຫຼືການລ່ວງລະເມີດທາງເພດ ໂດຍໃຊ້ #MeToo ແລະ #HearMeToo ເພື່ອບອກໃຫ້ໂລກຮູ້ວ່າ ບັນຫານີ້ຈະບໍ່ເປັນຄວາມລັບອີກຕໍ່ໄປ ສັງຄົມຕ້ອງຮັບຮູູ້ ແລະແກ້ໄຂໄປພ້ອມໆກັນ ເພື່ອໃຫ້ແມ່ຍິງທຸກຄົນມີຊີວິດຢູ່ຢ່າງຜາສຸກແລະປອດໄພ.

ແບ່ງປັນ