Breaking News

ເປີດຕົວແລ້ວ Honda CR-V

ແບ່ງປັນ

ໃນຕອນແລງຂອງວັນທີ 28 ສິງຫາ 2017 ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ຈັດງານເປີດຕົວລົດໃໝ່ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນປະທານໃນການເປີດງານ ພ້ອມດ້ວຍຕົວແທນຈາກ ກຸ່ມບໍລິສັດ ນິວຈິບເຊັງ, ບໍລິສັດ ຮອນດ້າມໍເຕີ້ ປະເທດຍີ່ປຸ່ນ, ລູກຄ້າຂອງຮອນດ້າ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ລົດ Honda CR-V ຖືກເປີດຕົວໃນລາວມາແຕ່ປີ 1995 ໂດຍແມ່ນ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍພຽງຜູ້ດຽວ ເນື່ອງໃນໂອກາດຄົບຮອບ 22 ປີ ຂອງການເປີດຕົວຢ່າງເປັນທາງການຂອງ Honda CR-V ຢູ່ລາວ ຈຶ່ງຖືເອົາໂອກາດນີ້ເປັນການເປີດຕົວລົດໃໝ່ກັບ Honda CR-V Generation ທີ 5.

ໂດຍລວມຍອດຂາຍຕັ້ງແຕ່ G1-G4 ແມ່ນມີຫຼາຍກວ່າ 8,7 ລ້ານຄັນ. ສ່ວນ Honda CR-V (G5) ຄັນນີ້ແມ່ນຖືກພັດທະນາມາຈາກຄັນກ່ອນໆຄື: ມາພ້ອມກັບເຄື່ອງຈັກຂະໜາດ 2.0 ລິດ, ໃຫ້ກໍາລັງສູງສຸດ 154 ແຮງມ້າ ພ້ອມດ້ວຍເກຍຜັດປ່ຽນລຸ້ນໃໝ່ (CVT) ເຊິ່ງພັດທະນາພາຍໃຕ້ Earth Dream Technology ໃຫ້ການຕອບສະໜອງອັດຕາເລັ່ງ ແລະ ອັດຕາການສິ້ນເປືອງເຊື້ອໄຟທີ່ດີກວ່າ  ນອກນັ້ນຍັງໄດ້ມີການເພີ່ມອຸປະກອນຄວາມສະດວກສະບາຍ ແລະ ອຸປະກອນຄວາມປອດໄພອີກຫຼາກຫຼາຍ ເຊັ່ນ: ຖົງລົມ 6 ຊຸດ, ກ້ອງເບິ່ງທາງຫຼັງ-ຂ້າງ, ເບຣກມືໄຟຟ້າລະບົບໂອໂຕ ແລະ ມີມາໃຫ້ເລືອກທັງໝົດ 4 ສີ: ສີຂາວ, ເທົາ, ດໍາ ແລະ ຂຽວມືດ ທັງ 4 ສີລາຄາດຽວກັນຄື 332,600,000 LAK (38.900$) ແລະ ຍັງອີກຫຼາຍຢ່າງທີ່ລໍຖ້າທຸກທ່ານມາສໍາຜັດ ແລະ ເປັນເຈົ້າຂອງໄດ້.

ພິເສດພາຍໃນງານດັ່ງກ່າວ ຍັງໄດ້ມອບຂອງທີລະນຶກໃຫ້ລູກຄ້າຜູ້ທີ່ຈັບຈອງກ່ອນໜ້າ ແລະ ໄດ້ຊື້ໃນລາຄາທີ່ພິເສດໆ ຍັງບໍ່ພໍເທົ່ານີ້ Honda ຍັງໄດ້ເຊີນນັກຮ້ອງຊື່ດັງແຖວໜ້າຂອງບ້ານເຮົາ ຄື: ໜຸ່ມ ໂອລ່າ ຈາກວົງແບຣັກອາຍ ມາມອບຄວາມມ່ວນຊື່ນໃຫ້ທຸກຄົນພາຍໃນງານນໍາອີກ.

    

 

 

ແບ່ງປັນ