Breaking News

ວິທີປຸງແຕ່ງ ຍໍາປິ້ງປາແຊວມອນ ແລະ ປີ້ງເອິກໄກ່ ເພື່ອສຸຂະພາບ

ແບ່ງປັນ

ວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ. ມື້ນີ້ເຮົາຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ຍໍາປິງປາແຊວມອນ ເພື່ອສຸຂະພາບ ເຊິ່ງມີພະລັງງານ ຫຼື ແຄຣລໍລີພຽງ 110 ເທົ່ນັ້ນ ແລະ ປີ້ງເອິກໄກ່ ເພື່ອສຸຂະພາບ   ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ.

ຍໍາປິ້ງປາແຊວມອນ ເພື່ອສຸຂະພາບ (Healthy Salmon Spicy Salad) 110 Calories

ສ່ວນປະສົມ: ປາແຊວມອນ (salmon) 150 ກຼາມ, ຫົວສີໄຄ, ໃບຂີ້ຫູດ, ຫົວຜັກທຽມ, ຫອມບົ່ວໃຫຍ່, ນໍ້າໝາກນາວ, ນໍ້າປາ, ນໍ້າຕານເຊື່ອມ, ຜັກສະຫຼັດປອດສານພິດ Red Oak ຫຼື Green Oak, ຍອດອ່ອນຕົ້ນຕາເວັນ, ໝາກແອັບເປິ້ນເຄິ່ງໜ່ວຍ, ໝາກຖົ່ວຍາວ, ໝາກເລັ່ນນ້ອຍ (ເຊີລີ່) ແລະ ເຂົ້າກ້ອງ 60 ກຼາມ.

ວິທີເຮັດ: ນໍາປາແຊວ (salmon) ທີ່ໂຮຍເກືອ ແລະ ພິກໄທ ທານໍ້າມັນໝາກອກໄປປິ້ງໃຫ້ສຸກພໍປະມານ, ການເຮັດນໍ້າຍໍາ ນໍາຫົວສີໄຄ, ໃບຂີ້ຫູດ, ຫົວຜັກທຽມ, ຫອມບົ່ວໃຫຍ່ ມາຊອຍໆເປັນຕ່ອນນ້ອຍໆເພື່ອເປັນເຄື່ອງຍໍາ ໃສ່ນໍ້າປາ, ນໍ້າໝາກນາວ ແລະ ນໍ້າຕານເຊື່ອມ, ປະສົມທຸກຢ່າງລົງພ້ອມກັນ ໃສ່ປາແຊວມອນທີ່ເຮົາກຽມໄວ້ ຄົນໆໃຫ້ເຂົ້າກັນ ຈາກນັ້ນກໍປຸງຣົດຊາດເພີ່ມຕາມຄວາມຕ້ອງການໄດ້ອີກ. ຈັດໃສ່ລົງຈານຢ່າງສວຍງາມກິນກັບຜັກສະລັດ, ຍອດອ່ອນຕົ້ນຕາເວັນ, ໝາກແອັບເປິ້ນ, ໝາກຖົ່ວຍາວ ແລະ ໝາກເລັ່ນນ້ອຍ. ຈັດເຂົ້າກ້ອງທີ່ຫຸງສຸກຕາມປົກກະຕິ ຈັດໃສ່ຈານ ແລ້ວນໍາຮັບປະທານໄດ້ເລີຍ.

ປີ້ງເອິກໄກ່ ເພື່ອສຸຂະພາບ  (Healthy Grilled Chicken Breast) 150 Calories

ສ່ວນປະກອບ: ເອິກໄກ່ ປະມານ 120 ກຼາມ (ຫຼື ຕາມຄວາມເໝາະສົມ), ຜັກສີຂຽວຕາມທ້ອງຕະຫຼາດແລ້ວແຕ່ຄົນມັກ ແຕ່ໃນຈານນີ້ ເຮົາຈະໃຊ້  ຜັກບ໋ອກໂຄລີ, ຫົວກາຣົດ, ໜໍ່ໄມ້ຝຣັ່ງ,  ໝາກຖົ່ວແປບ, ເຂົ້າກ້ອງ 60 ກຼາມ, ຫົວກະທຽມ, ຜົງປາປຣີກາ (Paprika)  (ໝາກເຜັດຜົງ ຂອງຝຣັ່ງ ຣົດຊາດເຜັດໜ້ອຍໜຶ່ງ), ສະອິ້ວຂາວຍີ່ປຸ່ນ (ໂຊຍຸ), ນໍ້າຕານ, ນໍ້າມັນງາ ແລະ ງາຂາວທີ່ຂົ້ວແລ້ວ.

ວິທີເຮັດ: ນໍາເອິກໄກ່ ໝັກກັບເກືອ ແລະ ພິກໄທແລ້ວນໍາໄປປີ້ງໃຫ້ມີລາຍທີ່ສວຍງາມ ຈາກນັ້ນ ນໍາເອົາໄປເຂົ້າເຕົາອົບ ໃນອຸນຫະພູມປະມານ 200-220 ອົງສາ 8 ນາທີ ເພື່ອໃຫ້ສຸກ, ນໍາຜັກຕ່າງໆທີ່ເຮົາກຽມໄວ້ໄປຕົ້ມໃຫ້ສຸກແບບທົ່ວໄປ ແລ້ວໂຮຍເກືອ ແລະ ພິກໄທ, ເອົາເຂົ້າກ້ອງມາຫຸງຕາມປົກກະຕິ ຈາກນັ້ນ ຈຽວນໍ້າມັນໝາກກອກຈົນເຫຼືອງໃຫ້ມີກິ່ນຫອມ ແລ້ວນຳເຂົ້າທີ່ຫຸງໄວ້ນັ້ນມາຂົ້ວໃສ່. ທຸກຢ່າງເປັນທີ່ຮຽບຮ້ອຍ ເຮົາກໍຊອຍເອິກໄກ່ ຈັດວາງຜັກ ແລະ ເຂົ້າໃຫ້ສວຍງາມໃສ່ຈານ. ຈາກນັ້ນ ໂຮຍຜົງປາປຣີກາ (Paprika) ເພື່ອແຕ່ງໜ້າອາຫານ.

ນໍ້າແຈ່ວ: ນໍ້າສະອິ້ວຂາວຍີ່ປຸ່ນ ປະສົມກັບນໍ້າມັນງາ, ເພີ່ມນໍ້າຕານ ເພື່ອຕັດຄວາມເຄັມຂອງ ສະອິ້ວຂາວ ຈາກນັ້ນ ໃສ່ງາຂາວ ເທົ່ານີ້ ເຮົາກໍໄດ້ນໍ້າແຈ່ວແບບແຊບໆແລ້ວ. ເຊິ່ງອາຫານຈານນີ້  ແມ່ນຈະໄດ້ທັງໂປຼຕີນ ຈາກຊີ້ນໄກ່, ໄດ້ວິຕາມິນຈາກຜັກ ແລະ ທາດແປ້ງ (Carbohydrates) ຈາກເຂົ້ານຳອີກ.

 

ແບ່ງປັນ