Breaking News

ຄົນລາວໃຈດີ! ຂໍກຳລັງໃຈໃຫ້ ນຸ້ຍ ສຸພາພອນ ເພາະກຳລັງຈະເດີນທາງໄປ USA ເພື່ອປະກວດ MISS UNIVERSE 2017!!!

ແບ່ງປັນ

ວົງການນາງງາມບ້ານເຮົາກຳລັງຄຶກຄື້ນ ພໍ່ແມ່ພີ່ນ້ອງປະຊາຊົນລາວກໍໃຫ້ຄວາມສົນໃຈ ແລະ ຮ່ວມມືຮ່ວມໃຈໂຊຄວາມສາມັກຄີຄວາມເປັນຈິດໜຶ່ງໃຈດຽວກັນ ສົ່ງກຳລັງໃຈໃຫ້ສາວງາມທີ່ໄປປະກວດຢ່າງເຫັນໄດ້ຈະແຈ້ງ, ຫຼ້າສຸດສາວງາມທີ່ກຳລັງກະກຽມຕົວເພື່ອທີ່ຈະເດີນທາງໄປສູ່ເວທີອິນເຕີລະດັບໂລກ MISS UNIVERSE 2017 ອີກໜື່ງສາວນັ້ນກໍຄື ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAOS 2017 ເຊິ່ງສາວງາມຄົນນີ້ກໍຍັງໄດ້ໂພສຂໍກຳລັງໃຈຈາກຄົນລາວເຮົາວ່າ:

“ເຫຼືອເວລາອີກບໍ່ດົນ ໃນການຕຽມຕົວເພື່ອພາລະກິດອັນສູງສົ່ງທີ່ປະເທດຊາດໄດ້ມອບໝາຍໃຫ້  ທີ່ຈະໄປປະກວດຕໍ່ MISS UNIVERSE (ນາງາມຈັກກະວານ )ທີ່ (USA) Las Vegas ໃນວັນທີ 9/11/2017 ມື້ປະກວດຈິງແມ່ນ 26/11/2017 .ກຳລັງໃຈຈາກຄອບຄົວ ແລະ ຄົນໃນປະເທດຊາດເຮົາສຳຄັນທີ່ສຸດ ສຳຄັນອີກກໍ່ແມ່ນກຳລັງໃຈຈາກບ້ານໄກ້ເຮືອນຄຽງ #ພິເສດ ຢາກໄດ້ກຳລັງໃຈທີ່ຢູ່ຕ່າງປະເທດ ທີ່ເປັນຄົນລາວ ຫຼືຄົນລາວສັນຊາດ USA ທີ່ຢູ່ທາງພຸ້ນ ເຮັດຈັງໃດຈະສົ່ງຂ່າວສານເຖິງເພິ່ນໄດ້ ຊ່ວຍແນະນຳແດ່ ? ຂອບໃຈທຸກຄອມເມ້ນ”

ດັ່ງນັ້ນຈຶ່ງມາຂໍກຳລັງໃຈຈາກແຟນໆດ້ວຍການກົດໄລ້ ກົດແຊຣໄປໃຫ້ທຸກໆຄົນໄດ້ເຫັນນຳກັນເພື່ອຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ນຸ້ຍ ສຸພາພອນ ໃຫ້ມີກຳລັງໃຈແລະເຮັດໜ້າທີ່ໃນຊ່ວງປະກວດໄດ້ດີທີ່ສຸດ.

#ແຊຣໄປເພື່ອໃຫ້ກຳລັງໃຈສາວງາມຈາກປະເທດລາວ

ທີ່ມາ: Nui Soupphaphone Somvichit

ແບ່ງປັນ