Breaking News

ເລີ່ມແລ້ວ! ງານວາງສະແດງສິນຄ້າ “Top thai brands 2017” ຕັ້ງແຕ່ວັນທີ 7-11 ມິຖຸນາ 2017

ແບ່ງປັນ

ໃນຕອນບ່າຍວັນທີ 7 ມິຖຸນາ 2017 ຢູ່ທີ່ ສູນການຄ້າລາວ ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກງານສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາຊະນາອາຈັກໄທ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ “ສຸດຍອດກາໄທ” (Top thai brands) ປະຈຳປີ 2017, ພິທີການເປີດງານຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ ແຫ່ງຣາດຊະນາຈັກໄທ ປະຈຳນະຄອນຫຼວງວຽງຈັນ, ທ່ານ ນາງ ຢານີ ສີມີໄຊ ອັກຄະລາຊະທູດທີ່ປຶກສາ ຝ່າຍການພານິດ ແຫ່ງຣາດຊະອານາຈັກໄທ, ມີບັນດານັກທຸລະກິດລາວ-ໄທ, ພໍ່ແມ່ປະຊາຊົນ ແລະ ສື່ມວນຊົນເຂົ້າຮ່ວມເປີດງານຢ່າງຈຳນວນຫຼວງຫຼາຍ,  ເຊິ່ງງານດັ່ງກ່າວຖືວ່າເປັນງານວາງສະແດງສິນຄ້າທີ່ໃຫຍ່ອີກງານໜຶ່ງໃນ ສປປ ລາວ ເຊິ່ງຈະວາງສະແດງຕັ້ງແຕ່ວັນທີ 7-11 ມິຖຸນາ 2017 ເປັນເວລາ 5 ມື້ ເລີ່ມຕັ້ງແຕ່ເວລາ 10:00-22:00 ໂມງ.

ຈຸດປະສົງໃນການຈັດງານຄັ້ງນີ້ ເພື່ອສົ່ງເສີມດ້ານການຄ້າ ແລະ ການລົງທຶນຂອງທັງສອງປະເທດ, ເພີ່ມມູນຄ່າການຄ້າລະຫວ່າງລາວ ກັບ ໄທ, ເສີມສ້າງພາບພົດຂອງສິນຄ້າທີ່ມີຄຸນນະພາບ, ມີມາດຕະຖານ ແລະ ມີເຄື່ອງໝາຍການຄ້າຂອງທັງສອງປະເທດໃຫ້ເປັນທີ່ນິຍົມ ແລະ ຍອມຮັບຂອງຜູ້ບໍລິໂພກ ແລະ ກະຕຸ້ນໃຫ້ນັກທຸລະກິດທັງສອງປະເທດຮ່ວມມືເຊິ່ງກັນ ແລະ ກັນ ເພື່ອກ້າວໄກສູ່ຄວາມສຳເລັດໃນຈະຫຼາດສາກົນໄປພ້ອມໆກັນ.

ງານດັ່ງກ່າວ, ນອກຈາກຈະມີສິນຄ້າວາງສະແດງຂາຍແລ້ວ ຍັງມີກິດຈະກຳພິເສດຕ່າງໆໃຫ້ກັບນັກທຸລະກິດເຊັ່ນ: ການວາງສະແດງຜົນໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວເຊິ່ງເປັນໂຄງການ ພະຣາດດຳຣິໃນ ສປປ ລາວ, ການວາງສະແດງ Thailand Trust Mask, ການສຳມະນາຈາກວິທະຍາກອນຜູ້ຊົງຄຸນນະວຸດຈາກປະເທດໄທ. ນອກຈາກນີ້ ພາຍໃນງານຈະໄດ້ມີການຮ່ວມສົນທະນາກັບຜູ້ປະກອບການນັກທຸລະກິດລາວ-ໄທ ແລະ ຍັງພົບກັບດາລານັກສະແດງທີ່ມີສື່ສຽງໂດງດັງຂອງໄທ ທີ່ປະສົບຜົນສຳເລັດໃນອາຊີບ ແລະ ການເຮັດທຸລະກິດໃນຕ່າງປະເທດ.

 

 

ແບ່ງປັນ