Breaking News

ມາແລ້ວໆ… Superstar ອໍ້າ ພັດຊະຣາພາ ແຖມໃຫ້ສຳພາດເອີ່ຍເຖິງຄົນລາວເຮົາວ່າ??? (ມີຄລິບ)

ແບ່ງປັນ

ມາແລ້ວໆໆໆ!!! Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານ ໄດ້ເດີນທາງມາທີ່ ສປປ ລາວ ເຮົາ ເພື່ອເປັນສິລະປິນຮັບເຊີນໃນງານ “Top Thai Brands Vientiane 2017” ຢູ່ທີ່ສູນການຄ້າ ລາວ-ໄອເຕັກ, ເຊິ່ງກໍເປັນໄປຕາມຄາດ ແລະ ຕາມສາຍາຂອງເອື້ອຍອໍ້າທີ່ວ່າເປັນ “ຊຸບເປີສະຕາຫ້າງແຕກ” ເພາະນາງປະກົດຕົວຢູ່ໃສກໍຈະມີເຫຼົ່າແຟນຄລັບນຳໄປເຊີຍ ແລະ ໃຫ້ກຳລັງໃຈຢ່າງລົ້ນເຫຼືອ, ໃນມື້ນີ້ Superstar ອໍ້າ ພັດຊະຣາພາ ກໍມາພົບກັບແຟນໆດ້ວຍໄບໜ້າຍິ້ມແຍ້ມແຈ່ມໃສ ຊຸດທີ່ນາງໃສ່ກໍເປັນຊຸດສີຂາວລາຍລູກໄມ້ລຽບໆ ແຕ່ເບິ່ງແລ້ວງາມຫຼາຍ, ແຖມງານນີ້ເອື້ອຍ ອໍ້າ ຍັງເອີ່ຍທັກທາຍສະບາຍດີແຟນໆຊາວລາວ ແຖມຍັງບອກຮັກແຟນໆຊາວລາວໃນສຳນຽງສຽງພາສາລາວເຮົາ ແລະ ຍັງກ່າວອີກວ່າໃນເທື່ອນີ້ກໍເປັນເທື່ອທີ່ 2 ແລ້ວທີ່ເດີນທາງມາ ແລະ ຕົນກໍມີຄວາມດີໃຈຫຼາຍ ບໍ່ຄິດວ່າແຟນໆຊາວລາວຈະໃຫ້ການຕ້ອນຮັບຕົນຫຼາຍປານນີ້ ພ້ອມຍັງບອກອີກວ່າຕົນຍັງຈື່ໄດ້ທີ່ເທື່ອກ່ອນທີ່ໄດ້ມາລາວນັ້ນຕົນມີໂອກາດໄດ້ນຸ່ງຊຸດໄໝລາວ ແລະ ກໍໄດ້ນຳເອົາກັບປະເທດເພາະມັກໃນຊຸດໄໝລາວຫຼາຍ ແລະ ຊຸດໄໝລາວກໍເປັນສິ່ງທີ່ຕົນເອງມີຄວາມດີໃຈທີ່ໄດ້ເຫັນ ໄດ້ນຸ່ງໃນເທື່ອນັ້ນອີກດ້ວຍ!!!

ເຫັນແບບນີ້ແລ້ວກໍເປັນທີ່ໜ້າພູມໃຈທີ່ວ່າຂະໜາດ Superstar ເພິ່ນກໍຍັງຫຼົງໄຫຼໃນຄວາມເປັນລາວ, ເຮົາເປັນຄົນລາວກໍຄວນຮັກສາມູນເຊື້ອໄວ້ໃຫ້ດີ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງເອກະລັກປະເພນີລາວ

ມີຄລິບ!!!

ມາແລ້ວໆໆໆ… ແມ່ ອໍ້າ ພັດຊະຣາພາ ຊຸບເປີສະຕາໝາຍເລກ 1 ຂອງປະເທດເພື່ອນບ້ານ ສົດໆເດີນທາງມາ ລາວໄອເຕັກ ໃນງານ ” Top Thai Brand Vientiane 2017" Like&Share ?

Kuanjai Magazineさんの投稿 2017年6月7日(水)

 

ຊະນີIndy ກໍບໍ່ພາດນຳຮູບພາບບັນຍາກາດມາຝາກແຟນໆນຳເດີ້!!!

ຮູບພາບບາງສ່ວນຈາກ: aum_patchrapa

ແບ່ງປັນ