Breaking News

ເລີ່ມແລ້ວ! ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!!

ແບ່ງປັນ

ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!!

ກັບມາອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບAuditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື ຕີ ອຸດາໄລ, ແລະ ທ່ານ ອະທິສັກ ລັດຕະນະວົງ ຫຼື ສັກວົງເຊວ, ໃນການຄັດເລືອກໃນຮອບ Audition ນີ້ມີວົງທີ່ເຂົ້າປະກວດທັງໝົດ 42 ວົງຈາກທົ່ວປະເທດລາວ ແລະ ຈະມີພຽງແຕ່ 24 ວົງເທົ່ານັ້ນທີ່ຈະຖືກຄັດເລືອກເພື່ອເຂົ້າໄປໃຮອບຊິງຊະນະເລີດ ໃນວັນທີ 24 ມິຖຸນາ 2017 ທີ່ສູນກິລາໃນຮົ່ມ ລ້ານຊ້າງຕໍ່ໄປ…

ຈຸດປະສົງຂອງການແຂ່ງຂັນວົງດົນຕີລະດັບປະເທດ Beerlao Band Challenge Season2 ກໍເພື່ອສືບເນື່ອງຈາກຜົນສໍາເລັດຂອງກິດຈະກໍາໃນປີທີ່ຜ່ານມາທີ່ໄດ້ຮັບການຕອບຮັບ ແລະ ປະສົບຜົນສຳເລັດຢ່າງງົດງາມ, ຕ້ອງການເປີດໂອກາດໃຫ້ໄວໜຸ່ມລາວໄດ້ມີພື້ນທີ່ສະແດງຄວາມສາມາດ ສະແດງຄວາມກ້າຫານໃນດ້ານການຮ້ອງເພງ ການຫຼິ້ນດົນຕີໃນຮູບແບບວົງຢ່າງເຕັມທີ່ ແລະ ຫຼັກໆຂອງການປະກວດວົງດົນຕີໃນເທື່ອນີ້ກໍເພື່ອຕ້ອງການສົ່ງເສີມອຸດສະຫະກຳຂອງການຜະລິດເພງລາວເຮົາໃຫ້ມີການເຕີບໃຫ່ຍຂະຫຍາຍຕົວຍິ່ງຂຶ້ນ, ສຳລັບການປະກວດວົງດົນຕີລະດັບປະເທດ Beerlao Band Challenge Season2 ໃນປີນີ້ຈະມີເງິນລາງວັນລວມສູງເຖິງ 150 ລ້ານກີບ, ວົງທີ່ຊະນະເລີດ 1-4 ຈະໄດ້ຂຶ້ນໂຊຜົນງານເພງໃນເວທີລະດັບປະເທດເຊັ່ນເວທີ່ BeerlaoMusic Zone ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  1. ວົງທີ່ຊະນະເລີດລາງວັນທີ່ 1 ຈະໄດ້ຮັບເງິນລາງວັນມູນຄ່າເຖິງ 50 ລ້ານກີບ, ເຄື່ອງດົນຕີ 1 ຊຸດຈາກ Yamaha ມູນຄ່າ 25 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ ແລະ ຍັງຈະໄດ້ເຊັນສັນຍາກັບຄ້າຍເພງອັນດັບໜຶ່ງຂອງປະເທດລາວ Indee Record 1 ປີເຕັມ ແລະ ມີ Single ເປັນຂອງຕົວເອງ.
  2. ຮອງຊະນະເລີດອັນດັບ 1 ຈະໄດ້ຮັບເງິນມູນຄ່າ 25 ລ້ານກີບ ພ້ອມກີຕ້າໂປ່ງໜຶ່ງໜ່ວຍ ມູນຄ່າ 2,5 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ
  3. ຮອງຊະນະເລີດອັນດັບ 2 ຈະໄດ້ຮັບເງິນມູນຄ່າ 15 ລ້ານກີບ ພ້ອມກີຕ້າໂປ່ງໜຶ່ງໜ່ວຍ ມູນຄ່າ 2,5 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ
  4. ຮອງຊະນະເລີດອັນດັບ 3 ຈະໄດ້ຮັບເງິນມູນຄ່າ 10 ລ້ານກີບ
  5. ລາງວັນຊົມເຊີຍລາງວັນລະ 5 ລ້ານກີບ

ສ່ວນລາຍຊື່ວົງທີ່ຜ່ານເຂົ້າຮອບ 24 ວົງມີດັ່ງນີ້ ແລະ ທ່ານສາມາດຕິດຕາມການເຄື່ອນໄຫວຂອງການແຂ່ງຂັນໄດ້ທີ່ເພສ Beerlao

ແລະຍັງມີຮູບພາບບັນຍາກາດມື້ Auditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາໆຝາກທຸກຄົນນຳເດີ້!!! #ໂຄງການດີໆແບບນີ້ຢ່າລືມແຊຣໄປໆ

 

 

ແບ່ງປັນ