Breaking News

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ Botox!!!

ແບ່ງປັນ

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ ໂບທ໋ອກ (Botox)

 

qw

 

  • ຫຼັງຈາກການສີດໂບທ໋ອກ (Botox) ອາດເກີດບັນຫາແຊກຊ້ອນໄດ້ເຊັ່ນ: ໜັງຕາຕົກ, ຄິ້ວຕົກ, ມຸມປາກຕົກ, ຮູບປາກບ້ຽວ, ຮອຍຊໍ້າເລືອດຕໍາແໜ່ງທີ່ສີດໂບທ໋ອກ (Botox).
  • ການເກີດພູມຕ້ານທານຕໍ່ໂບທ໋ອກ (Botox) ແລະ ອາດຈະພົບອາການຕາແຫ້ງຫຼັງຈາກການສີດ ດັ່ງນັ້ນແພດທີ່ໃຊ້ຄວນມີຄວາມຮູ້, ຄວາມເຂົ້າໃຈທາງການຢາຂອງໂບທູລິນຼາມ ທ໋ອກຊິນ (Botulinum toxin) ຄວນຮູ້ວິທີປະສົມຢາ, ການປິ່ນປົວທີ່ຖືກຕ້ອງ ນອກຈາກນີ້ຄວນມີຄວາມຮູ້ພື້ນຖານທາງຮ່າງກາຍ ຕະຫຼອດຈົນເຖິງເຕັກນິກການປິ່ນປົວທີ່ຖືກຕ້ອງເພື່ອໃຫ້ຜົນການປິ່ນປົວເກີດເປັນປະໂຫຍດສູງສຸດ ແລະ ມີຜົນຂ້າງຄຽງໜ້ອຍທີ່ສຸດ.
  • ນອກຈາກນັ້ນໂບທ໋ອກ (Botox) ມີຢູ່ໃນຕະຫຼາດວົງການສັນຍະກໍາຫຼາຍ ຈົນມີທັງຂອງແທ້ ແລະ ຂອງປອມ ຂອງທີ່ປອດໄພ ແລະ ຂອງທີ່ອັນຕະລາຍ ດັ່ງນັ້ນການເລືອກຜະລິດຕະພັນໂບທ໋ອກ(Botox) ຕ້ອງເລືອກທີ່ມີ ອຢ. ເຊິ່ງກ່ອນສີດຄວນຖາມທ່ານໝໍກ່ອນວ່າໃຊ້ຢີ່ຫໍ້ຫຍັງ  ຜະລິດຢູ່ໃສ ຄວນສຶກສາມາໃຫ້ດີເພາະອາດຖືກໂບທ໋ອກ (Botox) ທີ່ບໍ່ມີຄຸນນະພາບ ໂດຍຂະບວນການຜະລິດບໍ່ດີມັນກໍ່ອາດຕິດເຊື້ອໄດ້ ເພາະສານພິດຈະເປັນພິດດຽວກັບບາດທະຍັກ ຖ້າສີດຜິດພາດກໍ່ອາດຈະຮົ່ວໄຫຼເຂົ້າໄປໃນເສັ້ນເລືອດສານພິດຕ່າງໆກໍ່ຈະເຂົ້າໄປໃນເລືອດໄດ້ ອາດເປັນອັນຕະລາຍໄດ້.

 

 

ແບ່ງປັນ