Breaking News

ທຸກຢ່າງຄືສິ່ງທີ່ບໍ່ແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ຫຼືສິ່ງຂອງ ແຕ່ໃຫ້ຊອກຈາກຕົວເຮົາເອງ. ມາເບິ່ງ! 5 ຂໍ້ເຕືອນໃຈໃນການໃຊ້ຊີວິດແນວໃດໃຫ້ຄຸ້ມຄ່າ!!!

ແບ່ງປັນ

ສາວໆເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາມີຄົບທຸກຢ່າງທີ່ຕ້ອງການຢູ່ແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍແຕ່ເປັນຫຍັງເບິ່ງຄືເຂົາມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ທີ່ຂວັນໃຈເອົາມາຕ້ອນໃນມື້ນີ້!

  1. ຄິດສະເໝີວ່າຊີວິດນີ້ສຸດແສນຈະສັ້ນ: ຫຼາຍໆຄົນມີແຕ່ໝົກໝົ້ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປດົນກວ່າ 20 ປີ ແລ້ວຈາກນັ້ນກໍ່ຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຊອກເງິນດົນກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີໃນການຊອກຫາສິ່ງນອກກາຍທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງຂອງເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ຖ້າມື້ທີ່ຈະເລີ່ມຕົ້ນຊີວິດ… ສິ່ງນີ້ເປັນສິ່ງທີ່ຜິດ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້.

2. ຊີວິດຄືສິ່ງທີ່ເຮົາເລືອກເອງ: ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນເຮົາມີຊີວິດໃຫ້ເລືອກຫຼາກຫຼາຍຄັ້ງ ທີ່ແຕ່ລະເທື່ອມັກຈະກໍານົດໂຊກຊະຕາໃນພາຍຫຼັງໃຫ້ກັບເຮົາ ເວົ້າງ່າຍໆກໍຄື ການຕັດສິນໃຈແຕ່ລະເທື່ອ ສົ່ງຜົນເຖິງສິ່ງທີ່ກໍາລັງຈະຕາມມາໃນພາຍຫຼັງນັ້ນເອງ. ມັນຍຸດຕິທໍາແລ້ວຫວາ ເພາະເຮົາມີສິດໃນການເລຶອກໃຊ້ຊີວິດ ແຕ່ຫຼາຍຄົນນັ້ນມັກຈະເລືອກຜິດ ໂດຍເລືອກໃນສິ່ງທີ່ຄົນອື່ນເລືອກໄວ້ກ່ອນແລ້ວ ໂດຍຫວັງວ່າບາງເທື່ອເຮົາອາດຈະປະສົບຄວາມສໍາເລັດຄືກັບຄົນອື່ນ ແຕ່ພວກເຮົາລືມໄປບໍ່ວ່າ ເປົ້າໝາຍໃນຊີວິດຂອງແຕ່ລະຄົນນັ້ນແຕກຕ່າງກັນ ແລະ ພື້ນຖານດັ້ງເດີມຂອງເຮົາກໍບໍ່ຄືກັນ ແລະ ຫຼາຍຄົນກໍຢ້ານເກີນກວ່າທີ່ຈະຕັດສິນໃຈເລືອກຊີວິດຂອງຕົວເອງ ແຕ່ຫັນໄປເລືອກຍ່າງຕາມເສັ້ນທາງຂອງຄົນອື່ນ ເພາະຄິດວ່າະຈເປັນທາງທີ່ປອດໄພ ແຕ່ບໍ່ເຮັດໃຫ້ເຈົ້າມີຄວາມສຸກເລີຍ

3. ຮັກຕົວເອງໃຫ້ຫຼາຍໆ ແລະ ໃຈດີກັບຕົວເອງຢູ່ສະເໝີ: ມະນຸດເຮົານັ້ນຢູ່ໄດ້ດ້ວຍປັດໃຈ 4 ແຕ່ເຕີບໃຫຍ່ມາດ້ວຍຄວາມຮັກ (ຢ່າງໜ້ອຍກໍ່ເປັນຄວາມຮັກຈາກຕົວເອງນີ້ແຫຼະ) ຄວາມຮັກເປັນສິ່ງວິເສດທີ່ຫຼໍ່ຫຼອມທຸກສິ່ງທຸກຢ່າງ ຄວາມຮັກບໍ່ເຄີຍທໍາຮ້າຍໃຜ ມີແຕ່ຄວາມຄິດຂອງເຮົາເທົ່ານັ້ນລະທີ່ຄິດຈະຂ້າຕົວເອງ. ສິ່ງທີ່ເຮົາຢາກຂໍຄື: ຂໍໃຫ້ທຸກໆຄົນຈົ່ງຮັກຕົວເອງ ແລະ ໃຈດີກັບຕົວເອງຢູ່ສະເໝີ ເພາະຖ້າເຈົ້າບໍ່ຮັກຕົວເອງ ແລ້ວເຮົາຈະສໍາພັດໄດ້ຈາກຄວາມຮັກຂອງໃຜ? ທຸກຄົນລ້ວນແຕ່ມີສະຖານະການທີ່ຖືກໃຜຈັກຄົນບໍ່ຮັກແມ່ນບໍ່? ນັ້ນແຫຼະມັນຄືສິ່ງບັ່ນທອນກໍາລັງໃຈຂອງມະນຸດໄດ້ຫຼາຍໆ ແຕ່ຖ້າເຮົາຮັກຕົວເອງ ແລ້ວເສີຍໆຕໍ່ສຽງຂອງຄົນທີ່ບໍ່ຮັກເຮົາ, ບໍ່ເກັບເອົາຄໍາເວົ້າເຫຼົ່ານັ້ນມາທໍາຮ້າຍຕົວເອງ ພຽງເທົ່ານີ້ກໍມີຄວາມສຸກແລ້ວ ແຕ່ໃນທາງກົງກັນຂ້າມ ຖ້າເຈົ້າເກັບທຸກຄໍາເວົ້າທີ່ເຮັດໃຫ້ເຈົ້າຮູ້ສຶກບໍ່ດີຂອງເຂົາມາຄິດ ຍິ່ງເປັນການທໍາຮ້າຍຕົວເອງ ນີ້ສະແດງວ່າເຈົ້າກໍາລັງບໍ່ໃຫ້ຄວາມຮັກກັບຕົວເອງເຈົ້າເອງ.

4.​ ໃຊ້ຊີວິດຊ້າໆ ຊຶມຊັບຊ່ວງເວລາຕ່າງໆ: ການທີ່ເຮົາໃຊ້ຊີວິດແບບເລັ່ງດ່ວນ ບາງເທື່ອອາດຈະເຮັດໃຫ້ເຮົາພາດຫຼາຍສິ່ງຫຼາຍຢ່າງໃນຊີວິດ ບາງຄົນຕື່ນເຊົ້າຟ້າວໄປເຮັດວຽກ ໂດຍບໍ່ມີເວລາພັກໃຫ້ສໍາພັດກັບສິ່ງທີ່ຢູ່ອ້ອມຕົວເລີຍ ວ່າມື້ນີ້ອາກາດຕອນເຊົ້າດີຂະໜາດໃດ ບາງຄົນຢູ່ໜ້າຈໍຄອມພິວເຕີຕັ້ງແຕ່ເຊົ້າຈົນຄໍ່າ ເພື່ອຖ້າໂມງເລີກວຽກ ແລ້ວເມື່ອມາຮອດເຮືອນກໍພຽງແຕ່ປ່ຽນຈາກໜ້າຈໍຄອມພິວເຕີມາເປັນໜ້າຈໍໂທລະສັບມືຖື ຈົນຫຼົງລືມສໍາພັດກັບຄົນທີ່ຢູ່ອ້ອມຕົວ ລອງຖາມຕົວເອງຈັກໜ້ອຍວ່າ ສິ່ງເຫຼົ່ານັ້ນມັນແມ່ນຄວາມສຸກແລ້ວຫວາ? ລອງໃຊ້ຊີວິດຊ້າໆ ສໍາພັດກັບສິ່ງຕ່າງໆອ້ອມຕົວ ແລະ ເຝິກຕົວເອງໃຫ້ເປັນຄົນເບິ່ງໂລກໃນແງ່ບວກ ໂລກຂອງເຮົາບໍມີຫຍັງຮ້າຍແຮງຈັກໜ້ອຍ ມີແຕ່ເຮົາເອງເທົ່ານັ້ນທີ່ປ່ອຍໃຫ້ທັດສະນະຄະຕິໃນແງ່ລົບເຂົ້າມາຄອບງໍາ

5. ຖ້າບ່ອນໃດບໍ່ແມ່ນກໍ່ຖອຍອອກມາ: ມະນຸດທຸກຄົນລ້ວນແຕ່ຕ້ອງການຄວາມສຸກແມ່ນບໍ່? ແຕ່ເມື່ອໃດກໍຕາມທີ່ເຮົາຮູ້ສຶກວ່າເຮົາຢູ່ບ່ອນນັ້ນແລ້ວບໍ່ແມ່ນ, ບໍ່ມີຄວາມສຸກ ເຮົາກໍພຽງແຕ່ຖອຍອອກມາ ບໍ່ມີເຫດຜົນຫຍັງທີ່ເຮົາຈະຕ້ອງອົດທົນກັບຄວາມທຸກທໍາລະມານຂອງໃຈ ແມ່ນຢູ່ວ່າມັນມີເງື່ອນໄຂຫຼາຍຢ່າງ ແຕ່ຖ້າເຈົ້າລອງຢຸດແລ້ວຄິດເຖິງຕົວເອງຈັກໜ້ອຍວ່າ ສິ່ງທີ່ເຮົາຄວນ Care ຄືຄົນອື່ນ ຫຼຕົວເອງ ແລະ ຕອບຄໍາຖາມນີ້ໃຫ້ໄດ້. ຫຼາຍໆຄົນມັກຈະເສຍເວລາຢູ່ກັບສິ່ງທີ່ເຮັດໃຫ້ເຂົາເຈົ້າບໍ່ມີຄວາມສຸກເລີຍ ເພາະທຸກຄົນລ້ວນແລ້ວແຕ່ມີຄວາມຢ້ານ, ທຸກຄົນຢ້ານການປ່ຽນແປງຈົນເຖິງຂັ້ນຍອມອົດໃຫ້ຕົວເອງບໍ່ມີຄວາມສຸກ ແລ້ວແບບນີ້ເຮົາຈະໃຊ້ຊີວິດເພື່ອຫຍັງ? ຈົ່ງເລືອກໃຊ້ຊີວິດທີ່ເປັນຂອງຕົວເອງ ເຮັດທຸກສິ່ງທຸກ່ຢາງໃຫ້ມີຄວາມສຸກ ແລະ ທີ່ສໍາຄັນກໍຕ້ອງບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນນໍາເດີ້

ແບ່ງປັນ