Breaking News

4 ນິດໄສຂອງຜູ້ຊາຍທີ່ພາໃຫ້ສາວໆຍັງ “ໂສດ” ຢູ່

ແບ່ງປັນ

 

  1. ສະແດງຄວາມຕ້ອງການຂອງຕົນເອງຫຼາຍເກີນໄປ

ຜູ້ຊາຍບາງຄົນກໍມັກອອກຕົວແຮງ ສະແດງຄວາມຕ້ອງການແບບຊັດເຈນ ຈົນພຶດຕິກໍາບາງຢ່າງອາດຈະເຮັດໃຫ້ຜູ້ຍິງມີຄວາມ ອຶດອັດ.

  1. ບໍ່ຮູ້ຈັກສ້າງສະເໜ່ໃຫ້ກັບຕົນເອງ

ເຖິງວ່າທ່ານຜູ້ຊາຍບາງຄົນຈະໜ້າຕາດີ ສົມບູນທັງການສຶກສາ ແລະ ຕໍາແໜ່ງວຽກງານທີ່ດີກໍຕາມ ແຕ່ສາວໆຍັງບໍ່ສົນໃຈ ອາດຈະເປັນຍ້ອນ ທ່ານ ບໍ່ຮູ້ຈັກວິທີການລົມຜູ້ຍິງ ໃຫ້ເຂົ້າໃຈນັ້ນເປັນແບບໃດ.

  1. ຂາດຄວາມໝັ້ນໃຈໃນຕົວເອງ

ຄົນທີ່ຂາດຄວາມໝັ້ນໃຈ ຈະຕັດສິນໃຈເຮັດຫຍັງກໍບໍ່ມີຄວາມກ້າ ມີແຕ່ຖາມຄວາມຄິດເຫັນຈາກຄົນອື່ນຕະຫຼອດ ຖ້າເປັນແບບນີ້ ຜູ້ຍິງສ່ວນຫຼາຍຈະຄິດເຫັນອະນາຄົດວ່າຊາຍຄົນນັ້ນຂາດຄວາມເປັນຜູ້ນໍາ

  1. ເປັນຄົນທີ່ບໍ່ມີຄວາມພະຍາຍາມ

ຊາຍໃດທີ່ຄິດຈະຈີບຜູ້ຍິງແລ້ວ ບໍ່ມີຄວາມພະຍາຍາມ ກໍຍາກທີ່ຈະໄດ້ໃຈສາວນັ້ນມາຄອງ ເພາະເວົ້າອະນາຄົດທີ່ຈະຕ້ອງປະເຊີນວ່າທ່ານຈະມີຄວາມພະຍາຍາມສູ້ກັບຄົນຮັກຂອງທ່ານໄປນໍາກັນໄດ້ບໍ

 

ແບ່ງປັນ