Breaking News

ຜູ້ຈັດການທີ່ສຸຂຸມ ຕ້ອງດຶງພະລັງຄວາມຄິດທີ່ສ້າງສັນຂອງຄົນອ້ອມຂ້າງ

ແບ່ງປັນ

 

ຜູ້ຈັດການຍິງຍຸກໃໝ່ ທີ່ເອົາໃຈໃສ່ໃນທຸກເລື່ອງ ຮູ້ຈັກການບໍລິຫານຈັດການຕະຫຼອດເວລາ ທັງວຽກບໍລິສັດ ແລະ ວຽກຄອບຄົວ ກໍບໍ່ຫວັ່ນເຮັດໃຫ້ເກີດແນວຄິດສ້າງສັນໃໝ່ໆກັບຊີວິດຄົນເມືອງຫຼວງຂອງຍຸກດີຈີຕອນ ລວບລວມປະສົບການຈາກຫຼາຍບ່ອນ ໃຫ້ເປັນໜຶ່ງດຽວ ບໍ່ວ່າຈະເປັນປະສົບການດ້ານການ ບໍລິການ, ສື່ໂຄສະນາ ແລະ ການບໍລິຫານແລະວາງແຜນ ເພື່ອໃຫ້ກ້າວໄປເປັນຜູ້ບໍລິຫານທີ່ດີລະດັບມືອາຊີບ.

ເຮັດວຽກເກັ່ງ ແລ້ວຍັງມີແນວຄິດທີ່ສ້າງສັນໃນແບບແຜນການບໍລິຫານທີ່ດີ ນາງ ວິໄລວັນ ຈັນເທລີ ຜູ້ຈັດການ ໄວ 33 ປີ ອາດຈະໄດ້ຄວາມເກັ່ງນັ້ນມາຈາກປະສົບການ ການເຮັດວຽກຈາກຫຼາຍບ່ອນ ລວມທັງໄດ້ປະສົບການ ການບໍລິຫານທຸລະກິດຄອບຄົວທີ່ຜ່ານມາ ເອີ້ນວ່າ ເປັນນັກວາງແຜນດ້ານການຕະຫຼາດ-ການຄ້າທີ່ດີຄົນຫນື່ງຈາກທັງວຽກອົງກອນ ແລະ ສ່ວນຕົວ ນາງເລີ່ມຈາກວຽກການບໍລິການ, ວຽກສື່ໂຄສະນາຕ່າງໆ ແລະ ເປັນຜູ້ຈັດການຝ່າຍຍີ່ຫໍ້ຜະລິດຕະພັນ ຈາກປະສົບການດັ່ງກ່າວ ສ້າງໃຫ້ ວິໄລວັນ ເປັນຄົນເກັ່ງຂຶ້ນເລື້ອຍໆ ຈຶ່ງບໍ່ແມ່ນເລື່ອງແປກທີ່ລາວໄດ້ຫັນບົດບາດຕົນເອງມາເປັນ ຜູ້ຈັດການຝ່າຍການຕະຫຼາດ-ການຄ້າ ທີ່ສາມາດ ຄິດວິເຄາະ ແລະ ວາງແຜນການຕະຫລາດໃຫມ່ໆອອກມາ

ປະສົບການເຮັດວຽກທີ່ຜ່ານມາໄດ້ຫຍັງແດ່ ?

“ປະສົບການທີ່ໄດ້ມາແມ່ນ ເຮັດໃຫ້ເຮົາໄດ້ຮຽນຮູ້ເຖິງຄວາມແຕກຕ່າງແຕ່ລະວັດຖະນະທໍາ,ໄດ້ຮຽນຮູ້ສິ່ງໃຫມ່ໆຈາກແຕ່ລະອົງກອນແລະ ຮຽນຮູ້ການເຮັດວຽກເປັນຫມູ່ຄະນະ ເຊິ່ງລ້ວນມີຄວາມແຕກຕ່າງກັນ ແລະ ນອກຈາກນີ້ແຕ່ລະບ່ອນຍັງໄດ້ສອນໃຫ້ເຮົາຮຽນຮູ້ເຖິງມິດຕະພາບ, ຄວາມສາມັກຄີ ແລະ ຮູ້ຈັກການບໍລິຫານຈັດການປັນຫາຕ່າງໆ ພ້ອມນີ້ປະສົບການດັ່ງກ່າວຍັງໄດ້ສອນໃຫ້ເຮົາມີຄວາມນັກແຫນ້ນໃນການຄົ້ນຄິດ,ວິເຄາະ ແລະ ຕັດສິນໃຈ. ຕົນເອງຮູ້ສຶກໂຊກດີ ທີ່ຜ່ານໄດ້ຮັບຄວາມສະຫນັບສະຫມູນແລະຄໍາແນະນໍາຈາກຫົວຫນ້າແຕ່ລະອົງກອນເປັນຢ່າງດີຈຶ່ງເຮັດໃຫ້ຕົວເອງມາເຖິງຈຸດນີ້ໄດ້ ແລະປະສົບການທັງຫມົດ

ວຽກນີ້ໃຫ້ຄວາມສຸກແກ່ທ່ານ ຢູ່ບ່ອນໃດ ? 

ຫນ້າວຽກນີ້ຖືວ່າເປັນສິ່ງໃຫມ່ ແລະ ທ້າທາຍ ມີຄວາມສຸກໃນການໄດ້ ວາງແຜນ ,ຄິດ,ວິເຄາະ ແລະ ຊອກຫາສິ່ງໃຫມ່ຯ ພ້ອມທັງມີຕ້ອງມີການປະເມີນຜົນໄດ້ຜົນເສຍຈາກການເຮັດກິດຈະກໍາຕ່າງຯ ແລະ ນໍາສະເຫນີສິ່ງໃຫມ່ທີ່ດີກ່ວາ ເຊິ່ງວຽກນີ້ຂ້ອນຂ້າງມີຄວາມອະອຽດລອບຄ້ອບໃນການບໍລິຫານຈັດການ , ຫນ້າວຽກດັ່ງກ່າວຍັງໄດ້ນໍາມາໃຊ້ເຂົ້າໃນຊີວິດປະຈໍາວັນຂອງເຮົາຫຼາຍໆຢ່າງ ເຊັ່ນ: ຄິດໄລ່ໃຫ້ລູກເຂົ້າໂຮງຮຽນໃດ ?ເປັນຫຍັງຈຶ່ງໃຫ້ເຂົ້າໂຮງຮຽນນັ້ນ ? ເປັນຕົ້ນ ຊ່ວຍໃຫ້ເຮົາຮູ້ຈັກວາງແຜນຊີວິດ ແລະ ການງານໃຫ້ຊັດເຈນ

ບໍລິຫານເວລາ ?

ການແບ່ງເວລາໃຫ້ແຕ່ລະຢ່າງແມ່ນມີຄວາມສໍາຄັນລາຍ ເຮົາຕ້ອງຮູ້ຈັດລະບຽບແລະແບບແຜ່ນແລະລຽບລ້ຽງຄວາມສໍາຄັນໃຫ້ແຕ່ລະຢ່າງໃຫ້ເຫາະສົມແລະຊັດເຈນ ໝາຍຄວາມວ່າ ເວລາເຮັດວຽກ ຕ້ອງຮຼ້ຈັກລຽບລຽງຄວາມສໍາຄັນຫນ້ອຍຫລາຍ ແລະທຸ້ມເທໃຫ້ສຸດຂີດ ກັບມາເຮືອນ ກໍ່ຕ້ອງຮູ້ຈັກບໍລິຫານເວລາ ຢູ່ກັບຄອບຄົວໂດຍບໍ່ເອົາເລື່ອງວຽກມາຫຍຸ້ງກ່ຽວ ກິດຈະກໍາເຮັດກັບຄອບຄົວ ແມ່ນ ຫຼັງຈາກເລີກວຽກຄອບຄົວມັກພາກັນເຮັດ ກິດຈະກໍາເລັກນ້ອຍ ເຊັ່ນ: ເຕາະບານນໍາລູກ, ຂີ່ລົດຖີບ ແລະ ອື່ນໆ ສ່ວນວັນເສົາ-ອາທິດ ແມ່ນເປັນເວລາຂອງຄອບຄົວເຕັມທີ່ ອອກໄປຮັບປະທານອາຫານ ນອກບ້ານຕາມສະຖານທີ່ທ່ອງທ່ຽວຕ່າງໆ. ນອກຈາກນັ້ນ, ຍັງມີວິທີແກ້ຄວາມເມື່ອຍ ໂດຍການໄປເລາະຊື້ເຄື່ອງໃຫ້ລູກ ແລະ ຊອກຊື້ອາຫານມາແຕ່ງກິນກັບຄອບຄົວ

ສະຕາຍການແຕ່ງຕົວ ?

ກ່ອນອື່ນເຮົາຕ້ອງຮູ້ວ່າ ການນຸ່ງຖືແບບໃດເຂົ້າກັບເຮົາ ເວລາທີ່ເອົາມາສວມໃສ່ມັນກໍ່ຈະຊ່ວຍໃຫ້ເຮົາດູດີ ແລະ ເຫມາະສົມກັບຕົວເອງ ການແຕ່ງໂຕຂອງຕົວເອງເນັັ້ນແບບສະບາຍໆ ຊຸດກະໂປງ,ເສື້ອຢືດ ແລະ ມັກໃສ່ເກີບສົ້ນຕໍ່າ ແຕ່ທັງນີ້ທັງນັ້ນກໍຂຶ້ນກັບກາລະເວລາ ແລະ ສະຖານທີ່ທີ່ເຮົາຈະໄປເຊັ່ນກັນ ບາງໂອກາດກໍມັກແຕ່ງເປັນຄອບຄົວ ນຸ່ງເຄື່ອງນຸ່ງທີ່ຄູ່ກັນເປັນຄອບຄົວໃຫ້ໜ້າຮັກຂຶ້ນ

ຄະຕິປະຈໍາໃຈ: “ເຮົາຄິດດີ ເຮົາເຮັດດີ ແລ້ວສິ່ງດີໆ ກໍຈະຕາມມາເອງ” ຄົນເຮົາຕ້ອງເປັນຄົນຄິດບວກ ແລະ ຕ້ອງມີສິນລະທໍາປະຈໍາໃຈ ເຊື່ອຫນັ້ນວ່າຖ້າເຮົາປະຕິບັດໄດ້ເຮົາຈະເປັນຄົນທີ່ມີຄວາມສຸກທີ່ສຸດ

ຝາກທ້າຍ: ເວລາເຮົາເຮັດຫຍັງກໍ່ແລ້ວແຕ່ ບໍ່ວ່າຈະເປັນເລື່ອງວຽກງານ ຫຼື ເລື່ອງອື່ນໆ ເຮົາຕ້ອງມີຄວາມຈິງໃຈ , ທຸ້ມເທໃຫ້ກັບມັນ ແລະ ໃຫ້ເຮົາໃຊ້ປະສົບການເປັນບົດຮຽນສອນໃຫ້ເຮົາພັດທະນາຕົວເອງໃຫ້ດີຂື້ນ

 

ແບ່ງປັນ