Breaking News

ແມ່ກໍຄືແມ່! ເຄີຍເຫັນແຕ່ຕອນແຕ່ງໜ້າບໍ່ຄິດວ່າໜ້າສົດ ອໍ້າ ພັດຊະຣາພາ ຈະເປັນແບບນີ້???

ແບ່ງປັນ

ເວົ້າເຖິງ ອໍ້າ ພັດຊະຣາພາ ໄຊເຊື້ອ ໃຜໆກໍຄົງຈະຮູ້ຈັກ ເພາະນາງເປັນເຖິງຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ແຖມມີແຟນຄລັບຢ່າງຫຼວງຫຼາຍໄປໂຊໂຕຢູ່ໃສ ຫ້າງໃດ ຫ້າງນັ້ນຕ້ອງຄັບຄາໜາແໜ້ນໄປດ້ວຍຜູ້ຄົນທີ່ໄປລໍຖ້າເບິ່ງຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນ, ແຕ່ແຟນຄລັບສ່ວນຫຼາຍກໍຄົງຈະຍັງບໍ່ເຄີຍເຫັນຕອນທີ່ ອໍ້າ ພັດຊະຣາພາ ເຜີຍໜ້າສົດໆ ແບບໄຮ້ເຄື່ອງສຳອາງແມ່ນບໍ່? ຫຼ້າສຸດ ອໍ້າ ພັດຊະຣາພາ ກໍໂພສຮູບພາບເຂົ້າວັດເຮັດບຸນແຕ່ເຊົ້າໆ ແຖມບໍ່ແຕ່ງໜ້າເປີດເຜີຍໜ້າສົດທີ່ໃສໆ ປານສາວນ້ອຍຂຶ້ນໃໝ່ ຂະໜາດບໍ່ແຕ່ງຍັງງາມສົມກັບເປັນຊຸບເປີສະຕາໝາຍເລກ 1 ອີ່ຫລີ!!!

ບໍ່ເຊື່ອລອງມາເບິ່ງຮູບພາບໜ້າສົດຂອງ ຊຸບເປີສະຕາ ອໍ້າ ພັດຊະຣາພາ ຄົນນີ້ລອງເບິ່ງເດີ້!!!

ທີ່ມາ: aum_patchrapa

ແບ່ງປັນ