Breaking News

ໜຸ່ມເຈົ້າ​ຊູ້ ທີ່​ມີໜ້າ​ຕາ​ເປັນ​ເອກະ​ລັກ ມີຄວາມຮັກເປັນສິ່ງຜູກພັນ

ແບ່ງປັນ

ກິດຊະນະ ຈຸນລະມຸນຕີ (ບອຍ) ອາຍຸ 20 ປີ  ປັດຈຸບັນ, ກໍາລັງສຶກສາຢູ່ ວິທະຍາໄລຄອມເຊັນເຕີ ສາຂາບໍລິຫານທຸລະກິດ ປີທີ 3, ເຈົ້າຂອງຜົນງານເພງ Magic ຫຼື ເວດມົນ, ບອຍ ມີຜົນງານດ້ານການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການເດີນແບບ, ຖ່າຍແບບຂຶ້ນປົກວາລະສານ. ນອກຈາກນີ້, ຍັງເປັນນັກສະແດງຮູບເງົາເລື່ອງ The Anniversary “ວັນຄົບຮອບ” ຂອງ miracle film ເຊິ່ງໄດ້ຮັບບົດເປັນແຟນເກົ່າຂອງນາງເອກ ທີ່ກໍາລັງຈະສາຍພາຍໃນປີ 2016 ນີ້.

03

ອະນາຄົດ ບອຍ ມີຄວາມໃຝ່ຝັນຢາກເຮັດຫຍັງ ?

ຄວາມໃຝ່ຝັນໃນອະນາຄົດຂອງ ບອຍ  ມີຢູ່ 2 ຢ່າງຄື: ເລື່ອງວຽກງານດ້ານການບັນເທີງ ແລະ ວຽກງານດ້ານທຸລະກິດສ່ວນຕົວແມ່ນຢາກເຮັດອັນໃດອັນໜຶ່ງມີບໍລິສັດເປັນຂອງຕົນເອງໃຫ້ປະສົບຜົນສຳເລັດ, ມີຜະລິດຕະພັນ, ສິນຄ້າເປັນ ຍີ່ຫໍ້ຂອງຕົນເອງ.

ວຽກງານການບັນເທິງອັນໃດທີ່ເຮັດໃຫ້ບອຍມີຄວາມປະທັບໃຈທີ່ສຸດ?

ສິ່ງທີ່ປະທັບໃຈທີ່ສຸດແມ່ນການໄດ້ເປັນນັກສະແດງໃນຮູບເງົາ The Anniversary ເຊິ່ງມັນໄດ້ເປັນປະສົບການໃໝ່ໃຫ້ກັບຕົນເອງ ແລະ ຮູ້ສຶກວ່າຕົນເອງສາ ມາດເຮັດມັນດີທີ່ສຸດໃນການສະແດງອາລົມໄດ້ຫຼາກຫຼາຍອອກມາ.

 

 

ໃຫ້ບອຍລອງນິຍາມຄຳວ່າ “ຮັກ” ໃນແບບຂອງຕົນເອງໃຫ້ຮູ້ແດ່?

ຄວາມຮັກເປັນສິ່ງທີ່ສວຍງາມທີ່ທຸກຄົນຂາດບໍ່ໄດ້ ບໍ່ວ່າຈະເປັນຄວາມຮັກແບບຄອບຄົວ, ຍາດພີ່ນ້ອງ, ໝູ່ເພື່ອນ ແລະ ແບບແຟນ. ຄຳວ່າ  “ຮັກ” ກໍແມ່ນຄວາມເຂົ້າໃຈ ທັງເປັນສິ່ງທີ່ຜູກພັນກັນ ເຊິ່ງຕ້ອງມີຄວາມເປັນຫ່ວງເປັນໃຍ, ຊ່ວຍເຫຼືອກັນ ແລະ ກັນ ໃນຍາມທຸກ ແລະ ສຸກ ຊຶ່ງຕ້ອງໃຫ້ກຳລັງໃຈກັນຕະ ຫຼອດເວລາ.

ສຳລັບຄວາມຮັກຂອງບອຍແມ່ນຫຍັງສຳຄັນທີ່ສຸດ?

ສຳຄັນທີ່ສຸດໃນຄວາມຮັກຂອງ ບອຍ ແມ່ນ ຄວາມເຂົ້າໃຈກັນ, ທຸກຄົນໆ ທີ່ຈະຢູ່ນຳກັນໄດ້ກໍຕໍ່ເມື່ອມີຄວາມເຂົ້າໃຈກັນເປັນສ່ວນຫຼາຍ ຖ້າເຮັດຫຍັງກໍມີແຕ່ຜິດກັນຕະຫຼອດ ຄວາມຮັກກໍຈະໄປບໍ່ລອດ.

 

 

02

ສຸດທ້າຍຝາກຜົນງານຂອງຕົນເອງໃຫ້ຕິດຕາມຜົນງານເພງ Magic ຫຼື ເວດມົນ ຂອງ Boy ກັບ Teler ໄດ້ໃນ Youtube ແລະ ຕິດຕາມຜົນງານຂອງ ບອຍໃນການສະແດງຮູບເງົາໃນເລື່ອງ The Anniversary “ວັນຄົບຮອບ” ແລະ ສາມາດຕິດຕາມບອຍເບິ່ງການເຄື່ອນໄຫວຕ່າງໆຂອງບອຍໄດ້ທາງ Facebook: Boy kissana ແລະ IG:  B.O.Y FKY

ໂດຍ: ປູແປ້ງ ສຸມິດສາ

ແບ່ງປັນ