Breaking News

ເຫັນຄົນອື່ນຕົກຢູ່ໃນອັນຕະລາຍ ແຕ່ບໍ່ຊ່ວຍເຫຼືອ ມີໂທດທາງອາຍາຮູ້ບໍ່?

ແບ່ງປັນ

ເຄີຍບໍ່ ເຫັນຜົວເມຍຕີກັນ ແລ້ວຄິດວ່າເປັນເລື່ອງສ່ວນຕົວ ຈຶ່ງບໍ່ເຂົ້າໄປຫ້າມ ຫຼືໃຫ້ຄວາມຊ່ວຍເຫຼືອ? ເຄີຍບໍ່ ເຫັນຄົນເຈັບ ຫຼືອຸບັດຕິເຫດຕາມທ້ອງຖະໜົນ ແຕ່ບໍ່ຊ່ວຍນຳສົ່ງໂຮງໝໍ ຍ້ອນຢ້ານເຂົາວ່າເຮົາເປັນຜູ້ກໍ່ເຫດ? ເຄີຍບໍ່ ເຫັນຄົນຕົກຢູ່ໃນອັນຕະລາຍ ແຕ່ເມີນເສີຍ ບໍ່ສົນໃຈ ເພາະຄິດວ່າບໍ່ແມ່ນເລື່ອງຂອງເຮົາ? ແລ້ວເຊື່ອບໍ່ວ່າ ພຶດຕິກຳແບບນີ້ ຜິດກົດໝາຍອາຍາ ມີໂທດຈຳຄຸກ? ບໍ່ຕ້ອງຕົກໃຈດອກ ແມ່ນແທ້ໆ ເພາະໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍອາຍາ (2005) ມາດຕາ 93 ການທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ໃນເວລາຕົກຢູ່ໃນໄພອັນຕະລາຍ:

“ບຸກຄົນຜູ້ໃດ ຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ແຕ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອ ທັງໆທີ່ຕົນເອງມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼືບອກຄົນອື່ນໃຫ້ຊ່ວຍເຫຼືອ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະຈະຖືກປັບໃໝແຕ່ 100.000 ກີບ ຫາ 500.000 ກີບ

ບຸກຄົນທີ່ມີໜ້າທີ່ຊ່ວຍເຫຼືອ ແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ ໃນການຊ່ວຍເຫຼືອຜູ້ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 200.000 ກີບ ຫາ 1.000.000 ກີບ

ທີ່ຈິງແລ້ວການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຕົກທຸກໄດ້ຍາກ ຫຼືຕົກຢູ່ໃນອັນຕະລາຍ ເປັນສາມັນສຳນຶກເບື້ອງຕົນຂອງການເປັນມະນຸດ ແລະອາດບໍ່ຈຳເປັນໃຊ້ກົດໝາຍມາບັງຄັບກໍໄດ້ ຫາກພວກເຮົາຮູ້ຈັກເອົາໃຈເພິ່ນມາໃສ່ໃຈໂຕ ມີນ້ຳໃຈຊ່ວຍເຫຼືອເຊິ່ງກັນແລະກັນ ພຽງລອງຄິດວ່າ ຫາກມື້ໜຶ່ງເປັນຕົວເຮົາ ຫຼືຄົນທີ່ເຮົາຮັກ ຕົກເປັນຜູ້ຖືກເຄາະຮ້າຍແລ້ວບໍ່ມີໃຜໃຫ້ຄວາມຊ່ວຍເຫຼືອ ຈະຮູ້ສຶກແນວໃດ?

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ຂໍຂອບໃຈຂໍ້ມູນດີໆຈາກ: ຄໍລຳ In Action ໃນວາລະສານ ຂວັນໃຈ ສະບັບເດືອນ ມິຖຸນາ 2017

ແບ່ງປັນ