Breaking News

HUAWEI ມ່ວນຊື່ນບຸນອອກພັນສາ ຈັດໂປຣໂມຊັ້ນພິເສດ ຫຼຸດແລກແຈກແຖມກະໜ່ຳ!

ແບ່ງປັນ

HUAWEI  ມ່ວນຊື່ນບຸນອອກພັນສາ ຈັດໂປຣໂມຊັ້ນພິເສດ ຫຼຸດແລກແຈກແຖມກະໜ່ຳ!

ຫົວເຫວີຍຂົນຄວາມສຸກໄປເສີບໃຫ້ແກ່ມວນຊົນທີ່ບຸນອອກພັນສາປະວໍລະນາ ຫຼືບຸນຊ່ວງເຮືອປະຈຳປີ 2016 ໃນລະຫວ່າງວັນທີ 14-18 ຕຸລາ ທີ່ທ່າວັດຈັນ, ນະຄອນຫຼວງວຽງຈັນ ໂດຍມີການຈັດກິດຈະກໍາຮ່ວມມ່ວນຊື່ນ ແຈກລາງວັນ ແລະ ມອບໂປຣໂມຊັ້ນສຸດພິເສດໃຫ້ກັບລູກຄ້າທີ່ຊື້ສະມາດໂຟນຂອງຫົວເຫວີຍທຸກຮຸ່ນ.

ພາຍໃນບູດຂອງຫົວເຫວີຍ ນອກຈາກຈະມີການຍົກຂະບວນສະມາດໂຟນ ຫຼາຍຮຸ່ນທີ່ມີຄຸນນະພາບມານຳສະເໜີ ແລະ ໃຫ້ລູກຄ້າທົດລອງສຳຜັດແລ້ວ ທີມງານກໍໄດ້ມີການຈັດກິດຈະກຳເພື່ອຮ່ວມມ່ວນຊື່ນກັບພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ກໍຄືຊາວຕ່າງແຂວງທີ່ມາທ່ຽວບຸນຄັ້ງນີ້ ບໍ່ວ່າຈະເປັນ ການຫຼິ້ນເກມລຸ້ນຮັບລາງວັນສຸດພິເສດ, ການແຈກຂອງທີ່ລະນຶກຢ່າງຫຼວງຫຼາຍ ເຊິ່ງກໍໄດ້ຮັບຄວາມສົນໃຈ  ແລະ ກະແສຕອບຮັບຈາກມວນຊົນຢ່າງລົ້ນເຫຼືອ ເຮັດໃຫ້ຍອດຂາຍໂທລະສັບມືຖືພາຍໃຕ້ແບຣນຫົວເຫວີຍທະລຸເປົ້າເກີນຄາດໝາຍ.

ຫົວເຫວີຍມີຄວາມຍິນດີເປັນຢ່າງຍິ່ງທີ່ຮ່ວມເປັນສ່ວນໜຶ່ງໃນເທດສະການ ແຫ່ງຄວາມສຸກ ແລະ ໄດ້ສົ່ງມອບຮອຍຍິ້ມໃຫ້ກັບປະຊາຊົນ. ຂອບໃຈລູກຄ້າ ທຸກທ່ານທີ່ໄວ້ວາງໃຈໃນຜະລິດຕະພັນຂອງຫົວເຫວີຍທຸກຮຸ່ນ ແລະ ກິດຈະກຳ ແຫ່ງຄວາມສຸກຂອງພວກເຮົາຍັງບໍ່ໝົດພຽງເທົ່ານີ້ທ່ານຍັງສາມາດສຳຜັດໂປຣໂມຊັ້ນພິເສດໄດ້ທີ່ຕົວແທນຈຳໜ່າຍຫົວເຫວີຍທຸກສາຂາໃນທົ່ວປະເທດ.

14804953_1715011455486822_173950797_n

14804827_1715011415486826_429065972_n

14800144_1715011048820196_1262215846_o

14808781_1715011038820197_213570816_o

14741151_1715011452153489_2106990691_n

14800767_1715011438820157_1603059914_n

ແບ່ງປັນ