Breaking News

ຮ້ານອາຫານ CoreBeer Brewhouse

ແບ່ງປັນ

ໄດ້ສື່ຄວາມຫມາຍຂອງຄຳວ່າ ເບຍໄປອີກໃນມູມມອງຫນື່ງ

ຫຼາຍໆຄົນມັກເຂົ້າໃຈຄຳວ່າ: “ຄໍເບຍ” (Core Beer) ໝາຍເຖິງຄົນທີ່ດື່ມເບຍເກັ່ງ, ດື່ມບໍ່ເຄີຍເມົາ ແຕ່ໃນທີ່ຮ້ານນີ້ຄຳວ່າ “ຄໍເບຍ” ແມ່ນໝາຍເຖິງຜູ້ມັກຮັກໃນການດື່ມເບຍ, ໄດ້ຮູ້ເຖິງລົດຊາດຂອງເບຍ, ເປັນຜູ້ທີ່ຊ່ຽວຊານກ່ຽວກັບເບຍ ແລະ ຫຼົງໄຫຼໃນຣົດຊາດ, ສີ, ກິ່ນ ແລະ ຄວາມນຸ່ມ ຂອງເບຍ ທີ່ເປັນເອກະລັກຂອງເບຍແຕ່ລະຊະນິດ ແຕ່ລະປະເພດ ບໍ່ແມ່ນດື່ມເພື່ອເມົາໄປລ້າໆນັ້ນເອງ.

ຈຸດເລີ່ມຕົ້ນຂອງການເປີດຮ້ານ ມາຈາກ ອ້າຍໂຕ້ຍ ລົມເວຫາ ວົງຂັນຕີ ເຈົ້າຂອງຮ້ານ ຢາກໃຫ້ທຸກໆຄົນທີ່ມັກຮັກການດື່ມເບຍໄດ້ເຂົ້າໃຈຄຳວ່າ “ຄໍເບຍ” ທີ່ມີສອງຄວາມໝາຍດັ່ງທີ່ກ່າວໄປແລ້ວນັ້ນ ໄດ້ຮັບຮູ້ເຖິງຂັ້ນຕອນການຜະລິດເບຍ ວ່າກວ່າຈະກາຍມາເປັນເບຍໃຫ້ເຮົາໄດ້ດື່ມກັນທຸກມື້ນີ້ ໄດ້ຜ່ານຂະບວນການ ແລະ ກຳມະວິທີທີ່ຫຼາກຫຼາຍ ແລະ ຊັບຊ້ອນ ເຊິ່ງນຳໃຊ້ຂະບວນການ ແລະ ວັດຖຸດິບທີ່ແຕກຕ່າງກັນ ນຳມາປຸງແຕ່ງເບຍ ຈຶ່ງເຮັດໃຫ້ເບຍແຕ່ລະຊະນິດແຕກຕ່າງກັນໄປທາງດ້ານລົດຊາດ, ກິ່ນ ແລະ ສີ. ສະນັ້ນ ເບຍຈຶ່ງເປັນເຄື່ອງດື່ມຊະນິດໜຶ່ງທີ່ເຕັມໄປດ້ວຍສິລະປະ ນັບຕັ້ງແຕ່ການໃຊ້ຄວາມປານີດ ແລະ ຄວາມລະອຽດອ່ອນເຂົ້າໃນຂະບວນການປຸງແຕ່ງ ກ່ອນມາເຖິງຄໍຂອງນັກດື່ມທັງຫຼາຍ

Core Beer Brewhouse ແມ່ນຢາກນຳສະເໜີສິ່ງທີ່ແຕກຕ່າງ ຈາກຮ້ານອາຫານອື່ນໆທີ່ມີຢູ່ລາວ ເປັນຮ້ານຄຣາບເບຍ (CRAFT BEER) ແຫ່ງທຳອິດໃນປະເທດລາວ ທີ່ເສີບເບຍສົດໆສະເພາະຂອງທາງຮ້ານເອງ ບໍ່ພຽງເທົ່ານັ້ນ ທາງຮ້ານຍັງມີເບຍນຳເຂົ້າຈາກຕ່າງປະເທດອີກຫຼາຍຊະນິດ ຈາກທົ່ວທຸກມູມໂລກມາໃຫ້ສາວົກເບຍທຸກຄົນໄດ້ທົດລອງຊິມນຳກັນ.

ເມື່ອມາຮອດຮ້ານເພິ່ນແລ້ວ ລອງຊິມແຕ່ເບຍສົດໆຄືຊິບໍ່ໄດ້ ຕ້ອງລອງອາຫານໄປພ້ອມໆກັນເດີ້ ເພາະຣົດຊາດອາຫານ ອ້າຍໂຕ້ຍ ເຈົ້າຂອງຮ້ານ ເພິ່ນຮັບຮອງວ່າແຊບຫຼາຍ ເພາະໄດ້ພໍ່ຄົວທີ່ມີປະສົບການໃນຕ່າງປະເທດຫຼາຍປີ ເປັນຜູ້ປຸງແຕ່ງດ້ວຍຄວາມຊຳນານ ເມນູແນະນໍາທີ່ຫ້າມພາດແມ່ນ ຂາໝູເຢຍລະມັນ, ລຸກລັກ, ເສືອເຜ່ນ, ລາບໝູທອດ, ລາບປາແຊວມອນ, ສະເຕັກເປັດລົມຄັວນ, ຖົງທອງການຕົບແຕ່ງຮ້ານກໍອອກແນວ Country Style ຖ້າຄິດບໍ່ອອກໃຫ້ຄິດເຖິງຮູບເງົາທີ່ມີຄາວບອຍ (cowboy) ຂີ່ມ້າ ຍິງກັນຫັ້ນລະ ຫຼັງຄາສູງໆ ໂລ່ງໆສະບາຍໆ ຄ້າຍໆໂຮງເບຍໃນຕ່າງປະເທດ ໂຕະຕັ່ງ ແລະເຄື່ອງຕົບແຕ່ງກໍຈັ່ງແມ່ນເຂົ້າກັນອີ່ຫຼີ ຕາມຝາຂອງຮ້ານກໍມີຮູບແຕ້ມ ຂັ້ນຕອນການຜະລິດເບຍ ໃຫ້ບັນຍາກາດທີ່ແປກໃໝ່ ຜ່ອນຄາຍ ແລະເປັນກັນເອງ ກັບສຽງເພງແນວ Rock ຍຸກ 90 ທີ່ບໍ່ຄ່ອຍມີຮ້ານໃດເປີດ ເໝາະສໍາລັບພະນັກງານທີ່ອຶດອັດກັບຫ້ອງແອ ຫຼືເມື່ອຍກັບວຽກມາໝົດມື້

ຮ້ານ Core Beer Brewhouse ເປີດໃຫ້ບໍລິການມາໄດ້ປີໜຶ່ງແລ້ວເດີ້ ຕັ້ງແຕ່ວັນທີ 13 ເດືອນມິຖຸນາ 2016 ລູກຄ້າທີ່ມັກເກືອບ 80% ແມ່ນມັກໃນຣົດຊາດເບຍສົດແທ້ໆ.

ຝາກແຟນໆ ຂວັນໃຈ ທີ່ເປັນຄໍເບຍ ແລະມັກລອງສິ່ງໃໝ່ໆ ມາຢ້ຽມມາຢາມຮ້ານເພິ່ນແດ່ ແລ້ວຈະສຳຜັດກັບຄວາມຮູ້ສຶກທີ່ແຕກຕ່າງແນ່ນອນ ລາຄາກໍບໍ່ແພງ ເພິ່ນຂາຍຈອກ 1 ປະລິມານ 330 ມິລີລິດ ລາຄາພຽງແຕ່ 15,000 ກີບ ເທົ່ານັ້ນ ແຖມຫຼາຍຄົນມັກເວົ້າວ່າ “ກິນເບຍຈົນເມົາ ຕອນຈ່າຍເງິນຄືມາຖືກແທ້” ເຊື່ອຫຼືບໍ່ຕ້ອງມາພິສູດດ້ວຍຕົວເອງເດີ້

ເປີດບໍລິການທຸກໆມື້ ຕັ້ງແຕ່ 17:00-11:30 ໂມງ ຕັ້ງຢູ່ຖະໜົນຄູວຽງ, ບ້ານບຶງຂະຍອງ, ເມືອງສີສັດຕະນາກ. ເບີໂທ 030 5010 999 ຫຼືສາມາດເຂົ້າໄປເບິ່ງ ໂປຣໂມຊັນ ເບຍ ຫຼື ຮ້ານເຮົາມີຂອງແຖມ ເມນູແນະນໍາ ເບຍແນະນໍາໄດ້ອີກທາງ FB page: Corebeer Brewhouse

ວິທີເຮັດ ເມນູ ແນະນຳຂອງຮ້ານອາຫານ ຄໍເບຍ ທອດຂາໝູເຢຍລະມັນ

ແບ່ງປັນ