Breaking News

ເມື່ອຍແລ້ວ! ກັບການເລີ່ມຕົ້ນໃໝ່ອີກຄັ້ງ

ແບ່ງປັນ

ບໍ່ຢາກເລີ່ມຕົ້ນໃໝ່ກັບໃຜອີກແລ້ວ ປະໂຫຍກນີ້ດັງຢູ່ໃນໃຈຂອງໃຜຫຼາຍໆຄົນ ເພາະການເລີ່ມຕົ້ນໃໝ່ ຕ້ອງໄດ້ເລີ່ມຕົ້ນດ້ວຍການ ທັກທາຍ ຮູ້ຈັກຊື່, ຮຽນຮູ້ນິດໄສໃຈຄໍ ຕ້ອງໄດ້ເລີ່ມທໍາຄວາມເຂົ້າໃຈກັນໃໝ່ໝົດ ຕ້ອງສ້າງຄວາມເຊື່ອໃຈ ປັບຕົວໃຫ້ເຂົ້າກັນໃໝ່ ຕ້ອງເລີ່ມນັດພົບກັນຄັ້ງທຳອິດ, ຈູບກັນຄັ້ງທຳອິດ ຕ້ອງເລີ່ມງໍ້ກັນ, ຕ້ອງເລີ່ມຮຽນຮູ້ຂໍ້ດີ ແລະ ຍອມຮັບຂໍ້ບໍ່ດີກັນໃໝ່ອີກ ເປັນຕົວຂອງຕົວເອງໄດ້ບໍ່ເຕັມທີ ແລ້ວທຸກຢ່າງກໍເປັນເລື່ອງໃໝ່ ແລະສິ່ງທີ່ສຳຄັນທີ່ສຸດແມ່ນ ມັນຍາກບ່ອນທີ່ເຮົາບໍ່ສາມາດລົບລ້າງຄວາມຜູກພັນກັບຄົນເກົ່າໄດ້ ແລ້ວກໍຕ້ອງມານັ່ງຈົມປັກກັບຄວາມຮູ້ສຶກເກົ່າໆ ບໍ່ສາມາດເລີ່ມໃໝ່ກັບໃຜໄດ້ ພຽງແຕ່ຄິດຊໍານີ້ກໍເມື່ອຍແລ້ວ ທີ່ຈະຕ້ອງມາແບກຮັບສິ່ງເຫຼົ່ານີ້

ເພາະສະນັ້ນ ເຮົາຕ້ອງເບິ່ງແຍງດູແລກັນໃນມື້ນີ້ໃຫ້ດີທີ່ສຸດ ບໍ່ຖີ້ມກັນໃນເວລາທີ່ພົບກັບບັນຫາ ບັນຫາໃດທີ່ໜັກ-ເບົາ ກໍໃຫ້ອະໄພກັນ ຄົນທີ່ຈະເຂົ້າໃຈກັນນັ້ນ ພຽງແຕ່ເບິ່ງຕາກັນກໍຮູ້ສຶກໄດ້ເຖິງຄວາມຕ້ອງການຂອງອີກຝ່າຍ ວ່າຕ້ອງການຫຍັງ ແລະ ຄິດຫຍັງຢູ່ ມັນຊອກຍາກແທ້ໆຄົນແບບນີ້.

ແບ່ງປັນ