Breaking News

ນັກຮຽນລາວໄດ້ຮັບລາງວັນຫຼຽນທອງແດງ ກ່ຽວກັບສິ່ງແວດລ້ອມໂລກ ຢູ່ນະຄອນຫຼວງນິວຢອກ

ແບ່ງປັນ

ຂໍຊົມເຊີຍ! ກັບນ້ອງໆນັກຮຽນລາວ ທ້າວ ແສງສອນເພັດ ວົງດາຣາ ແລະ ທ້າວ ພອນທໍາ ວິຊາປຣາ ຈາກໂຮງຮຽນ ອິດສະເຕີນສະຕາ ໂດຍຕາງໜ້າ ສປປ ລາວ ໄດ້ຮັບຫຼຽນທອງແດງອັນດັບໂລກ ໃນການແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບສິ່ງແວດລ້ອມໂລກ ປະຈໍາປີ 2017 (Genius Olympiad 2017) ທີ່ນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ເຊິ່ງ ລາວສາມາດຍາດໄດ້ຫຼຽນທອງແດງ ສາຂາ ວິຈິດສິນມາມອບໃຫ້ປະຊາຊົນລາວຢ່າງຫນ້າພາກພູມໃຈ. ການແຂ່ງຂັນຄັ້ງນີ້ປະກອບມີ 6 ສາຂາຈາກ 73 ປະເທດທົ່ວໂລກເຂົ້າຮ່ວມແຂ່ງຂັນ.

ທີ່ມາ: ຂ່າວສານປະເທດລາວ

 

ແບ່ງປັນ