Breaking News

ຮ້ານອາຫານ ແສງລາວ @Senglao Cafe

ແບ່ງປັນ

ບັນຍາກາດດີ ສຸດແສນໂຣແມນຕິກ, ລົດຊາດອາຫານແຊບ​ ​ແລະ ມີ​ຈຸດ​ພິ​ເສດທີ່ແຕກຕ່າງຈາກຮ້ານອື່ນກໍຄື Concept ຫຼືຮູບແບບຂອງອາຫານປະເພດ “Fusion of Life” ຄືການປະສົມປະສານລະຫວ່າງອາຫານລາວທີ່ເປັນເອກະລັກ ແລະ ອາຫານນາໆຊາດ ທີ່ປະສົມປະສານກັນຢ່າງລົງຕົວ, ການເອົາເມນູມາດັດແປງ ເພື່ອໃຫ້ໄດ້ເມນູໃໝ່.

 

ນອກຈາກ​ນີ້, ຍັງມີຄວາມໂດດເດັ່ນທັງ​ດ້ານການຕົບແຕ່ງຮ້ານແມ່ນຈະເນັ້ນໃຫ້ຄວາມຮູ້ສຶກເປັນບັນຍາກາດໂຮງໜັງໃນອາດີດ ຍຸກ 70 ໂດຍສະເພາະແມ່ນໃຊ້ອຸປະກອນໂຮງໜັງມາເປັນເປັນສ່ວນໜຶ່ງຂອງການຕົບແຕ່ງຮ້ານຄື: ຕັ່ງນັ່ງທີ່ເປັນເອກະລັກຂອງໂຮງສາຍຮູບເງົາ​ເກົ່າ, ໂປສເຕີ້, ເຄື່ອງສາຍໜັງ.

ສ່ວນເມນູທຸກຈານຮັບຮອງວ່າສະອາດ  ເພາະຮ້ານແມ່ນໃສ່ໃຈດ້ານການປຸງແຕ່ງອາຫານເປັນທີ່ສຸດ ທີ່ສຳຄັນທຸກເມນູອາຫານທີ່ແສງລາວ ຄາເຟ ແມ່ນບໍ່ໃສ່ແປ້ງນົວ.

ມີທັງພິດຊ່າ ລາຄາຖືກ ແລະ ມີຫຼາກຫຼາຍໜ້າໃຫ້ທ່ານໄດ້ເລືອກຊິມ ຮັບຮອງຖືກໃຈຫຼາຍໆຄົນແນ່ນອນ

ນອກນີ້, ສຳລັບ ໃຜທີ່ໃສ່ໃຈຮັກສາເສຸຂະພາບ ທາງຮ້ານເພິ່ນ ກໍມີເມນູ ທີ່ເປັນ Healthy  ຫຼາກຫຼາຍເມນູໄວ້ໃຫ້ທ່ານເລືອກຮັບປະທານໄດ້.

ບໍ່ພໍເທົ່ານັ້ນ, ທຸກໆວັນເສົາ ທາງຮ້ານແສງລາວ ຍັງມີເມນູເດັດ ເຟີເຮືອ  Titanic ບໍ່ໃສ່ແປງນົວ ແລະ ຄະນໍ ພ້ອມພັກ Orgarnic

ສຳລັບວັນອາທິດ ເມນູທີ່ຢາກແນະນຳທີ່ມີສະເພາະວັນອາທິດເທົ່ານັ້ນ Udon ຊົ້ວໄກ່ແຊບເຖິງໃຈ ສູດເດັດຂອງຮ້ານ

ສະຖານທີຕັ້ງຢູ່ ບ້ານນາໄຊ ຮ່ອມ 4 (ຮ່ອມຫ້​ອງການບ້ານ) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ​ເປີດ​ບໍລິການທຸກມື້ ວັນຈັນ-ວັນອາທິດ ເວລາ 10:00 ​ໂມງ ​ເຖິງ 22:00 ທ່ານ​ສາມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ທີ່ 030 5880588. ຫຼື ສາມາດເຂົ້າໄປເບິ່ງລາຍລະອຽດຂອງຮ້ານໄດ້ Facebook: Senglao Cafehttps://www.facebook.com/SenglaoCafe/?fref=ts

ແບ່ງປັນ