Breaking News
KuanjaI FaceB

ອາຫານເສີມແບບເມັດໄດ້ຜົນດີແທ້ ຫຼື ບໍ່ ?

ແບ່ງປັນ

 

ມື້ນີ້ ວາລະສານ ຂັວນໃຈ ໄດ້ນໍາເອົາຄໍາຄິດເຫັນຈາກຜູ້ທີ່ເຄີຍກິນອາຫານເສີມແບບເມັດ ແລະ ຄວາມຄິດເຫັນຂອງທ່ານໝໍມາຝາກ ສຳລັບສາວໆທ່ານໃດທີ່ກຳລັງບໍ່ເຂົ້າໃຈວ່າ ການກິນອາຫານເສີມແບບເມັດນັ້ນ ດີແທ້ ຫຼື ບໍ່? ມາເບິ່ງກັນເລີຍ:

  • ສໍາລັບຄົນທີ່ເຄີຍກິນອາຫານເສີມແບບເມັດໄດ້ເວົ້າວ່າ: ມັນດີຕໍ່ຮ່າງກາຍເຮັດໃຫ້ຮູ້ສຶກມີສຸຂະພາບດີ, ສົດຊື່ນ ແລະ ທ່ານໝໍໄດ້ເວົ້າວ່າ ອາດຈະມີຄົນທີ່ກິນໄປແລ້ວໄດ້ຜົນດີແທ້ ຍ້ອນລິດຂອງຢານັ້ນມີ 100% ແລ້ວຜູ້ທີ່ກິນສາມາດດູດຊຶມສານອາຫານໄດ້ 40-50% ຖືວ່າໄດ້ຜົນດີ ແຕ່ຖ້າຈະນໍາເອົາໄປໃຊ້ໃນຮ່າງກາຍໃຫ້ໄດ້ແທ້ນັ້ນແມ່ນຄ່ອນຂ້າງວັດແທກໄດ້ຍາກ ນອກຈາກຈະໄດ້ການຮັບຮອງຈາກແພດທີ່ເປັນຜູ້ໃຫ້ສານອາຫານເສີມແບບເມັດເຫຼົ່ານີ້ ຫຼື ພາກສ່ວນໜຶ່ງມາຈາກຈິດໃຈຂອງຜູ້ກິນຫຼາຍກວ່າເຊິ່ງຢາເຫຼົ່ານັ້ນບໍ່ໄດ້ເຮັດໃຫ້ເກີດຜົນດີແຕ່ຢ່າງໃດ ມັນເປັນເລື່ອງຂອງຈິດໃຈຫຼາຍກວ່າຈາກຄົນທີ່ກິນອາຫານເສີມແບບເມັດເຂົ້າໄປແລ້ວບອກວ່າໄດ້ຜົນດີແທ້ນັ້ນເອງ, ແພດຜູ້ຊ່ຽວຊານຍັງເວົ້າຕື່ມອີກວ່າໃນການເລືອກກິນອາຫານເສີມແບບເມັດດີ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການພິຈາລະນາວ່າຮ່າງກາຍຂອງເຮົານັ້ນຈໍາເປັນຕ້ອງໄດ້ຮັບສານອາຫານເຫຼົ່ານີ້ ຫຼື ບໍ່ ແຕ່ຖ້າຢາກກິນແນະນໍາໃຫ້ຄວນຮັບປະທານອາຫານຈາກທໍາມະຊາດຈະດີທີ່ສຸດ.

 

 

01

ແບ່ງປັນ