Breaking News

ສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທໍາອິດ

ແບ່ງປັນ

ກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກຸ່ມວິຊາຊີບຮູບເງົາ ແລະ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທີ່ 1 ຂຶ້ນຢ່າງເປັນທາງການໃນກາງຊ່ວງກາງເດືອນ ຕຸລາ 2016

ເພື່ອເປັນການກະຕຸກຊຸກຍູ້ ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາລາວ ທັງທາງດ້ານປະລິມານ ແລະ ຄຸນະພາບ ຕອບສະນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທື່ອລະກ້າວ ພ້ອມສ້າງໃຫ້ຮູບເງົາກາຍເປັນຂະແໜງວິຊາຊີບໜຶ່ງທີ່ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາຫັນມາສົນໃຈ ແລະ ສຶກສາຮໍ່າຮຽນວິຊາຮູບເງົາເພີ່ມຂຶ້ນ ເພືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງລາວເຮົາຢ່າງບໍ່ຢຸດຢັ້ງ.

ງານດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 3 ມື້ເລີ່ມແຕ່ວັນທີ່ 20-22 ເດືອນ ຕຸລາ 2016 ຢູ່ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ພາຍໃນງານຈະມີຫຼາກຫຼາຍກິດຈະກໍາເຊັ່ນ: ການເສວະນາ (ຮູບເງົາ: ວິຊາຊີບທີ່ຄວນຄ່າແກ່ການສົ່ງເສີມ), ກອງປະຊຸມວິຊາການ (ການຂະຫຍາຍຮູບເງົາສະຖານການສຶກສາ), ການສຳມະນາ (ແນວຄິດໃນການຜະລິດຮູບເງົາ) ແລະ ການຊົມຮູບເງົາເລື່ອງສັ້ນ-ຮູບເງົາເລື່ອງຍາວຈໍານວນ 10 ເລື່ອງ ພິເສດ ທຸກທ່ານສາມາດເຂົ້າຮ່ວມກິດຈະກໍາຂອງງານດັ່ງກ່າວນີ້ໄດ້ໂດຍບໍ່ເສຍຄ່າຜ່ານປະຕູໃດໆ.

ແບ່ງປັນ