Breaking News

“ມຸມໄບ” (Mumbai) ໜຶ່ງໃນສິບເມືອງ ໜ້າທ່ອງທ່ຽວທີ່ສຸດໃນໂລກ ສໍາລັບປີ 2016

ແບ່ງປັນ

ສາວໆຄົນໃດ ທີ່ຍັງບໍ່ໄດ້ວາງແຜນໃນການອອກເດີນທາງໄປທ່ອງທ່ຽວຕ່າງປະເທດໃນປີຜ່ານມາ , ໃນປີນີ້ລອງຂຶ້ນແຜນໄປທ່ອງທ່ຽວ ເມືອງ “ມຸມໄບ” ເຊິ່ງເປັນເມືອງຍອດນິຍົມ ທີ່ສຸດໃນໂລກ ທາງດ້ານການທ່ອງທ່ຽວ ສຳລັບປີ 2016.

ຂໍແນະນໍາສະຖານທີ່ທ່ອງທ່ຽວໃນເມືອງມຸມໄບ ຂອງປະເທດອິນເດຍ ໃຫ້ຮູ້ຈັກໜ່ອຍໜຶ່ງເນາະ!  ກ່ອນອື່ນຕ້ອງໃຫ້ຮູ້ວ່າ: ເມືອງມຸມໄບ ເປັນເມືອງທີ່ມີຄວາມສໍາຄັນອີກເມືອງໜຶ່ງ ຂອງປະເທດອິນເດຍ ຕັ້ງຢູ່ແຄມທະເລ ອາຣັບ ເປັນເມືອງແຫ່ງສາຍນ້ຳ ແລະ ເປັນສູນກາງທາງເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ ພ້ອມທັງເປັນເມືອງທີ່ມີຄວາມບັນເທີງໃນທຸກຮູບແບບ ສິ່ງເຫຼົ່ານີ້ຫຼະ ທີ່ເຮັດໃຫ້ນັກທ່ອງທ່ຽວມັກມາຢ້ຽມຢາມ “ມຸມໄບ” ແບບບໍ່ຂາດໄລຍະ ເພາະໄດ້ຮັບຄວາມມ່ວນຊື່ນເພີດເພີນ ບໍ່ຊໍ້າກັນ ເປັນປະສົບການທີ່ແຕກຕ່າງ ແລະ ແປກໃໝ່.

victoria_terminus_mumbai

ສະຖານທີ່ທ່ອງທ່ຽວສຳຄັນມີຄື: ພິພິທະພັນ (Prince of Wales Museum) ຖືວ່າເປັນພິພິທະພັນດີທີ່ສຸດແຫ່ງໜຶ່ງຂອງອິນເດຍ ທີ່ຈັດສະແດງເຄື່ອງວັດຖຸບູຮານຕ່າງໆ ,

20157291262983a

ປະຕູໄຊ ອິນເດຍ (Gateway of India) ເຮັດດ້ວຍຫີນ “ບະຊອຕ” ສີເຫຼືອງ ຕັ້ງຢູ່ບໍລິເວນ colaba ມີລັກສະນະທີ່ງົດງາມ ດຶງດູດນັກທ່ອງທ່ຽວໃຫ້ມາຖ່າຍຮູບໄວ້ເປັນທີ່ລະນຶກ,

3-jpg

Malabar Hill ເປັນຈຸດຊົມວິວ ມີທີວທັດທີ່ງົດງາມທີ່ສຸດຂອງ Black Bay

malabar-hill-9600317

ທາງຕອນໃຕ້ຂອງເນີນເຂົາ ເປັນທີ່ຕັ້ງຂອງວັດ ທີ່ລືຊື່ Walkeshwar ເຊິ່ງມີຕໍານານກ່ຽວກັບ “ພຣະຣາມ” ເຄີຍຢຸດພັກໃນບ່ອນນີ້

img_1451_mumbai_walkeshwar_medium

ລະຫວ່າງເດີນທາງໄປກຸງລັງກາ ເພື່ອຊ່ວຍເຫຼືອນາງສີດາ ແລະ ອີກສະຖານທີ່ສຳຄັນສຳລັບສາວໆກໍຄື: Washing Place ເປັນຕະຫຼາດສິນຄ້າທີ່ຫຼາກຫຼາຍ ໄປດ້ວຍເຄື່ອງເພັດ, ພອຍ, ເຄື່ອງນຸ່ງ ແລະ ເຄື່ອງໜັງ. ນອກຈາກນີ້ຍັງມີອີກຫຼາຍຢ່າງ ແຕ່ບໍ່ສາມາດແນະນໍາໃຫ້ຜູ້ອ່ານຮູ້ຢ່າງລະອຽດໄດ້ ດັ່ງນັ້ນຕ້ອງໄປທ່ອງທ່ຽວດ້ວຍຕົນເອງລອງເບິ່ງເນາະ!

ແບ່ງປັນ