Breaking News

ຫ້າມພາດ! ວິທີປຸງແຕ່ງ ອາຫານເພື່ອຄົນຮັກສາສຸຂະພາບ!!!

ແບ່ງປັນ

ມາພົບກັບ CookGirl… ແມ່ຄົວຄົນງາມ ອີກແລ້ວ ທີ່ຈະມາພ້ອມກັບ ວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ. ມື້ນີ້ກໍເຊັ່ນເຄີຍ ເຮົາຍັງຢູ່ກັບຮ້ານອາຫານແສງລາວ (Senglao Cafe) ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆ Kuanjai Foodie ໄດ້ຮູ້ກັນອີກແລ້ວ!! ລອງນຳເອົາ 2 ສູດເມນູນີ້ ລອງເຮັດເບິ່ງ ວ່າຊິແຊບຄືມືອາຊີບຫຼືບໍ່

  1. ຣ໋ອກເກັດ ແລະ ເປັດຮົມຄວັນ (Rocket and Smoked Duck) 120 Calories

ສ່ວນປະກອບ: ຜັກຣ໋ອກເກັດ, ຍອດອ່ອນຕົ້ນຕາເວັນ, ຊີ້ນເອິກເປັດຮົມຄວັນ ສາມາດຊື້ຕາມຕະຫຼາດທົ່ວໄປໄດ້ ປະມານ 60 ກຼາມ, ໝາກເລັ່ນນ້ອຍ, ເຊີລີ່, ແຜ່ນປໍເປ໊ຍ, ນໍ້າຊ໋ອດບາຊາມີໂກ້ (Balsamico sauce) ຂອງອີຕາລີ.

ວິທີເຮັດ: ນໍາແຜ່ນປໍເປ໊ຍ ອົບໃຫ້ເປັນຮູບຊົງຖ້ວຍ ແລ້ວໃສ່ຜັກຣ໋ອກເກັດລົງກ່ອນ ຕາມດ້ວຍຜັກຍອດອ່ອນຕາເວັນ, ປາດ ຊີ້ນເອິກເປັດຮົມຄວັນ ເປັນຕ່ອນບາງໆ ແລ້ວຈັດວາງລົງໃສ່ຜັກໃຫ້ງາມໆ ຕົກແຕ່ງສີສັນດ້ວຍໝາກເລັ່ນນ້ອຍເຊີລີ່.

ສ່ວນນໍ້າສະລັດ: ນໍ້າຊ໋ອດ ບາຊາມີໂກ  ຈະອອກຣົດຊາດເປັນ ວາຍສົ້ມ ໂດຍເອົາມາຂ້ຽວ ດ້ວຍໄຟຄ່ອຍໆ ໃຫ້ນໍ້າໜຽວໆໜ້ອຍໜຶ່ງ ຈາກນັ້ນກໍເອົາມາໂຮຍໃສ່ຜັກທີ່ເຮົາກຽມໄວ້ ກິນແບບແຊບໆ ບໍ່ຕ້ອງຫ່ວງເລື່ອງນໍ້າໜັກຂຶ້ນເລີຍ ກິນຄູ່ກັບ ຊີ້ນເອິກເປັດ ແລະ ຜັກຣ໋ອກເກັດ ເຂົ້າກັນໄດ້ດີ ຜູ້ຂຽນ ຢືນຢັນວ່າ ຈານນີ້ ແຊບ! ອີ່ຫລີເດີ້!.

  1. ສະເຕັກ ປານໍ້າຂອງ (Mekong Fish Pan-Fried Steak) 110 Calories

ສ່ວນປະກອບ: ປານໍ້າຂອງ, ຫົວກາຣົດ, ຜັກບ໋ອກໂຄລີ , ສາລີອ່ອນ, ໝາກຖົ່ວແປບ, ໜໍ່ໄມ້ຝຣັ່ງ (ຫຼື ຈະໃສ່ຜັກຫຍັງກໍໄດ້ທີ່ເຮົາມີ ຕາມໃຈມັກ), ຍອດອ່ອນຕົ້ນຕາເວັນ, ເຫັດ Orinji, ເກືອ, ພິກໄທ, ນໍ້າມັນໝາກກອກ, ເນີຍ.

ສ່ວນປະກອບຂອງນໍ້າແຈ່ວ: ນໍ້າຊອດ ບາຊາມີໂກ້ (Balsamico sauce) ຂອງອິຕາລີ, ເຂົ້າໂພດຫວານ, ຫອມຫົວໃຫຍ່, ໝາກເພັດ,  ໝາກເລັ່ນ, ຜັກຫອມປ້ອມ.

ວິທີເຮັດ: ປາດເອົາສ່ວນທີ່ມີຊີ້ນປາ ມາທາເກືອ, ພິກໄທ ແລະ ນໍ້າມັນໝາກກອກ ແລ້ວປີ້ງ ໃສ່ໄຟປານກາງ ໃຫ້ສຸກ. ນຳຜັກຕ່າງໆ ໄປຕົ້ມໃຫ້ສຸກແບບທົ່ວໄປ ແລ້ວເອົາມາຂົ້ວກັບເນີຍ ໃສ່ເກືອ, ພິກໄທ ເພື່ອໃຫ້ຜັກມີຣົດຊາດ. ເຫັດ ເອົາມາປີ້ງໃສ່ໝໍ້ຂາງ ບໍ່ຕ້ອງໃສ່ນໍ້າມັນ ສຸກແລ້ວທາເກືອ, ພິກໄທ ຈັດລົງໃສ່ຈານ ແລ້ວເອົາປາທີ່ເຮົາກຽມວາງທັບລົງໃສ່ເຫັດ ແລ້ວນໍາຍອດອ່ອນຕົ້ນຕາເວັນ ຕົບແຕ່ງໃສ່ເທິງປາ ຈາກນັ້ນກໍນໍາຜັກຕ່າງໆທີ່ກຽມໄວ້ ຈັດວາງໃສ່ຈານຢ່າງສວຍງາມ.

ນໍ້າແຈ່ວ: ນໍາເອົາຊ໋ອດ ບາຊາມີໂກ້ ມາຂ້ຽວໃຫ້ໜຽວ ໃສ່ເຂົ້າໂພດ, ນໍ້າມັນໝາກກອກ, ຫົວຫອມໃຫຍ່ຊອຍນ້ອຍໆ, ໝາກເຜັດຊອຍ, ຫອມປ້ອມຊອຍ, ໝາກເລັ່ນປາດຕ່ອນນ້ອຍໆ ປຸງຣົດຊາດດ້ວຍເກືອ, ພິກໄທ ພຽງເທົ່ານີ້ ກໍພ້ອມເສີບແລ້ວ

ວ້າວໆໆໆ…ເປັນຕາແຊບຫຼາຍວ່າບໍ່ໝູ່ເພື່ອນ ຫຼືຖ້າໝູ່ເພື່ອນຄົນໃດຢາກກິນເມນູທີ່ເຮົານຳສະເໜີໄປນີ້ແຕ່ບໍ່ມີເວລາເຮັດກິນເອງ ສາມາດໄປກິນທີ່ຮ້ານຕົ້ນສະບັບຂອງເມນູນີ້ໄດ້ເລີຍ ທີ່ຮ້ານ ອາຫານ ແສງລາວ (Senglao cafe fusion of life) ?ຕັ້ງຢູ່ບ້ານ ນາໄຊ ຮ່ອມ4 (ຮ່ອມຫ້ອງການບ້ານນາໄຊ)  ☎️030 588 0 588

?Delivery: 020 7841 5555/7842 5555.

ແບ່ງປັນ