Breaking News

Icon Pride (ສາຍຮຸ້ງ) ໝາຍເຖິງຫຍັງ? ຄໍາຕອບຢູ່ໃນນີ້!

ແບ່ງປັນ

ເຊື່ອວ່າຫຼາຍໆຄົນຄົງຈະສົງໄສຄືກັນກັບແອດວ່າ ໃນ Facebook ເປັນຫຍັງຄືມີ Icon ສາຍຮຸ້ງຂຶ້ນມາເພີ່ມຕຶ່ມອີກ ແລະ ຫຼາຍໆຄົນກໍຄົງຈະໄດ້ໃຊ້ກັນໄປແລ້ວ ສໍາລັບ Icon ສາຍຮຸ້ງນີ້ ເມື່ອໃຊ້ໄປແລ້ວເຮົາຮູ້ຄວາມໝາຍບໍ່ລະວ່າມັນແປວ່າຫຍັງ ເພາະມັນກໍບໍ່ໄດ້ບອກຄວາມໝາຍເຕັມໄວ້ຄືກັນ ເວລາເຮົາກົດມັນກໍຈະຂຶ້ນມາແຕ່ຄໍາວ່າ Pride ໃຫ້ເຮົາເຫັນກັນ ແລ້ວຄວາມໝາຍທີ່ຂອງ Pride ນີ້ມັນແປວ່າຫຍັງ? ມື້ນີ້ຂວັນໃຈມີຄໍາຕອບມາໃຫ້ແຟນຂວັນໃຈ ແລະ Facebook ໄດ້ຮູ້ຈັກກັນ! Icon Pride ນີ້ເພີ່ນໄດ້ເພີ່ມຂຶ້ນມາເພື່ອເປັນການສະໜັບສະໜູນໃນຄວາມຫຼາກຫຼາຍເພດນັ້ນເອງ ເຊິ່ງໃນໄລຍະເດືອນນີ້ ທີ່ໄດ້ມີການປະກາດກົກໝາຍຍອມຮັບ ໃຫ້ຄູ່ຮັກຫຼາກຫຼາຍເພດສາມາດແຕ່ງງານກັນໄດ້ນັ້ນເອງ.

ທີີ່ມາ: Priceza.com

ແບ່ງປັນ